ຍູ້ແຮງການຮ່ວມມືລະຫວ່າງສະມາຄົມນັກຮົບເກົ່າແຂວງກວາງຫງາຍ ແລະ ສະຫະພັນນັກຮົບເກົ່າແຂວງຈໍາປະສັກ

08:49 | 06/06/2019

ຍສໝ - ໃນວັນທີ 4 ມິຖຸນາ 2019, ທີ່ແຂວງກວາງຫງາຍ ໄດ້ດໍາເນີນກອງປະຊຸມສະຫຼຸບ 3 ປີ ແຫ່ງການຮ່ວມມືລະຫວ່າງສະມາຄົມນັກຮົບເກົ່າແຂວງກວາງຫງາຍ ແລະ ສະຫະພັນນັກຮົບເກົ່າແຂວງຈໍາປາສັກ ສປປ ລາວ.

ຍູ້ແຮງການຮ່ວມມືລະຫວ່າງສະມາຄົມນັກຮົບເກົ່າແຂວງກວາງຫງາຍ ແລະ ສະຫະພັນນັກຮົບເກົ່າແຂວງຈໍາປະສັກ

ພິທີລົງນາມໃນບົດບັນທຶກຊ່ວຍຈໍາ.(ພາບ:qdnd.vn)

ທີ່ກອງປະຊຸມ, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ, ຍົກອອກມາດຕະການເພື່ອພ້ອມກັນກໍ່ສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງ, ສືບຕໍ່ຮັກສາ, ເພີ່ມທະວີສາຍພົວພັນທີ່ເລິກເຊິ່ງ, ນໍ້າໃຈເພື່ອນມິດສະຫາຍ, ຄວາມສາມັກຄີ, ມິດຕະພາບລະຫວ່າງສະມາຄົມນັກຮົບເກົ່າສອງແຂວງ. ໃນໄລຍະຜ່ານມາ, ສະມາຄົມນັກຮົບເກົ່າແຂວງກວາງຫງາຍ ແລະ ສະຫະພັນນັກຮົບເກົ່າແຂວງຈໍາປາສັກ ໄດ້ຮັກສາສາຍພົວພັນສັດຊື່ບໍລິສຸດ, ຄວາມສາມັກຄີ, ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະກັນເປັນປະຈຳ; ສົມທົບກັນຢ່າງແໜ້ນແຟ້ນ, ຫັນບັນດາເນື້ອໃນສົມທົບກັນເປັນລະອຽດ ແລະນຳເຂົ້າໃນລາຍການ, ແຜນການວຽກງານປະຈໍາປີ, ປະຈໍາເດືອນ; ເອົາໃຈໃສ່ເປັນພິເສດເຖິງວຽກງານການເມືອງ, ແນວຄິດ, ຈັດຕັ້ງໃຫ້ພະນັກງານ, ສະມາຊິກສະມາຄົມນັກຮົບເກົ່າເຂົ້າຮ່ວມການຮ່ໍາຮຽນ, ຊາບຊຶມບັນດາຄໍາສັ່ງ, ມະຕິຂອງພັກ, ລັດເພື່ອເປັນຫຼັກແຫຼ່ງໃຫ້ແກ່ການເຂົ້າຮ່ວມກໍ່ສ້າງພື້ນຖານການເມືອງ. ໃນໄລຍະຕໍ່ໜ້າ, ສະມາຄົມນັກຮົກເກົ່າສອງແຂວງສືບຕໍ່ແມ່ນກໍາລັງຫຼັກແຫຼ່ງໃນການໂຄສະນາ, ຂົນຂວາຍພະນັກງານ, ສະມາຊິກພັກ ແລະ ປະຊາຊົນກໍ່ສ້າງເພີ່ມພູນຄູນສ້າງນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດ; ເບິ່ງແຍງດູແລກໍ່ສ້າງລະບົບສະມາຄົມໃຫ້ໝັ້ນຄົງເຂັ້ມແຂງຈາກຂັ້ນແຂວງລົງຮາກຖານ; ຕັ້ງໜ້າເຂົ້າຮ່ວມກໍ່ສ້າງ, ປົກປັກຮັກສາພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ເດັດດຽວຕໍ່ສູ້ຕ້ານບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ, ກະຕຸກປຸກລຸກເພື່ອແບ່ງແຍກຄວາມສາມັກຄີ, ມິດຕະພາບແບບພິເສດ, ຍາວນານຂອງສອງຊາດຫວຽດນາມ-ລາວ.

(ໄຊພອນ)

302 Found

Found

The document has moved here.