ສະມາຄົມນັກຮົບເກົ່າ ແຂວງເຫງະອານ ແລະ ຊຽງຂວາງ ເພີ່ມທະວີການປະສານງານ

14:23 | 28/06/2018

ຍ​ສ​ໝ - ທັງສອງຝ່າຍເຫັນດີເປັນເອກກະພາບ ສືບຕໍ່ການພົວພັນປະສານສົມທົບຢ່າງແໜ້ນແຟ້ນໃນວຽກງານສື່ສານມວນຊົນ, ສຶກສາ ເພື່ອບຳລຸງສ້າງພະນັກງານ, ສະມາຊິກຂອງສອງສະມາຄົມ ຮັກສາ, ເພີ່ມພູນສ້າງມູນເຊື້ອສາມັກຄີພິເສດ ການຮ່ວມມືຮອບດ້ານລະຫວ່າງ ສອງປະເທດເວົ້າລວມ ແລະ ຂອງສອງແຂວງເວົ້າສະເພາະ.

ຕອນ​ແລງ​ຂອງວັນ​ທີ 27 ມິ​ຖຸ​ນາ ຢູ່​ທີ່​ບ້ານ ເກື້ອ​ລໍ່ ໄດ້​ດຳ​ເນີນ​ພິ​ທີ​ເຊັນ​ສັນ​ຍາ ໂຄງ​ການ​ການ​ຮ່ວມ​ມື​ວຽກ​ງານ ລະ​ຫວ່າງ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ເຫງະ​ອານ ແລະ ສະ​ມາ​ຄົມ ນັກ​ຮົບ​ເກົ່າ ຊຽງ​ຂວາງ (ລາວ). ​ທ່ານພົນ​ຕີ ຫງວ໋ຽນ​ດິ່ງ​ມິງ -ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ເຫງະ​ອານ ແລະ ທ່ານ​ພັນ​ໂທ ແສງ​ເພັດ ດາ​ລາ ຮັກ​ສາ​ການ ປະ​ທານ​ສະ​ມາ​ຄົມ ນັກ​ຮົບ​ເກົ່າ ຊຽງ​ຂວາງ ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ.

ສະມາຄົມນັກຮົບເກົ່າ ແຂວງເຫງະອານ ແລະ ຊຽງຂວາງ ເພີ່ມທະວີການປະສານງານ

ບັນ​ຍາ​ການກອງ​ປະ​ຊຸມ. (ພາບ: ຕ໋ຽນ​ຮຸ່ງ)

ທີ່ກອງ​ປະ​ຊຸມ ທັງ​ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ນຳ​ກັນ ກ່ຽວ​ກັບ​ສະ​ພາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ຖອດ​ຖອນ​ບົດ​ຮຽນ ແລະ ເວົ້າ​ເຖິງ​ບົດ​ບາດ​ຂອງ​ນັກ​ຮົບ​ເກົ່າ​ໃນ ສະ​ພາບ​ການ​ໃໝ່​ຂອງ​ແຕ່​ລະ​ປະ​ເທດ. ທັງ​ສອງ​ຝ່າຍ​ໄດ້​ໃຫ້​ຮູ້​ວ່າ, ທີ່​ຜ່ານ​ມາ ​ຈັດ​ຕັ້ງ​ປະ​ຕິ​ບັດໄດ້​ດີໂດຍ​ພື້ນ​ຖານຕາມ​ບົດ​ບັນ​ທືກ​ຄວາມ​ເຂົ້າ​ໃຈ ວັນ​ທີ 7 ພະ​ຈິກ 2016 ທີ່ ຊຽງ​ຂວາງ. ພິ​ເສດ ແມ່ນ​ ວຽກ​ງານ​ສື່​ສານ​ມວນ​ຊົນ, ສຶກ​ສາ ພາຍ​ໃນ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ແລະ ສາ​ຍ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ເຫງະ​ອານ ແລະ ຊຽງ​ຂວາງເວົ້າ​ສະ​ເພາະ, ຫວຽດ​ນາມ ແລະ ລາວ ເວົ້າ​ລ​ວມ.

ກ່ຽວ​ກັບ​ທິດ​ທາງ​ໃນ​ຕໍ່​ໜ້າ, ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກ​ກະ​ພາບ​ສືບ​ຕໍ່​ການ​ປະ​ສານ​ສົ​ມ​ທົບ​ຢ່າງ​ໜັກ​ແໜ້ນ​ໃນ​ວຽກ​ງານ​ສື່​ສານມວນ​ຊົນ, ສຶ​ກ​ສາ ເຮັດ​ໃຫ້​ພະ​ນັກ​ງານ ສະ​ມາ​ຊິກ​ຂອງ​ສະ​ມາ​ຄົມ​ທັງ​ສອງ​ຮັກ​ສາ ເພີ່ມ​ພູນ​ສ້າງ​ມູນ​ເຊື້ອ​ສາ​ມັກ​ຄີ​ພິ​ເສດ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ແລະ ສອງ​ແຂວງ​ເວົ້າ​ສະ​ເພາະ.

