ນັກ​ທຸ​ລະ​ກິດ​ສະ​ຫວັນ​ນະ​ເຂດ-ກວາງ​ບິງ​ສົນ​ໃຈ​ຮ່ວມ​ມື​ດ້ານ​ການ​ຄ້າ​ຮ່ວມ​ກັນ

09:29 | 22/05/2019

ພາກລັດສອງແຂວງສະ ຫວັນນະເຂດ ສປປ ລາວ ແລະ ແຂວງກວາງບິງ ສສ ຫວຽດ ນາມເປີດໂອກາດໃຫ້ພາກທຸລະ ກິດທັງສອງແຂວງໄດ້ຮ່ວມ ພົບປະກັນແລກປ່ຽນບົດຮຽນ ເຊິ່ງກັນ ແລະກັນ ພ້ອມທັງນຳ ສະເໜີທ່າແຮງ ແລະຜະລິດ ຕະພັນສິນຄ້າຕ່າງໆຂອງແຕ່ ລະຝ່າຍທັງນີ້ກໍ່ເພື່ອຊອກຊ່ອງ ທາງການຄ້າ-ຂາຍຮ່ວມກັນ ໃນຕໍ່ໜ້າ.

ນັກ​ທຸ​ລະ​ກິດ​ສະ​ຫວັນ​ນະ​ເຂດ-ກວາງ​ບິງ​ສົນ​ໃຈ​ຮ່ວມ​ມື​ດ້ານ​ການ​ຄ້າ​ຮ່ວມ​ກັນ

ກອງປະຊຸມຮ່ວມ ທຸລະກິດການຄ້າສະຫວັນ ນະເຂດ-ກວາງບິງ ປີ2019.


ໃນວັນທີ 17 ພຶດສະພາ 2019, ທີ່ຫ້ອງປະຊຸມຂອງສະ ຫວັນລີ​ສອດແຂວງສະຫວັນນະ ເຂດໄດ້ຈັດມີກອງປະຊຸມຮ່ວມ ທຸລະກິດການຄ້າສະຫວັນ ນະເຂດ-ກວາງບິງ ປີ2019 ໃຫ້ກຽດເປັນປະທານຝ່າຍ ແຂວງສະຫວັນນະເຂດໂດຍ ທ່ານ ໂພສີສ້ອຍ ກຸທິລາດ ຮອງຫົວໜ້າພະແນກອຸດສາ ຫະກຳ-ການຄ້າ (ອຄແຂວງ ແລະຝ່າຍຫວຽດນາມນຳໂດຍ ທ່ານ ຟານຮວາຍນາມ ຮອງ ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງກວາງບິງ, ຈາກນີ້ຄະນະຜູ້ແທນ ແລະນັກ ທຸລະກິດຂອງທັງສອງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.


ນັກ​ທຸ​ລະ​ກິດ​ສະ​ຫວັນ​ນະ​ເຂດ-ກວາງ​ບິງ​ສົນ​ໃຈ​ຮ່ວມ​ມື​ດ້ານ​ການ​ຄ້າ​ຮ່ວມ​ກັນ


ນັກ​ທຸ​ລະ​ກິດ​ສະ​ຫວັນ​ນະ​ເຂດ-ກວາງ​ບິງ​ສົນ​ໃຈ​ຮ່ວມ​ມື​ດ້ານ​ການ​ຄ້າ​ຮ່ວມ​ກັນ

ການແນະນຳສິນຄ້າຂອງສອງແຂວງ ສະຫວັນນະເຂດ ແລະ ກວ້າງບິ່ງ.

ໃນໂອກາດກ່າວຕ້ອນຮັບຄະນະຜູ້ແທນການຄ້າໃນຄັ້ງນີ້ຂອງທ່ານ ໂພສີສ້ອຍ ກຸທິລາດ ກ່າວວ່າ: ຫວັງວ່າກອງປະຊຸມ ພົບປະຄັ້ງນີ້ ຈະມີຄວາມໝາຍ ຄວາມສຳຄັນ ແລະປະກອບ ສ່ວນເພີ່ມທະວີການຮ່ວມມື ເພື່ອການພັດທະນາທຸລະກິດລະ ຫວ່າງສອງຝ່າຍ ກໍ່ຄືພະແນກ ອຄ ແຂວງສະຫວັນນະເຂດ ແລະພະແນກ ອຄ ແຂວງ ກວາງບິງ ອັນເປັນການປະ ຕິບັດຕາມທິດທາງນະໂຍບາຍ ຂອງສອງພັກສອງລັດຖະບານ ໃນການສ້າງຄວາມເຂັ້ມແຂງ ໃຫ້ບັນດາແຂວງ ແລະຕົວ ເມືອງທີ່ມີທ່າແຮງບົ່ມຊ້ອນ ຂອງສອງປະເທດໃຫ້ມີການ ຊຸກຍູ້ສົ່ງເສີມເຊິ່ງກັນ ແລະກັນ ໃນການຂຸດຄົ້ນກ້ອນກຳລັງ ການຜະລິດ ເພື່ອສ້າງເງື່ອນໄຂຊຸກຍູ້ການຜະລິດຂະໜາດນ້ອຍ ແລະກາງ, ການສົ່ງອອກຂອງ ສອງວິສາຫະກິດ ແລະປະຊາ ຊົນໃຫ້ມີການຂະຫຍາຍຕົວຢ່າງແຂງແຮງເຮັດໃຫ້ຊີວິດ ການເປັນຢູ່ຂອງເຂົາເຈົ້ານັບມື້ ນັບດີຂຶ້ນເປັນກ້າວໆ.


