ຄະນະຂົນຂວາຍແຂວງ ຊຽງຂວາງ ເຂົ້າໄຫວ້ອາໄລ ຢູ່ເຂດປູນີຍະສະຖານ ກິມລຽນ

16:45 | 21/12/2018

ຍສໝ - ວັນທີ 21 ທັນວາ ຄະນະຂົນຂວາຍ ແຂວງຊຽງຂວາງ ນຳໂດຍ ສະຫາຍ ບຸນເພັງພັນ ຫົວໜ້າຄະນະຂົນຂວາຍ ໄດ້ນຳພາຄະນະ ເຂົ້າໄຫວ້ອາໄລ ຈູດທູບທຽນ ແລະ ວາງດອກໄມ້ ຢູ່ ເຂດປູນີຍະສະຖານ ກິມລຽນ ແລະ ໄດ້ເຂົ້າພົບປະກັບການນຳແຂວງເຫງະອານ.

ຄະນະຂົນຂວາຍແຂວງ ຊຽງຂວາງ ເຂົ້າໄຫວ້ອາໄລ ຢູ່ເຂດປູນີຍະສະຖານ ກິມລຽນ

ຄະນະຜູ້ແທນ ແຂວງຊຽງຂວາງ ສະແດງຄວາມຄົມລົບ ຕໍ່ດວງວິນຍານ ຂອງປະທານໂຮ່ຈີ໋ມິງ.(ພາບ: ໝີງາ)

ຄະນະຜູ້ແທນຂອງ ກຳມະການໂຄສະນາແຂວງຊຽງຂວາງ ໄດ້ເຂົ້າທຳຄວາມຄົບລົບສັກກາລະ, ຖະຫວາຍດອກໄມ້,ຈູດທູບທຽນ ສະແດງຄວາມຮູ້ບຸນຄົນຕໍ່ກັບ ປະທານ ໂຮ່ຈີ໋ມິງ-ລູກຮັກຫຼານແພງຂອງດິນແດນເຫວງະອານ, ຜູ້ນຳທີ່ຍິ່ງໃຫ່ຂອງປະຊາຊົນບັນດາເຜົ່າ ຫວຽດນາມ.

ຄະນະຂົນຂວາຍແຂວງ ຊຽງຂວາງ ເຂົ້າໄຫວ້ອາໄລ ຢູ່ເຂດປູນີຍະສະຖານ ກິມລຽນ

ຄະນະຜູ້ແທນ ແຂວງຊຽງຂວາງ ຢ້ຽມຊົມເຂດປູນີຍະສະຖານ ກິມລຽນ.(ພາບ: ໝີງາ)

ປະທານໂຮ່ຈີ໋ມິງ ແມ່ນຜູ້ທີ່ສ້າງຕັ້ງນຳ້ໃຈພິເສດ ລະຫວ່າງ ພັກຄອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕວັດລາວ, ນຳ້ໃຈລະຫວ່າງປະຊາຊົນສອງປະເທດ. ປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່, ປະຊາຊົນທັງສອງຊົນເຜົ່າ ຍາມໃດກໍ່ມີຄວາມສາມັກຄີຮັດແໜ້ນ ດ້ວຍນຳ້ໃຈເພື່ອນມິດ, ໄດ້ຮັບການເສີມຂະຫຍາຍນັບມື້ນັບມີຄວາມຈົບງາມ ແລະ ຍືນຍົງຕະຫຼອດການ.

ຄະນະຂົນຂວາຍແຂວງ ຊຽງຂວາງ ເຂົ້າໄຫວ້ອາໄລ ຢູ່ເຂດປູນີຍະສະຖານ ກິມລຽນ

ການນຳຂອງທັງສອງແຂວງຊຽງຂວາງ ແລະ ແຂວງເຫງະອານ ພົບປະໂອ້ລົມ..(ພາບ: ໝີງາ)

ຫັຼງຈາກນັ້ນຄະນະປະຕິບັດງານໄດ້ເຂົ້າຄຳນັບ ແລະ ພົບປະ ກັບການນຳແຂວງເຫງະອານ. ໃນການຕ້ອນຮັບຄະນະ ຂອງລາວ ແມ່ນມີ ສະຫາຍ ຫງວ໋ນ ຊົນເຊີນ ຮອງເລຂາ ຜູ້ປະຈຳພັກແຂວງ ປະທານ ສະພາປະຊາຊົນແຂວງ.

ທີ່ກອງປະຊຸມພົບປະ ທັງສອງຝ່າຍໄດ້ລາຍງານໃຫ້ແກ່ກັນໂດຍຫຍໍ້ກ່ຽວກັບສະພາບ ເສດຖະກິດສັງຄົມ ຂອງທັງສອງຝ່ານໃນປີ 2018 ທີ່ບັນລຸໄດ້ບາດກ້າວໃໝ່.

ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດຂອງ ແຂວງເຫງະອານ, ພ້ອມກັນນັ້ນກໍ່ໄດ້ໃຫ້ຮູ້ວ່າ: ນີແມ່ນຄັ້ງທຳອິດທີ່ແຂວງເຫງະອານ ແລະ ແຂວງຊຽງຂວາງ ມີການແລກປ່ຽນ, ຖອດຖອນບົດຮຽນນຳກັນ ໃນຂົງເຂດ ວຽກງານແນວຄິດ ແລະ ກໍ່ສ້າງພັກ. ພິເສດແມ່ນ ໃນຊຸມປີຜ່ານມາ ເພື່ອຊຸກຍູ້ຄຸນນະພາບຂອງການກໍ່ສ້າງພັກ, ແຂວງຊຽງຂວາງ ໄດ້ສົ່ງພະນັກງານມາບຳລຸງສ້າງຢູ່ແຂວງເຫງະອານ.

ຄະນະຂົນຂວາຍແຂວງ ຊຽງຂວາງ ເຂົ້າໄຫວ້ອາໄລ ຢູ່ເຂດປູນີຍະສະຖານ ກິມລຽນ

ການນຳທັງສອງແຂວງແລກປ່ຽນຂອງທີ່ລະນຶກໃຫ້ແກ່ກັນ..(ພາບ: ໝີງາ)

ຕ່າງໜ້າການນຳຂອງການນຳແຂວງເຫງະອານ ຮອງເລຂາປະຈຳພັກແຂວງເຫງະອານ ໄດ້ສະແດງຄວາມມຸ້ງມາດປາດຖະໜາວ່າ ຄະນະໂຄສະນາ ຂອງສອງແຂວງ ຈະມີການແລກປ່ຽນ, ເຈລະຈາເລິກຂື້ນຕື່ມກ່ຽວກັບວຽກງານສຶກສາອົບຮົມ ແນວຄິດ, ໃນນັ້ນຈຸດສຳຄັນການຜັນຂະຫຍາຍ ແລະ ປົກປັກຮັກສາມູນເຊື້ອມິດຕະພາບພິເສດ, ຊື່ສັດ ຂອງປະຊາຊົນຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.