ພິທີໄຂງານຕະຫຼາດນັດກະສິກຳ ແລະ ຜະລິດຕະພັນ OCOP ເຂດ ໄຕງວຽນ

06:17 | 22/11/2019

ຍສໝ - ມີຜະລິດຕະພັນການກະເສດທີ່ເປັນເອກະລັກສະເພາະຫຼາຍຢ່າງຈະໄດ້ແນະນຳຢູ່ງານຕະຫຼາດນັດກະສິກຳ ແລະ ຜະລິດຕະພັນທີ່ຂຶ້ນກັບໂຄງການພັດທະນາເສດຖະກິດເຂດຊົນນະບົດ ຕາມທິດພັດທະນາກຳລັງແຮງພາຍໃນ ແລະ ເພີ່ມທະວີມູນຄ່າ (OCOP) ເຂດໄຕງວຽນ.

ທີ່ກອງປະຊຸມຖະແຫຼງຂ່າວແນະນຳ “ງານຕະຫຼາດນັດກະສິກຳ ແລະ ຜະລິດຕະພັນ OCOP ເຂດ ໄຕງວຽນ, ແຂວງ ດັກລັກ ປີ 2019” ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 20 ພະຈິກ, ຢູ່ນະຄອນ ບວນມາທັວດ, ແຂວງດັກລັກ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ງານຕະຫຼາດນັດຈະດຳເນີນໃນລະຫວ່າງວັນທີ 28 ພະຈິກ – 3 ທັນວາ, ຄາດວ່າຈະມີ ຮ້ານແນະນຳ, ວາງສະແດງຂາຍຜະລິດຕະພັນ OCOP, ຜະລິດຕະພັນກະເສດທີ່ພົ້ນເດັ່ນຂອງແຕ່ລະທ້ອງຖິ່ນຢູ່ເຂດໄຕງວຽນ 350 ຮ້ານ.

ພິທີໄຂງານຕະຫຼາດນັດກະສິກຳ ແລະ ຜະລິດຕະພັນ OCOP ເຂດ ໄຕງວຽນ

ຜະລິດຕະພັນໝາກໄມ້ໄດ້ວາງສະແດງຢູ່ກອງປະຊຸມສະຫຼຸບ 10 ປີແຫ່ງວັນກໍ່ສ້າງຊົນນະບົດໃໝ່ແຂວງ ດັກລັກ (ພາບ: daklak.gov.vn)

ທ່ານ ດ່າວວັນໂຮ່, ຫົວໜ້າສູນສົ່ງເສີມການຄ້າກະສິກຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ອາດເວົ້າໄດ້ວ່າບັນດາຜະລິດຕະພັນລ້ວນແຕ່ໄດ້ຮັບການຢັ້ງຢືນຄຸນນະພາບ ແລະ ທາງແຂວງກໍ່ພວມຜັນຂະຫຍາຍລາຍການນີ້ຢ່າງຂຸ້ນຂ້ຽວ. ພວກຂ້າພະເຈົ້າຫວັງວ່າ ດ້ວຍລາຍການ ໜຶ່ງຕາແສງໜຶ່ງຜະລິດຕະພັນຂອງ ແຂວງດັກລັກ ຈະສົມທົບກັບງານຕະຫຼາດນັດກະສິກຳ ແລະ ບັນດາຜະລິດຕະພັນ OCOP ໃຫ້ແກ່ເຂດ ໄຕງວຽນ ຢູ່ ດັກລັກ ຄັ້ງນີ້ ຈະແມ່ນກຳລັງໜູນເພື່ອໃຫ້ ແຂວງດັກລັກ ປະຕິບັດໂຄງການ OCOP ຂອງແຂວງຢ່າງມີປະສິດທິຜົນ ແລະ ນຳເອົາຜະລິດຕະພັນຫຼາຍຢ່າງໄປຍັງຕະຫຼາດໃນທົ່ວປະເທດ ແລະ ສາກົນ. ໃນຂອບເຂດງານຕະຫຼາດນັດຍັງຈະມີການເຄື່ອນໄຫວຕ່າງໆຄື: ກອງປະຊຸມ, ກອງປະຊຸມສຳມະນາ, ການພົວພັນການຄ້າ, ເຊື່ອມຕໍ່ຈຳໜ່າຍຜະລິດຕະພັນກະເສດ, ຜະລິດຕະພັນ OCOP.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.