ກຳປູເຈຍ ອອກຄຳສັ່ງຫ້າມຊາວຕ່າງປະເທດເຮັດວຽກ 10 ປະເພດ

06:33 | 03/09/2019

ປັດຈຸບັນ, ກຳປູເຈຍ ມີຊາວຕ່າງປະເທດ ຫລາຍກວ່າ 160.000 ຄົນ ຈາກ 93 ປະເທດ ແລະ ພາກພື້ນ ພວມອາໄສ ແລະ ເຮັດວຽກຢູ່ໃນກຳປູເຈຍ ໂດຍປົກກະຕິແລ້ວ ຊາວຕ່າງປະເທດປະກອບອາຊີບດັ່ງກ່າວ ຕ້ອງຈ່າຍເງິນ 180 ໂດລາສະຫະລັດຕໍ່ປີ ສຳລັບວິຊາ ໃນໄລຍະຍາວ ແລະ ອີກ 130 ໂດລາສະຫະລັດຕໍ່ປີ ສຳລັບບັດ ຫລື ໜັງສືຈ້າງງານ.

ກຳປູເຈຍ ອອກຄຳສັ່ງຫ້າມຊາວຕ່າງປະເທດເຮັດວຽກ 10 ປະເພດ

ພາບປະກອບ

ເມື່ອບໍ່ດົນມານີ້, ທ່ານລັດຖະມົນຕິ ວ່າການກະຊວງ ແຮງງານ ແລະ ເຝິກອາຊີບກຳປູເຈຍ ໄດ້ອອກຄຳສັ່ງ ຫ້າມຊາວຕ່າງປະເທດ ປະກອບອາຊີບ 10 ປະເພດ ພາຍໃນປະເທດນີ້ ຖ້າຫາກຜູ້ໃດ ລະເມີດຄຳສັ່ງ ດັ່ງກ່າວ ຈະຖືກປັບໃໝ ແລະ ລົງໂທດ ຕາມກົດໝາຍ ແຮງງານ ແລະ ກົດຂໍ້ບັງຄັບຕ່າງໆ. ໃນ 10 ປະເພດດັ່ງກ່າວ ລວມມີອາຊີບ: ຄົນຂັບລົດເທັກຊີ, ລົດຕຸກໆ ແລະ ລົດສາມລໍ້; ຊ່າງເສີມສວຍ, ຄົນຂາຍສິນຄ້າ ຢູ່ຕາມທ້ອງຖະໜົນ; ພະນັກງານນວດບຳບັດ ຕາມສະຖານທີ່ ສາທາລະນະ; ຄົນຍິບເກີບ; ຊ່າງຕັດເຄື່ອງ; ຊ່າງສ້ອມແປງລົດ; ຜູ້ຜະລິດເຄື່ອງ ທີ່ລະນຶກ ກຳປູເຈຍ; ຜູ້ຜະລິດພະພຸດທະຮູບ ແລະ ເຄື່ອງດົນຕີ ກຳປູເຈຍ ແລະ ຊ່າງຄຳ, ຊ່າງເຈຍລະໄນ ເຄື່ອງອັນຍາມະນີ. ກະຊວງແຮງງານ ແລະ ເຝິກອາຊີບ ຈະບໍ່ອະນຸຍາດ ຫລືຂະຫຍາຍ ເວລາບັດ ຫລືໜັງສື ຈ້າງງານ ໃຫ້ແກ່ຊາວຕ່າງປະເທດ ທີ່ກຳລັງປະກອບ ທຸລະກິດ ດັ່ງກ່າວ. ປັດຈຸບັນ, ກຳປູເຈຍ ມີຊາວຕ່າງປະເທດ ຫລາຍກວ່າ 160.000 ຄົນ ຈາກ 93 ປະເທດ ແລະ ພາກພື້ນ ພວມອາໄສ ແລະ ເຮັດວຽກຢູ່ໃນກຳປູເຈຍ ໂດຍປົກກະຕິແລ້ວ ຊາວຕ່າງປະເທດປະກອບອາຊີບດັ່ງກ່າວ ຕ້ອງຈ່າຍເງິນ 180 ໂດລາສະຫະລັດຕໍ່ປີ ສຳລັບວິຊາ ໃນໄລຍະຍາວ ແລະ ອີກ 130 ໂດລາສະຫະລັດຕໍ່ປີ ສຳລັບບັດ ຫລື ໜັງສືຈ້າງງານ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.