ສະມາຄົມນັກຮົບເກົ່າ ແຂວງເຫງະອານ ແລະ ຊຽງຂວາງ ເພີ່ມທະວີການປະສານງານ

ທ່ານພົນ​ຕີ ຫງວ໋ຽນ​ດິ່ງ​ມິງ -ປະ​ທານ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ເຫງະ​ອານ ປາ​ໄສ​ທີ່ກອງ​ປະ​ຊຸມ. (ພາບ: ຕ໋ຽນ​ຮຸ່ງ)

ພ້ອມ​ກັນ​ນັ້ນ​ທັງ​ສອງ​ສືບ​ຕໍ່​ເຮັດ​ໃຫ້​ດີ ວຽກ​ງ​ານ​ການ​ປະ​ສານ​ງານ​ໃນ​ການ​ຊອ​ກ​ຫາ ອັດ​ຖິ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ ທີ່​ເປັນ​ທະ​ຫານ​ອາ​ສາ ແລະ ຊ່ຽວ​ຊານ​ຫວຽດ​ນາມ ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ໃນ​ປາງ​ສົງ​ຄາມ​ຢູ່​ລາວ. ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ທັງ​ສອງ​ແຂວງ​ໂຍ​ສະ​ເພາະ​ແມ່ນ​ບັນ​ດາ​ເມືອງ​ທີ່​ມີ​ຊາຍ​ແດນ​ຮ່ວມ​ກັນ ຕ້ອງ​ໄດ້​ປະ​ສານ​ສົມ​ທົບ​ແລກ​ປ່ຽນ​ບົດ​ຮຽນ​ນຳ​ກັນ​ກ່ຽວ​ກັບ​ການກໍ່​ສ້າງ, ເຄື່ອນ​ໄຫວອອກ​ແຮງ​ຜ​ລິດ​ຜົນ, ​ແບບຈຳ​ລອງ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ປະ​ສິດ​ທະ​ຜົນ.

ທີ່ກອງ​ປະ​ຊຸມ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ທັງ​ສອງ​ແຂວງ​ໄດ້​ຮ່ວມ​ກັນ​ໃຫ້​ຮູ້​ວ່າ: ໃນ​ຕໍ່​ໜ້າ​ຈະ​ສືບ​ຕໍ່​ຊີ້​ນຳ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ​ບັນ​ດາ​ເມືອງ​ເຂດ​ຊາຍ​ແດນ ເພີ່ມ​ທະ​ວີວຽກ​ງານ​ເກັບ​ກຳ​ຂໍ້​ມູນ, ໃຫ້​ຄຳ​ປືກ​ສາ​ແກ່​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ປະ​ສານ​ສົບ​ທົບ​ດ້ານ​ສື່​ສານມວນ​ຊົນ, ເຂົ້າ​ຮ່ວມວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສັງ​ຄົມ, ຄວາມ​ສະ​ຫງົບ​ດ້ານ​ການ​ເມືອງ​ລຽບ​ຕາມ​ຊາຍ​ແດນ. ຕໍ່​ສູ້​ຕີ​ຖອຍ ມ້າງ​ທຳ​ລາຍ ແຜນ​ການ​ແບ່ງ​ແຍກ, ມ້າງ​ເພ​ທຳ​ລາຍ​ຂອງ​ສັດ​ຕູ, ກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ພັດ​ທະ​ນາ.

ສະມາຄົມນັກຮົບເກົ່າ ແຂວງເຫງະອານ ແລະ ຊຽງຂວາງ ເພີ່ມທະວີການປະສານງານ

ທ່ານ​ພັນ​ໂທ ແສງ​ເພັດ ດາ​ລາ ຮັກ​ສາ​ການ ປະ​ທານ​ສະ​ມາ​ຄົມ ນັກ​ຮົບ​ເກົ່າ ຊຽງ​ຂວາງ ປາ​ໄສ​ທີ່ກອງ​ປະ​ຊຸມ. (ພາບ: ຕ໋ຽນ​ຮຸ່ງ)

ການ​ເຊັນ​ສັນ​ຍາ​ໃນ​ໂຄງ​ການ​ປະ​ສານ​ງານ ແມ່ນ​ໜື່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ກຳ​ລັງ​ດຳ​ເນີນ​ການ​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຂອງ​ສະ​ຫະ​ພັນ​ນັກ​ຮົບ​ເກົ່າ ແຂວງ​ຊຽງ​ຂວາງ ຢູ່​ເຫງະ​ອານ ແຕ່​ວັນ​ທີ 26-29 ມິ​ຖຸ​ນາ​ນີ້. ກ່ອນ​ໜ້ານີ້​ຄະ​ນະ​ກ່ໍ່​ໄດ້​ໄປ​ວາງ​ພວງ​ມາ​ລາ ຈູດ​ທູບ​ທຽນ​ຢູ່ ອາ​ນຸ​ສາວະ​ລີ ປະ​ທານ ໂຮ່​ຈີ໋​ມິງ ຢູ່​ທີ່ ເຂດ​ປູ​ນີ​ຍະ​ສະ​ຖານ ກິມ​ລຽນ, ຢ້ຽມ​ຊົມ ແບບ​ຈຳ​ລອງ​ເສດ​ຖະ​ກິດ​ຂອງ​ນັກ​ຮົບ​ເກົ່າ ແຂວງ​ເຫງະ​ອານ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.