ເງິນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 8 ເດືອນ ບັນລຸ 22,63 ຕື້ ໂດລາສະຫະລັດ

20:44 | 03/09/2019

ຍສໝ - ໃນໄລຍະ 8 ເດືອນ ໄດ້ມີການຈົດທະບຽນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 22,63 ຕື້ ໂດລາສະຫະລັດ.

ເງິນລົງທຶນຂອງຕ່າງປະເທດເຂົ້າສູ່ຫວຽດນາມ 8 ເດືອນ ບັນລຸ 22,63 ຕື້ ໂດລາສະຫະລັດ

ພາບປະກອບ

ກົມການລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ຫາກໍ່ຖະແຫຼງຢ່າງເປັນທາງການວ່າ: ໃນໄລຍະ 8 ເດືອນຂອງ ປີ 2019 ລວມຍອດເງິນລົງທຶນຂອງຕ່າງປະເທດ ປະກອບມີການປັບປຸງຄືນ, ການອະນຸຍາດໃຫມ່ ແລະ ການລົງທຶນແບບການເຕົ້າໂຮມທຶນ, ການຊື້ຫຸ້ນ ເຂົ້າສູ່ຫວຽດນາມໄດ້ບັນລຸ 22,63 ຕື້ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເທົ່າກັບ 92,9%. ໃນນັ້ນ ປະກອບມີ 2.406 ໂຄງການທີ່ຫາກໍ່ໄດ້ຮັບໃບອານຸຍາດການລົງທຶນໃໝ່, ເພີ່ມຂຶ້ນ 25,4% ຂອງໂຕເລກການລົງທຶນທັງໝົດທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ຍ້ອນສາຍເຫດທີ່ບໍ່ມີໂຄງການລົງທຶນຂະໜາດໃຫຍ່ ເພາະສະນັ້ນລວມຍອດເງິນລົງທຶນທີ່ອອກອານຸຍາດໃໝ່ຈິ່ງບັນລຸພຽງແຕ່ 9,13 ຕື້ ໂດລາສະຫະລັດ ທຽບໃສ່ໄລຍະດຽວກັນຂອງປີ 2018 ແມ່ນຫຼຸດລົງ 32,3%.

ນອກຈາກນີ້ຍັງມີໂຄງການປັບປຸງຄືນຕົວເລກເງິນລົງທຶນ ຈຳນວນ 908 ໂຄງການ ດ້ວຍຕົວເລກເພີ່ມຂຶ້ນເກືອບຮອດ 4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ23,4% ຂອງໂຕເລກໂຄງການທັງໝົດ ແລະ ຫຼຸດລົງ 32,3% ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ເງິນລົງທຶນແບບການເຕົ້າໂຮມທຶນ, ການຊື້ຫຸ້ນຍັງຄົງສືບຕໍ່ມີທ່າອ່ຽງເພີ່ມຂຶ້ນໄວ. ຕົວຈິງແລ້ວ ໃນໄລຍະ 8ເດືອນທີ່ຜ່ານມາ ໄດ້ມີນັກລົງທຶນຕ່າງປະເທດ ເຂົ້າມາຊື້ຫຸ້ນ ແລະ ການເຕົ້າໂຮມທຶນຈຳນວນ 5,235 ຄັ້ງ ໂດຍລວມຍອດການລົງທຶນສົມທົບທັງໝົດເທົ່າກັບ 9,51 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ 80% ຖ້າທຽບໃສ່ໄລຍະດຽວກັນຂອງປີ2018 ແລະ ກວມ 42% ຂອງ ທຶນຈົດທະບຽນທັງໝົດ.

