ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ ປະເທດຊາດ

12:07 | 05/12/2019

ຍສໝ - ວັນທີ 5 ທັນວາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ອາຍຸການ 2019 – 2024, ດ້ວຍຫົວຂໍ້ “ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ ປະເທດຊາດ".

ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ  ປະເທດຊາດ

ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ອາຍຸການ 2019 – 2024, ດ້ວຍຫົວຂໍ້ “ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ ປະເທດຊາດ” ໂດຍມີການເຂົ້າຮ່ວມຂອງທ່ານ ເຈິ່ນກວກເວື້ອງຜູ້ປະຈຳການຄະນະເລຂາສູນກາງພັກ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນ, ລັດຖະມົນຕີການຕ່າງປະເທດ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ  ປະເທດຊາດ

ທ່ານ ເຈິ່ນກວກເວື້ອງຜູ້ປະຈຳການຄະນະເລຂາສູນກາງພັກ

ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ, ເນັ້ນໜັກວ່າ ກອງປະຊຸມໃຫຍ່ໄດ້ຈັດຕັ້ງໃນສະພາບການ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພ້ອມກັນນັ້ນ, ສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ. ສິ່ງນີ້ວາງອອກບັນດາຄວາມຕ້ອງການໃໝ່ສຳລັບວຽກງານ ການທູດປະຊາຊົນ ແລະ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໂດຍເປັນກຳລັງຫຼັກແຫຼ່ງຂອງ ວຽກງານທາງການທູດປະຊາຊົນ.

ປ່ຽນແປງໃໝ່, ພັດທະນາບົດບາດຫຼັກແຫຼ່ງໃນວຽກງານການທູດປະຊາຊົນ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາ  ປະເທດຊາດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ VI, ອາຍຸການ 2019 – 2024

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈິ່ນກວກເວື້ອງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງ VUFO ໃນຊຸມປີຜ່ານມາ, ປະກອບສ່ວນຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດໃນໂລກ, ຮັກສາ ແລະ ປັບປຸງສິ່ງແວດລ້ອມແຫ່ງຄວາມສັນຕິພາບ, ສະຖຽນລະພາບ, ຍາດແຍງແຫຼ່ງກຳລັງພາຍນອກໃຫ້ແກ່ການພັດທະນາປະເທດຊາດ, ຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງຂອງ ຫວຽດນາມ ໃນສາກົນຢ່າງບໍ່ຢຸດຢັ້ງ.

ເຮັດໃຫ້ຄວາມໝາຍສຳຄັນຈະແຈ້ງຂຶ້ນ, ຄຸນຄ່າຫວຽດນາມ ແລະ ຮ່ວມມືກັບເພື່ອນດ້ວຍໃຈຈິງແມ່ນກຳລັງແຮງ ໝັ້ນຄົງ ແລະ ຍິ່ງໃຫຍ່ຂອງການພົວພັນຕ່າງປະເທດປະຊາຊົນ. ນັ້ນແມ່ນ ຈິດໃຈຂອງບົດສຳພາດຂອງທ່ານນາງ ຫງວຽນ ຖິ້ ບິ່ງ ນັກການທູດຂັ້ນສູງ, ອາດີດຮອງປະທານປະເທດ ຕໍ່ທາງໜັງສືພິມສະໄໝ. ທ່ານນາງ ຫງວຽນ ຖິ້ ບິ່ງ ກ່າວວ່າ: ແຕ່ກ່ອນຮອດປັດຈຸບັນ, ໃນແນວທາງພົວພັນຕ່າງປະເທດຂອງພັກແມ່ນໃຫ້ຄວາມສຳຄັນໃນການພົວພັນຕ່າງປະເທດປະຊາຊົນ. ໃນທຸກໆຍຸກຂອງປະຫວັດສາດຂອງການປະຕະວັດຫວຽດນາມ, ການພົວພັນຕ່າງປະເທດປະຊາຊົນ ລ້ວນແຕ່ຮັກສາກຳລັງແຮງພິເສດ ແລະ ສະແດງບົດບາດໜ້າທີ່ທີ່ຂາດບໍ່ໄດ້ໃນວຽກງານການພົວພັນຕ່າງປະເທດຂອງຫວຽດນາມ. ປະຈຸບັນ, ສະຖານະການໂລກມີຄວາມຜັນແປ, ສັບສົນຫຼາຍ. ແນວທາງການພົວພັນເປີດກ້ວາງ. ຫວຽດນາມພ້ອມເປັນເພື່ອນກັບທຸກໆປະເທດ. ແນວທາງການພົວພັນຕ່າງປະເທດແມ່ນຫຼາຍຝ່າຍ, ຫຼາຍຮູບແບບເຮັດໃຫ້ ການພົວພັນຕ່າງປະເທດປະຊາຊົນ ມີຂອບເຂດການເຄື່ອນໄຫວກວ້າງຂຶ້ນ,ສະດວກສະບາຍຂຶ້ນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.