ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

16:00 | 16/09/2019

ໃນວັນທີ 15 ກັນຍາ 2019, ຢູ່ສະໂມສອນຫຼັກ4 ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບຈັດເງິນຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ, ໂດຍການມອບຂອງ ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະ ແລະ ຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວຍຄະນະກໍາມະການປ້ອງກັນ,ຄວບຄຸມ ແລະຟື້ນຟູ ໄພພິບັດແຂວງຈໍາປາສັກ ແລະ ພະແນກການທີ່ກ່ຽວຂ້ອງ.

ແຂວງກວ້າງນາມ ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ

ມອບເງິນຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ປະສົບໄພນ້ຳຖ້ວມແຂວງຈຳປາສັກ.(ພາບ:Champasak RADIO )

15/9/2019 ທ່ານ ວໍ້ຊວນກາ ກໍາມະການປະຈໍາພັກແຂວງ,ຫົວໜ້າຄະນະຂົນຂວາຍແຂວງ,ປະທານແນວໂຮມແຫ່ງຊາດ ສສ ຫວຽດນາມ ແຂວງກວາງນາມ ພ້ອມຄະນະໄດ້ນໍາເງິນຈໍານວນ 200 ລ້ານດົ້ງ (ສະກຸນເງິນຫວຽດນາມ) ມາຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຈໍາປາສັກ,ພິທີມອບ-ຮັບຈັດຂຶ້ນທີ່ສະໂມສອນຫຼັກ 4 ໂດຍໃຫ້ກກຽດຮັບຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆ ຈໍາປາສັກ ພ້ອມດ້ວຍຄະນະກໍາມະການປ້ອງກັນ,ຄວບຄຸມ ແລະຟື້ນຟູ ໄພພິບັດແຂວງຈໍາປາສັກ ແລະ ພະແນກການທີ່ກ່ຽວຂ້ອງ.

ເງິນທີໄດ້ຮັບການຊ່ວຍເຫຼືອຈາກແຂວງກວາງນາມ ສສ ຫວຽດນາມໃນຄັ້ງນີ້,ແຂວງຈໍາປາສັກຈະໄດ້ນໍາໄປຊ່ວຍເຫຼືອຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພນໍ້າຖ້ວມທີ່ມີຄວາມຕ້ອງການເຊັ່ນ: ສະບຽງອາຫານ,ເຄື່ອງນຸ່ງຫົ່ມ,ທີ່ຢູ່ອາໃສ ແລະພື່ນຖານໂຄງລ່າງອື່ນໆອີກ.

ໂອກາດນີ້,ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈໍາປາສັກ ຍັງໄດ້ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ,ພ້ອມຄໍາຢ້ຽມຢາມຖາມຂ່າວອັນອົບອຸ່ນ ຂອງຄະນະແນວໂຮມແຫ່ງຊາດ ຫວຽດນາມ ຊຶ່ງສະແດງເຖິງຄວາມເປັນຫ່ວງເປັນໄຍ,ການແບ່ງເບົາຄວາມທຸກໂສກ ບໍ່ວ່າຍາມສົງຄາມ ແລະ ສັນຕິພາບ 2 ຊາດລາວ - ຫວຽດນາມ ກໍຄື 2 ແຂວງຈໍາປາສັກ -ກວາງນາມ ກໍຄຽງບ່າຄຽງໄລ່ຊ່ວຍເຫຼືອເຊິ່ງກັນແລະກັນ.

(ແຫຼ່ງ​ຂໍ້​ມູນ​: ເກດສະໜາ ແກ້ວສຸວັນນະແສງ/Champasak RADIO)

ເຫດການ
302 Found

Found

The document has moved here.