ນັກ​ທຸ​ລະ​ກິດ​ສະ​ຫວັນ​ນະ​ເຂດ-ກວາງ​ບິງ​ສົນ​ໃຈ​ຮ່ວມ​ມື​ດ້ານ​ການ​ຄ້າ​ຮ່ວມ​ກັນ

ການເຊັນລົງນາມການຮ່ວມມືການຄ້າ ສະຫວັນນະເຂດ - ກວ້າງບິ່ງ.


ໃນພິທີ ກໍ່ໄດ້ມີວາງສະແດງ ແລະຈຳໜ່າຍຜະລິດຕະພັນສິນຄ້າຕ່າງໆຂອງແຂວງສະຫວັນນະເຂດ ແລະແຂວງກວາງບິງ ຊຶ່ງລ້ວນແລ້ວແຕ່ເປັນຜະລິດ ຕະພັນທີ່ມີຊື່ສຽງຂອງທັງສອງ ແຂວງ ໂອກາດນີ້, ກໍ່ໄດ້ມີບັນ ດາບໍລິສັດຕ່າງໆທີ່ເຂົ້າຮ່ວມ ໃນພິທີຄັ້ງນີ້ສະແດງເຈດຈຳ ນົງຢາກຮ່ວມມືທາງດ້ານການ ຄ້າຮ່ວມກັນ ແລະໄດ້ມີການ ຈັບຄູ່ທຸລະກິດນຳກັນຂອງ ສອງ ແຂວງເຖິງ 6 ຄູ່ຄື: ກຸ່ມ ຜະລິດ-ປຸ່ງແຕ່ງຜະລິດຕະພັນ ອາຫານທະເລເວື່ອນດວ່ານ (ຜູ້ຈັດຈຳໜ່າຍສິນຄ້າ) ແລະບໍ ລິສັດສັງວານຄຳການຄ້າ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ (ຜູ້ບໍລິໂພກ, ຜູ້ຊື້), ບໍລິສັດ ອານນົງຈຳກັດຜູ້ດຽວ (ຜູ້ຈັດ ຈຳໜ່າຍສິນຄ້າ) ກັບບໍລິສັດ ສາຍພູຫຼວງການຄ້າຂາເຂົ້າ-ຂາອອກຈຳກັດຜູ້ດຽວ (ຜູ້ບໍລິ ໂພກ,ຜູ້ຊີ້), ກຸ່ມຜະລິດ-ປຸ່ງແຕ່ງຜະລິດຕະພັນອາຫານ ທະເລ ເວື່ອນດວ່ານ (ຜູ້ຈັດຈຳ ໜ່າຍສິນຄ້າ)ກັບບໍລິສັດເບຍ ສະຫວັນ(ຜູ້ບໍລິໂພກ, ຜູ້ຊື້) ຈາກນີ້ກໍ່ມີກຸ່ມຜະລິດແລະບໍລິ ການຮຶງຟ້ານ (ຜູ້ຈັດຈຳໜ່າຍ ສິນຄ້າ)ກັບບໍລິສັດສັງວານ ຄຳການຄ້າຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ (ຜູ້ບໍລິໂພກ, ຜູ້ ຊື້), ກຸ່ມຜະລິດ-ປຸ່ງແຕ່ງຜະລິດ ຕະພັນອາຫານທະເລເວື່ອນ ດວ່ານ (ຜູ້ຈັດຈຳໜ່າຍສິນຄ້າ) ກັບບໍລິສັດເກດສະໜາການ ຄ້າຂາເຂົ້າ-ຂາອອກຈຳກັດຜູ້ ດຽວ ແລະກຸ່ມຜະລິດປຸງແຕ່ງ ຜະລິດຕະພັນຈາກເຫັດ ແລະ ທຸລະກິດກະສິກຳຕວັນລິງ (ຜູ້ຈັດຈຳໜ່າຍສິນຄ້າ) ກັບບໍ ລິສັດສັງວານຄຳການຄ້າຂາ ເຂົ້າ-ຂາອອກຈຳກັດຜູ້ດຽວ (ຜູ້ບໍລິໂພກ, ຜູ້ຊື້) ເຊິ່ງທັງສອງ ຝ່າຍກໍ່ໄດ້ມີການເຊັນບົດບັນ ທຶກທຸລະກິດຮ່ວມກັນ ໂດຍ ມີຄະນະຜູ້ແທນສອງທັງສອງ ຝ່າຍຮ່ວມເປັນສັກຂີພະຍານ ໃນພິທີຄັ້ງນີ້./.

(ແຫຼ່ງ​ຂໍ້​ມູນ​: Savanhphuttana News)

ເຫດການ
302 Found

Found

The document has moved here.