ສະມາຄົມ ນັກຮົບເກົ່າ ແຂວງກວ້າງບິ່ງ-ສະຫະພັນນັກຮົບເກົ່າແຂວງຄຳມ່ວນ: ເຈລະຈາ ແລະ ເຊັນສັນຍາ ປະສານງານ ແລະ ເຄື່ອນໄຫວ

09:41 | 03/06/2019

ຍສໝ - ປະຕິບັດວຽກງານການປະສານງານ-ເຄື່ອນໄຫວ ລະຫວ່າງ ສະມາຄົມ ນັກຮົບເກົ່າ ແຂວງກວ້າງບິ່ງ-ສະຫະພັນນັກຮົບເກົ່າແຂວງຄຳມ່ວນ ໄລຍະ 2017-2019 ທີ່ຜ່ານມາ, ສະມາຄົມນັກຮົບເກົ່າແຂວງກວ້າງບິ່ງ ໄດ້ມາຢ້ຽມຢາມ, ເຈລະຈາ ແລະ ເຊັນບົດບັນທືກຊ່ວຍຈຳ ກ່ຽວກັບການປະສານງານ-ການເຄື່ອນໄຫວ ໄລຍະ 2019-2021 ກັບ ສະຫະພັນນັກຮົບເກົ່າແຂວງຄຳມ່ວນ.

ສະມາຄົມ ນັກຮົບເກົ່າ ແຂວງກວ້າງບິ່ງ-ສະຫະພັນນັກຮົບເກົ່າແຂວງຄຳມ່ວນ: ເຈລະຈາ ແລະ ເຊັນສັນຍາ ປະສານງານ ແລະ ເຄື່ອນໄຫວ

ສະມາຄົມນັກຮົບເກົ່າແຂວງກວ້າງບິ່ງ ແລະ ສະຫະພັນນັກຮົບເກົ່າແຂວງຄຳມ່ວນ ຖ່າຍຮູບເປັນທີ່ລະນຶກ.(ພາບ:ດິ່ງຕ໋ວດ)

ເຂົ້າຮ່ວມງານມີ : ສະຫາຍ ດວ່ານ ເລືອງ ເຄວ ປະທານ ສະມາຄົມນັກຮົບເກົ່າແຂວງ ເປັນຫົວໜ້າຄະນະ, ຕ່າງໜ້າຄະນະປະຈຳ ແລະ ຫ້ອງການແຂວງ ແລະ ບັນດາສະຫາຍ ປະທານ ສະມາຄົມນັກຮົບເກົ່າເມືອງ ທີ່ມີຊາຍແດນຮ່ວມ ກັບລາວ. ຝ່າຍລາວ ປະກອບມີ ສະຫະພັນນັກຮົບເກົ່າແຂວງຄຳມ່ວນ ປະກອບມີ: ສະຫາຍ ເລກາ ກັນຍາ ປະທານສະຫະພັນນັກຮົບເກົ່າແຂວງ ເປັນຫົວໜ້າ ພ້ອມທັງຕ່າງໜ້າຄະນະປະຈຳສະຫະພັນແຂວງ ແລະ ປະທານສະຫະພັນນັກຮົບເກົ່າເມືອງມີຊາຍແດນຮ່ວມກັບຫວຽດນາມ. ຄະນະປະຈຳພັກແຂວງໆຄຳມ່ວນ ຍັງໄດ້ສົ່ງຕ່າງໜ້າມາຮ່ວມເປັນສັກຂີພະຍານໃນການເຊັນບົດບັນທຶກຊ່ວຍຈຳ.

ຊິ້ນສຸດການເຈລະຈາ, ຫົວໜ້າຄະນະທັງສອງ ໄດ້ຮ່ວມເຊັນສັນຍາລົງນາມໃນບົດບັນທຶກຊ່ວຍຈຳ ໂຄງການປະສານສົມທົບ ແລະ ເຄື່ອນໄຫວ ໄລຍະ 2019-2021 ລະຫວ່າງ ສະມາຄົມນັກຮົບເກົ່າສອງແຂວງ.

ໂອກາດນີ້ຄະນະຜູ້ແທນ ສະມາຄົມນັກຮົບເກົ່າແຂວງໄດ້ເຂົ້າຢ້ຽມຢາມ ສັກກາລະ ແລະ ໄຫວ້ອາໄລ ອານຸສອນສະຖາານ ປະທານໂຮ ຈີ໋ ມິງ ຢູ່ ບ້ານ ຊຽງວ່າງ, ເມືອງໜອງບົກ; ອານຸສາວະລີ ປະທານ ສຸພານຸວົງ ຢູ່ ເມືອງທ່າແຂກ; ຢ້ຽມຢາມ ກອງບັນຊາການທະຫານແຂວງ ແລະ ເຂົ້າຮ່ວມການເຄື່ອນໄຫວແລກປ່ຽນວັດທະນະທຳ ຈຳນວນໜຶ່ງ ກັບທະຫານ, ປະຊາຊົນ ແລະ ສະມາຊິກສະມາຄົມນັກຮົບເກົ່າແຂວງຄຳມ່ວນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.