ລາຍງານຂອງກົມການລົງທຶນຕ່າງປະເທດຍັງໃຫ້ຮູ້ວ່າ ໃນຂະນະທີ່ທຶນຈົດທະບຽນຫຼຸດລົງ ແຕ່ເງິນລົງທຶນຂອງການຕ່າງປະເທດ ປະຕິບັດໄດ້ຕາມຄາດໝາຍກະຕວງ 11,96 ຕື້ ໂດລາສະຫະລັດ ເພີ່ມຂຶ້ນ6,3% ຖ້າທຽບໃສ່ໄລຍະດຽວຂອງປີ 2018. ໃນບົດລາຍງານ ຂອງກົມການລົງທຶນຕ່າງປະເທດຍັງໃຫ້ຮູ້ອີກວ່າ ຕັ້ງແຕ່ຕົ້ນປີຈົນເຖິງປະຈຸບັນ ບັນດານັກລົງທຶນຂອງຕ່າງປະເທດໄດ້ລົງທຶນເຂົ້າຈຳນວນ 19 ຂົງເຂດ ເຊິ່ງການລົງທຶນສ່ວນໃຫຍ່ມຸ່ງເນັ້ນໄປຍັງຂົງເຂດອຸດສາຫະກຳປຸງແຕ່ງ, ການຜະລິດ ດ້ວຍລວມຍອດການລົງທຶນບັນລຸ 15,74 ຕື້ ໂດລາສະຫະລັດ ກວມ 69,6% ຂອງທຶນຈົດທະບຽນທັງໝົດ.

ຂົງເຂດການລົງທຶນດ້ານສັງຫາລິມະຊັບ ໄດ້ຢືນຢູ່ອັນດັບສອງ ດ້ວຍເງິນລົງທະບຽນທັງໝົດ 2,31 ຕື້ ໂດລາສະຫະລັດກວມ 10,2 % ຂອງທຶນຈົດທະບຽນທັງໝົດ. ສຳລັບອັນດັບທີ່ສາມແມ່ນຕົກເປັນຂອງຂົງເຂດຄ້າຂາຍ, ຂາຍຍ່ອຍດ້ວຍເງິນລົງທຶນຈົດທະບຽນທັງໝົດເກືອບ 1,19 ຕື້ ໂດລາສະຫະລັດ ກວມ 5,2% ຂອງເງິນຈົດທະບຽນ.

ຖ້າຄິດໄລ່ຕາມຄູ່ຮ່ວມມືລົງທຶນ ໃນຂອບເຂດທົ່ວໂລກມີ 103 ປະເທດ ໄດ້ເຂົ້າມາລົງທຶນໃນປະເທດຫວຽດນາມ ໃນນັ້ນ ຮົ່ງກົງ ເປັນຜູ່ນຳໜ້າດ້ວຍຕົວເລກເງິນລົງທຶນ 5,63 ຕື້ ໂດລາສະຫະລັດ (ໃນນັ້ນປະກອບມີ 3,85ຕື້ ໂດລາສະຫະລັດ ທີ່ຊື້ຫຸ້ນສ່ວນນຳບໍລິສັດ Vietnam Beverage ຈໍາກັດ ທີ່ຮ່າໂນ້ຍ) ກວມ 24,9% ຂອງເງິນລົງທຶນທັງໝົດ. ເກົາຫຼີໃຕ້ ໄດ້ຢືນຢູ່ອັນດັບທີສອງ ດ້ວຍເງິນລົງທຶນທັງໝົດ 3,48 ຕື້ ໂດລາສະຫະລັດ ກວມ 15,4% ຂອງເງິນລົງທຶນທັງໝົດເຂົ້າສູ່ກວຽດນາມ. ສຳຫຼັບອັນດັບທີສາມໄດ້ແກ່ສິງກະໂປ ດ້ວຍເງິນລົງທຶນຈົດທະບຽນທັງໝົດ 3,27 ຕື້ ໂດລາສະຫະລັດ ກວມ 14,5% ຂອງເງິນລົງທຶນທັງໝົດ. ຈີນ ແລະ ຍີ່ປຸ່ນ ຢູ່ໃນອັນດັບທີສີ່ ແລະ ຫ້າຕາມລຳດັບ ໂດຍມີທຶນຈົດທະບຽນລວມ 2,78 ຕື້ ໂດລາສະຫະລັດ ແລະ 2,34 ຕື້ ໂດລາສະຫະລັດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.