ຫວຽດ​ນາ​ມ ​ເຂົ​້າ​ຮ່ວມ​ຊຸ​ກ​ຍູ້, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່​ຄະ​ນະ​ກຳ​ມະ​ການ 3, ສະ​ມັດ​ຊາ​ໃຫ​ຍ່​ ສ​ປ​ຊ

06:15 | 23/10/2019

ຍສໝ - ທ່ານ ດັ້ງດິງກຸຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຮຽກຮ້ອງໃຫ້ບັນດາປະເທດຊຸກຍູ້ການໂອ້ລົມສົນທະນາ ແທນ ການສູ້ຢັນກັນ, ປຶກສາຫາລືແທນການ ຈັດວາງ, ຮ່ວມແຮງຮ່ວມໃຈຊຸກຍູ້ ແລະ ຮັບປະກັນສິດທິມະນຸດ.

ຫວຽດ​ນາ​ມ ​ເຂົ​້າ​ຮ່ວມ​ຊຸ​ກ​ຍູ້, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່​ຄະ​ນະ​ກຳ​ມະ​ການ 3, ສະ​ມັດ​ຊາ​ໃຫ​ຍ່​ ສ​ປ​ຊ

ຫວຽດ​ນາ​ມ ​ເຂົ​້າ​ຮ່ວມ​ຊຸ​ກ​ຍູ້, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢູ່​ຄະ​ນະ​ກຳ​ມະ​ການ 3, ສະ​ມັດ​ຊາ​ໃຫ​ຍ່​ ສ​ປ​ຊ.(ພາບ:baoquocte.vn)

ແຕ່ ປີ 2014, ຢູ່ ສະພາສິດທິມະນຸດ, ຫວຽດນາມພ້ອມກັບ ບັງກະລາເທດ ແລະ ຟິລິບປິນ ເປັນປະເທດຮ່ວມຮຽບຮຽງມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ດ້ວຍຈຸດສຸມກ່ຽວກັບເດັກນ້ອຍ, ແມ່ຍິງ ແລະ ຜູ້ເສຍອົງຄະ. ໃນປີ 2019 ຫວຽດນາມ ໄດ້ເຂົ້າຮ່ວມອານຸສັນຍາເລກທີ 98 ຂອງອົງການຈັດຕັ້ງແຮງງານສາກົນກ່ຽວກັບການຈັດວາງບັນດາມາດຕະການຂອງສິດຈັດຕັ້ງ ແລະ ການ ປຶກສາຫາລືລວມໝູ່, ເຂົ້າຮ່ວມຄຳໝັ້ນສັນຍາສະໝັກໃຈທົ່ວໂລກກ່ຽວກັບສິດຂອງເດັກນ້ອຍ ແລະ ຖະແຫຼງການໂຮງຮຽນທີ່ປອດໄພ.

ທ່ານ ດັ້ງດິງກຸຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນພ້ອມກັນຕັດສິນໃຈໃຫ້ຄຳໝັ້ນສັນຍາຍົກສູງບົດບາດ ແລະ ກຳລັງຄວາມສາມາດຂອງ ສປຊ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ປະຕິບັດການຫັນຄຳໝັ້ນສັນຍາກ່ຽວກັບການສ້າງອະນາຄົດທີ່ສົດໃສກ່ວາອີກໃຫ້ແກ່ທຸກຄົນໃຫ້ປະກົດຜົນເປັນຈິງ.

ໃນຂອບເຂດກອງປະຊຸມຄັ້ງທີ 74 ຂອງ ສະມັດຊາໃຫຍ່ ສປຊ, ຄະນະກຳມະການ 3 ກ່ຽວກັບບັນດາບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳ ໄດ້ຈັດການປະຊຸມໃນລະຫວ່າງວັນທີ 1 ຕຸລາ – 21 ພະຈິກ ເພື່ອປຶກສາຫາລືບັນດາເນື້ອໃນທີ່ກ່ຽວຂ້ອງເຖິງສິດທິມະນຸດຄື: ການພັດທະນາສັງຄົມ, ຄວາມກ້າວໜ້າຂອງແມ່ຍິງ, ສິດຂອງ ເດັກນ້ອຍ, ແລະ ສິດຂອງຜູ້ມີອາຍຸສູງຢ່າງຮອບດ້ານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.