ທ່ານນາງ ຟ້າມ ທູ ບາ ກ່າວວ່າ: ດ້ວຍການເຮັດວຽກຫຼາຍກ່ວາ 80 ປີ ທີ່ 75 ປະເທດ, ອົງການ Plan International ແມ່ນ ໜຶ່ງໃນບັນດາອົງການປົກປ້ອງສິດທິເດັກຍິງ ທີ່ໃຫຍ່ທີ່ສຸດໃນໂລກ. ອົງການ Plan International ໄດ້ສ້າງຕັ້ງຂື້ນໃນປີ 1993. ທີ່ ຫວຽດນາມ, ອົງການມີຈຸດປະສົງເພື່ອຊ່ວຍເຫຼືອເດັກນ້ອຍ, ໄວລຸ້ນ, ໂດຍສະເພາະເດັກນ້ອຍ ແລະ ເດັກຍິງທີ່ດ້ອຍໂອກາດໄດ້ເກີດແລະເຕີບໃຫຍ່ໃນສັງຄົມທີ່ປອດໄພ.
ສາມາດເວົ້າໄດ້ວ່າ Plan International ຫວຽດນາມ ໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ປະສົບຜົນສຳເລັດຢ່າງແນ່ນອນເນື່ອງຈາກໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO).
ບັນດາຄູອາຈານ ແລະ ນັກຮຽນຂອງໂຮງຮຽນມັດທະຍົມ ຕ່າຍ່ຽວ, ເມືອງ ສິນເມີ່ນ, ແຂວງ ຮ່າຢາງ ໄດ້ເຂົ້າຮ່ວມໂຄງການ "Girls get Equal" ຈັດໂດຍ ອົງການ Plan.
ຄະນະປະສານງານການຊ່ວຍເຫຼືອປະຊາຊົນ (PACCOM) ຕັ້ງແຕ່ມື້ທຳອິດທີ່ອົງການດັ່ງກ່າວຕັດສິນໃຈດຳເນີນການເຄື່ອນໄຫວຢູ່ຫວຽດນາມ. ການສະໜັບສະໜູນ ແລະ ເປັນເພື່ອນຮ່ວມງານບໍ່ເຄີຍຢຸດເຊົາຈັກເທື່ອ, ນັບມື້ນັບມີການເພີ່ມຂຶ້ນດ້ານຄຸນນະພາບໃນ 25 ປີທີ່ຜ່ານມາ. VUFO ແລະ PACCOM ໄດ້ສະໜັບສະໜູນ Plan International ຫວຽດນາມໃນການສ້າງຕັ້ງໂຄງການແຫ່ງທໍາອິດ ຢູ່ ຫວຽດນາມ ໃນປີ 1993 ທີ່ ແຂວງ ຮ່ານາມ, ປະຈຸບັນແມ່ນ ຮ່ານາມ ແລະ ນາມດີ້ງ, ແມ່ນອົງການທີ່ປະເມີນຜົນ ແລະ ຊ່ວຍພວກຂ້າພະເຈົ້າ ໃນການ ໄດ້ອອກໃບອະນຸຍາດ ເພື່ອ ດຳເນີນເຄື່ອນໄຫວ ຢ່າງເປັນທາງການຢູ່ ຫວຽດນາມ.
ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍການເປັນເພື່ອນຮ່ວມງານຂອງ VUFO - PACCOM, Plan ມີທາງເລືອກທີ່ດີທີ່ສຸດໃນຂົງເຂດທີ່ຕ້ອງການການສະໜັບສະໜູນ ຂອງອົງກອນ. ພວກຂ້າພະເຈົ້າໄດ້ເລີ່ມຕົ້ນປະຕິບັດໜ້າທີ່ວຽກງານເທື່ອທໍາອິດ ຢູ່ ແຂວງ ຮ່ານາມ, ຕໍ່ໄປແມ່ນ ແຂວງ ກວາງຈີ້, ບັກຢາງ, ຟູຖໍ້, ກວາງບີ່ງ, ຖາຍງວຽນ, ກວາງຫງາຍ. ພາຍຫຼັງນັ້ນ, ມີຄວາມເຊື່ອ ໝັ້ນ ຫຼາຍຂຶ້ນໃນການຈັດຕັ້ງປະຕິບັດບັນດາ ແຜນງານ ແລະ ໂຄງການຕ່າງໆໃນບັນດາຕາແສງ ແລະ ໝູ່ບ້ານ ທີ່ຢູ່ຫ່າງໄກສອກຫຼີກໃນບັນດາທ້ອງຖິ່ນດັ່ງກ່າວ. ຈາກນັ້ນເປີດເຂດພື້ນທີ່ໂຄງການຢູ່ບັນດາແຂວງເຂດເນີນສູງບ່ອນທີ່ມີຊົນເຜົ່າສ່ວນ ໜ້ອຍ ທີ່ມີສິ່ງທ້າທາຍຫຼາຍຂຶ້ນເຊັ່ນ: ຮ່າຢາງ, ລາຍເຈົາ ແລະ ພູພຽງຄື ຢາລາຍ, ກອນຕູມ.
