ຫວຽດນາມ-ນິວຊີແລນ ເພີ່ມທະວີການຮ່ວມມືຮອບດ້ານ

20:49 | 30/11/2019

ໂດຍໄດ້ຮັບຄໍາເຊີນຂອງລັດຖະບານນິວຊີແລນ, ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ນິວຊີແລນ ໃນລະຫວ່າງວັນທີ 27-29 ພະຈິກ.

ໃນຂອບເຂດການຢ້ຽມຢາມ, ຢູ່ນະຄອນຫຼວງ Wellington ແລະນະຄອນ Auckland, ທ່ານ ຈິ້ງດິ່ງຢູງ ໄດ້ພົບປະກັບທ່ານ Trevor Mallard ປະທານສະພາແຫ່ງຊາດນິວຊີແລນ, ເຮັດວຽກກັບບັນດາລັດຖະມົນຕີບາງກະຊວງ, ຂະແໜງການຂອງນິວຊີແລນ, ຢ້ຽມຢາມສະຖານທູດຫວຽດນາມ ແລະພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ນິວຊີແລນ.

ຫວຽດນາມ-ນິວຊີແລນ ເພີ່ມທະວີການຮ່ວມມືຮອບດ້ານ

ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ Trevor Mallard ປະທານສະພາແຫ່ງຊາດນິວຊີແລນ. (ພາບ: baochinhphu.vn)

ທີ່ການພົບປະ, ທ່ານ Trevor Mallard ເນັ້ນໜັກວ່າ, ໃນສະພາບການໂລກ ແລະພາກພື້ນພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງນັ້ນ, ສອງປະເທດຄວນສືບຕໍ່ສະໜັບສະໜູນລັດທິຫຼາຍຝ່າຍ ແລະການຄ້າເສລີ; ຢັ້ງຢືນວ່າ ນິວຊີແລນ ຈະສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະຄວາມມານະພະຍາຍາມລວມຂອງອາຊຽນ ເພື່ອແນໃສ່ຊອກຫາມາດຕະການທີ່ສົມເຫດສົມຜົນໃຫ້ແກ່ບັນຫາທະເລຕາເວັນອອກບົນພື້ນຖານເຄົາລົບກົດໝາຍສາກົນ.

ສ່ວນທ່ານ ຈິ້ງດິ່ງຢູງ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ; ປາດຖະໜາວ່າ ສະພາແຫ່ງຊາດນິວຊີແລນ ຈະສືບຕໍ່ສະໜັບສະໜູນສອງປະເທດຍູ້ແຮງການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະພົບປະແລກປ່ຽນປະຊາຊົນ… ພ້ອມທັງຂອບໃຈນິວຊີແລນ ທີ່ສືບຕໍ່ສະໜອງ, ໜູນຊ່ວຍການພັດທະນາໃຫ້ແກ່ຫວຽດນາມ, ສຸມໃສ່ເຂົ້າບັນດາຂົງເຂດການສຶກສາ, ກໍ່ສ້າງ, ກະສິກໍາ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...; ສະເໜີສະພາແຫ່ງຊາດ ແລະລັດຖະບານນິວຊີແລນ ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ພວມດໍາລົງຊີວິດ, ເຮັດວຽກ ແລະຮໍ່າຮຽນຢູ່ນິວຊີແລນ.

(ຄຳຮຸ່ງ)

ເຫດການ