ຊຸກ​ຍູ້ ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ​ໃຫ່​ມ ລະ​ຫວ່າງຫວຽດ​ນາມ ແລະ UAE

06:18 | 17/10/2019

ຍສໝ - ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈີ່ນຕວນແອງ ໄດ້ສະເໜີບັນດາວິສາຫະກິດ UAE ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມໃນຂົງເຂດຕ່າງໆຄື: ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ, ການບໍລິການ logistics, ນ້ຳມັນອາຍແກດ, ພະລັງງານຜະລິດຄືນໃໝ່...

ຊຸກ​ຍູ້ ບັນ​ດາ​ຂົງ​ເຂດ​ການ​ລົງ​ທຶນ​ໃຫ່​ມ ລະ​ຫວ່າງຫວຽດ​ນາມ ແລະ UAE

ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈີ່ນຕວນແອງ.(ພາບ:TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເສດຖະກິດແຫ່ງ UAE Sheikh Sultan Bin Saeed Al Mansouri ຖືວ່າ: ທ່າແຮງບົ່ມຊ້ອນ, ກາລະໂອກາດແຫ່ງການລົງທຶນຢູ່ ຫວຽດນາມຍັງມີຫຼາຍຢູ່, ນອກຈາກບັນດາຂົງເຂດທີ່ໄດ້ລົງທຶນຄື: ການບໍລິການ logistic, ທ່າກຳປັ່ນທະເລ, ອະສັງຫາລິມະຊັບ…, ໃນມໍ່ໆນີ້, UAE ຈະຄົ້ນຄວ້າ, ຊອກຮູ້ການລົງທຶນຢູ່ ຂົງເຂດເສດຖະກິດດີຈີຕອນ, ເສດຖະກິດພູມປັນຍາ, ການທ່ອງທ່ຽວ, ການປຸງແຕ່ງສະບຽງອາຫານ.

ທີ່ການຕ້ອນຮັບ, ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດນາມ ເຈີ່ນຕວນແອງ ກໍ່ໄດ້ເນັ້ນໜັກວ່າ: ຫວຽດນາມຍາມໃດກໍ່ຊົມເຊີຍ, ສົ່ງເສີມ ແລະ ພ້ອມແລ້ວທີ່ຈະສ້າງທຸກເງື່ອນໄຂສະດວກໃຫ້ແກ່ ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ, ມີບັນດາວິສາຫະກິດ UAE ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມໃນຂົງເຂດຕ່າງໆຄື: ການພັດທະນາພື້ນຖານໂຄງລ່າງດ້ານພະລັງງານ, ການບໍລິການ logistics, ນ້ຳມັນອາຍແກດ, ພະລັງງານຜະລິດຄືນໃໝ່, ການປະຢັດພະລັງງານ, ບັນດາຂະແໜງອຸດສະຫະກຳສະໜັບສະໜູນ, ການຜະລິດວັດຖຸອຸປະກອນ…

(ໄຊພອນ)

ເຫດການ
302 Found

Found

The document has moved here.