ຫວຽດນາມ ແລະ ກໍາປູເຈຍ ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ັ້ງທີ 6

16:09 | 23/07/2019

ຍສໝ - ເມື່ອມໍ່ໆມານີ້, ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກໍາປູເຈຍ, ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ທ່ານນາງ Eat Sophea ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກໍາປູເຈຍ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 6.

ສອງຝ່າຍສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານຫວຽດນາມ-ກໍາປູເຈຍ ກໍາລັງໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ... ການຮ່ວມມືດ້ານເສດຖະກິດ-ການຄ້າເຕີບໂຕຢ່າງແຮງ, ດ້ວຍວົງເງິນການຄ້າສອງສົ້ນບັນລຸ 4,7 ຕື້ໂດລາສະຫະລັດໃນປີ 2018, ຫວຽດນາມ ແມ່ນໜຶ່ງໃນ 5 ປະເທດລົງທຶນໃຫຍ່ທີ່ສຸດຢູ່ ກໍາປູເຈຍ ດ້ວຍ 211 ໂຄງການ, ລວມມູນຄ່າກວ່າ 3 ຕື້ໂດລາສະຫະລັດ.

ຫວຽດນາມ ແລະ ກໍາປູເຈຍ ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ັ້ງທີ 6

ທ່ານ ຫງວຽນກ໊ວກຢູງ ແລະ ທ່ານນາງ Eat Sophea ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກໍາປູເຈຍ. (ພາບ: vov.vn)

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນດ້ານການຄ້າ, ເປັນຕົ້ນແມ່ນການຄ້າເຂດຊາຍແດນ, ຍູ້ແຮງການເຊື່ອມຈອດບັນດາດ່ານຊາຍແດນ ແລະພັັດທະນາພື້ນຖານໂຄງລ່າງຢູ່ເຂດຊາຍແດນ, ສູ້ຊົນນໍາວົງເງິນການຄ້າສອງສົ້ນເພີ່ມຂຶ້ນສູງກວ່າ 5 ຕື້ໂດລາສະຫະລັດ... ຕີລາຄາສູງກົນໄກປຶກສາຫາລືດ້ານການເມືອງ, ຕົກລົງຊຸກຍູ້ການພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດຫວຽດນາມ ແລະ ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນກໍາປູເຈຍ ກວ່າອີກເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະສົມທົບກັນໃນການປະຕິບັດວຽກງານ; ໃນຕໍ່ໜ້າແມ່ນສົມທົບກັນຈັດຕັ້ງສຳເລັດກອງປະຊຸມຄັ້ງທີ 17 ຂອງຄະນະກໍາມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະວິທະຍາສາດເຕັກນິກໃນປີ 2019. ສອງຝ່າຍກໍ່ແບ່ງປັນ ແລະເຫັນດີເປັນເອກະພາບສູງກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.