Plan International ຫວຽດນາມ ຕ້ອງການ 7 ບັນຫາ:
ທີໜຶ່ງ ແມ່ນໃຫ້ການໜູນຊ່ວຍໃນການອະທິບາຍໃຫ້ບັນດາຜູ້ອຸປະຖໍາໄດ້ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບຄວາມຕ້ອງການຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (PCPNN) ຢູ່ຫວຽດນາມ. ພວກຂ້າພະເຈົ້າຕ້ອງແຈ້ງໃຫ້ເພື່ອນມິດສາກົນຮູ້ວ່າ, ນອກຈາກບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້, ຍັງມີກຸ່ມ ແລະ ຊຸມຊົນທີ່ຍັງບໍ່ທັນບັນລຸເປົ້າ ໝາຍສະຫັດສະວັດ. ຕ້ອງມີເວລາຫຼາຍເພື່ອໃຫ້ການຊ່ວຍເຫຼືອພວກເຂົາ. ຫວຽດນາມຍັງຕ້ອງການການສະໜັບສະໜູນຈາກປະເທດອື່ນກ່ຽວກັບດ້ານການເງິນ, ຂໍ້ມູນຂ່າວສານ ແລະ ຄວາມຮູ້ເພື່ອຈັດຕັ້ງປະຕິບັດເປົ້າໝາຍທີ່ວ່າ “ ບໍ່ມີໃຜຖືກປະໄວ້ຢູ້ທາງຫຼັງ”.
ທີສອງແມ່ນຊຸກຍູ້ການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບຸລິມະສິດຂອງທ້ອງຖິ່ນເພື່ອສາມາດເຊື່ອມຕໍ່ບັນດາແຜນງານ ແລະ ໂຄງການ ເພື່ອໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະ ເປົ້າໝາຍການພັດທະນາຂອງແຕ່ລະທ້ອງຖິ່ນ.
ທີສາມ, ເຊື່ອມຕໍ່ Plan International ຫວຽດນາມເພື່ອສ້າງຄູ່ຮ່ວມມືໃນລະດັບກະຊວງເພື່ອໃຫ້ມີບັນດາໂຄງການ ແລະ ໂຄງການທີ່ມີອິດທິພົນຫລາຍກວ່າເກົ່າທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດສິດທິເດັກ, ໂດຍສະເພາະເດັກຍິງ.
ເດັກນ້ອຍມີຄວາມເບີກບານມ່ວນຊື່ນຢູ່ບ່ອນຫຼີ້ນປອດໄພທີ່ໂຮງຮຽນມັດທະຍົມກິມຈຸງ, ບ້ານກິມຈຸງ, ເມືອງດົງແອງ, ນະຄອນຮ່າໂນ້ຍ
ທີສີ່, ສະໜັບສະໜູນນະໂຍບາຍເພື່ອໃຫ້ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດສາມາດລະດົມທຶນໂດຍກົງຢູ່ຫວຽດນາມ, ຈາກບັນດາວິສາຫະກິດ ແລະ ສ່ວນບຸກຄົນຂອງຫວຽດນາມ. ຄ່ອຍໆສ້າງແຫຼ່ງງົບປະມານພ້ອມທັງເພີ່ມຄວາມເຂົ້າໃຈ ແລະ ການປະກອບສ່ວນຂອງຊາວຫວຽດນາມໃນບັນດາໂຄງການພັດທະນາ.
ທີຫ້າ, ສືບຕໍ່ສົມທົບ ແລະ ສະໜັບສະໜູນ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ລະບຽບການຕ່າງໆດ້ວຍວິທີທີ່ມີປະສິດທິຜົນ ແລະ ປະຢັດເວລາທີສຸດໃນການລົງທະບຽນ ແລະ ຕໍ່ອາຍຸໃບອະນຸຍາດສຳລັບບັນດາກອງປະຊຸມສໍາມະນາສາກົນ, ໃບອະນຸຍາດອອກແຮງງານ, ວີຊາສຳລັບພະນັກງານຕ່າງປະເທດ, ວີຊາສຳລັບນັກທ່ອງທ່ຽວແມ່ນງ່າຍດາຍ ແລະ ທັນເວລາ.
ທີຫົກ, ສືບຕໍ່ເຊື່ອມຕໍ່ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອໃຫ້ສາມາດແບ່ງປັນບົດຮຽນ, ການສຶກສາ ແລະ ການປະເມີນຜົນທີ່ປະສົບຜົນສຳເລັດສາມາດນຳໃຊ້ຢ່າງກວ້າງຂວາງ, ຊ່ວຍສ້າງຍຸດທະສາດໄລຍະຍາວຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໂດຍທົ່ວໄປ ແລະ Plan International ໂດຍສະເພາະໃນປະເທດຫວຽດນາມ.
ທີເຈັດ, ປະເມີນ ແລະ ຮອງຮັບການປະກອບສ່ວນຂອງບັນດາອົງການຈັດຕັ້ງເປັນປະຈຳ, ພ້ອມທັງໃຫ້ ຄຳຄິດເຫັນ ແລະ ຄຳແນະນຳ ເພື່ອປັບປຸງຄຸນນະພາບຂອງໂຄງການ, ເໝາະສົມ ແລະ ມີປະສິດທິຜົນຫຼາຍຂື້ນ ສຳລັບຊຸມຊົນ ແລະ ຜູ້ທີ່ໄດ້ຮັບຜົນປະໂຫຍດ, ໂດຍສະເພາະແມ່ນເດັກນ້ອຍ.
(ໄຊພອນ)