ການໃຫ້ຄຳແນະນຳກ່ຽວກັບນະໂຍບາຍດ້ານການກະສິກຳໃຫ້ແກ່ບັນດາປະເທດລຸ່ມແມ່ນ້ໍາຂອງ

17:06 | 16/07/2019

ຍສໝ - ຜູ້ຕາງຫນ້າຂອງຂະແຫນງກະສິກໍາ 4 ປະເທດ: ກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ ໄດ້ລົງນາມໃນການຮ່ວມມືເພື່ອປະຕິບັດໂຄງການຄົ້ນຄວ້າ ແລະ ແນະນຳກ່ຽວກັບ ນະໂຍບາຍດ້ານກະສິກໍາໃຫ້ແກ່ ບັນດາປະເທດໃນເຂດລຸ່ມແມ່ນ້ໍາຂອງ

ການໃຫ້ຄຳແນະນຳກ່ຽວກັບນະໂຍບາຍດ້ານການກະສິກຳໃຫ້ແກ່ບັນດາປະເທດລຸ່ມແມ່ນ້ໍາຂອງ

ບັນດາປະເທດລຸ່ມແມ່ນ້ຳຂອງເຊັນລົງນາມໃນສັນຍາ ການພັດທະນາເຄືອຂ່າຍ NARDT ໃນລະດັບພາກພື້ນ.(ພາບ:ສຳນັກຂ່າວຫວຽດນາມ)

ໃນຕອນເຊົ້າວັນທີ 16 ກໍລະກົດ ຢູ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນນະໂຍບາຍ ແລະ ຍຸດທະສາດ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດໄດ້ຮ່ວມມືກັບກອງທຶນພັດທະນາກະສິກໍາສາກົນ (IFAD). ໄດ້ຈັດກອງປະຊຸມສຳມະນາເລີ່ມໂຄງການ "ເຄືອຂ່າຍການຄົ້ນຄວ້າ ແລະໃຫ້ການປຶກສາດ້ານນະໂຍບາຍກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ບັນດາປະເທດເຂດລຸ່ມແມ່ນ້ໍາຂອງ" (NARDT).

ໂຄງການ NARDT ດ້ວຍຈຸດປະສົງໃນການຊຸກຍູ້ການຮ່ວມມືໃນວຽກງານການຄົ້ນຄວ້າ, ເຈລະຈາ, ປັບປຸງຄຸນນະພາບ, ປະສິດທິພາບຂອງການຄົ້ນຄວ້າ, ປຸກລະດົມ ແລະ ຈັດຕັ້ງປະຕິບັດນະໂຍບາຍດ້ານກະສິກຳ ແລະ ພັດທະນາຊົນນະບົດ ຢູ່ບັນດາປະເທດ: ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ. ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຟູ່ ດຶກ ຕ໋ຽນ, ໃນພາກພື້ນອາຊຽນ, ຫວຽດນາມ, ມຽນມາ, ລາວ ແລະ ກໍາປູເຈຍ ຂະແຫນງກະສິກໍາ ຍັງມີບົດບາດສໍາຄັນໃນການພັດທະນາເສດຖະກິດ ແລະ ຄວາມຫມັ້ນຄົງດ້ານສັງຄົມ.

ໃນຊຸມປີຜ່ານມານີ້, ການຜະລິດກະສິກໍາຂອງບັນດາປະເທດລຸ່ມແມ່ນຳ້ຂອງ ມີການປັບປຸງດີຂື້ນ, ແຕ່ຍັງມີຄວາມຫຍຸ້ງຍາກຫຼາຍ ຍ້ອນຊັບພະຍາກອນມີຄວາມຈໍາກັດ, ປະສິດທິພາບແຮງງານໃນຂະແໜງກະສິກຳຍັງຕໍ່າ ແລະ ການຂະຫຍາຍຕົວທາງດ້ານການກະສິກໍາຫຼຸດລົງ, ຄວາມແຕກຕ່າງດ້ານລາຍຮັບ ແລະ ຊີວິດການເປັນຂອງປະຊາຊົນຢູ່ໃນຕົວເມືອງແລະຊົນນະບົດຍັງສູງຢູ່.

ບັນດາປະເທດໃນພາກພື້ນລຸ່ມແມ່ນ້ໍາຂອງໄດ້ ແລະ ກຳລັງຈັດຕັ້ງປະຕິບັດ ການປະຕິຮູບນະໂຍບາຍຢ່າງມີປະສິດທິພາບ. ຕົວຢ່າງເຊັ່ນ, ປະເທດ ກໍາປູເຈຍ ມີປະສົບການທີ່ດີໃນການພັດທະນາເຄື່ອງໝາຍການຄ້າຂອງເຂົ້າສານຄຸນະພາບສູງ, ສ້າງຕ່ອງໂສ້ມູນຄ່າສອດແຊກເຂົ້າໃນຕະຫຼາດຊັ້ນສູງ. ປະເທດລາວ ມີບົດຮຽນຫຼາຍໃນການພັດທະນາການຜະລິດກະສິກໍາປອດສານພິດ, ກະສິກໍາແບບຍືນຍົງ. ປະເທດມຽນມາ ມີບົດຮຽນຢ່າງຫຼວງຫຼາຍໃນການພັດທະນາຊົນນະບົດໂດຍການມີສ່ວນຮ່ວມ ຂອງຊຸມຊົນ.

ການໃຫ້ຄຳແນະນຳກ່ຽວກັບນະໂຍບາຍດ້ານການກະສິກຳໃຫ້ແກ່ບັນດາປະເທດລຸ່ມແມ່ນ້ໍາຂອງ

ທ່ານ ຟູ່ ດຶກ ຕ໋ຽນ ກ່າວຄຳເຫັນໃນກອງປະຊຸມສຳມະນາ.(ພາບ:ສຳນັກຂ່າວຫວຽດນາມ)

ທ່ານຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ຟູ່ ດຶກ ຕ໋ຽນ ຫວັງເປັນຢ່າງຍິ່ງວ່າ: ໂດຍຜ່ານໂຄງການນີ້, ຫວຽດນາມ ຕ້ອງການໃຫ້ບັນດາປະເທດເພີ່ມທະວີການຮ່ວມມື ແບ່ງປັນປະສົບການທີ່ດີ ໃນການພັດທະນາກະສິກໍາ ແລະ ການພັດທະນາຊົນນະບົດ ລະຫວ່າງບັນດາປະເທດລຸ່ມແມ່ນໍ້າຂອງຜ່ານເຄືອຂ່າຍທີ່ປຶກສາດ້ານນະໂຍບາຍຢ່າງກວ້າງຂວາງບໍ່ພຽງແຕ່ຈາກອົງການຂອງລັດເທົ່ານັ້ນ, ແຕ່ຍັງຈາກ ອົງການທີ່ບໍ່ຂື້ນກັບລັດຖະບານ ແລະ ພາກສ່ວນເອກກະຊົນ ຢູ່ ກໍາປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ.

ການແບ່ງປັນປະສົບການຈະບໍ່ພຽງແຕ່ຢູ່ໃນບັນດາປະເທດລຸ່ມແມ່ນ້ໍາຂອງເທົ່ານັ້ນ, ແຕ່ຍັງສາມາດຮຽນຮູ້ປະສົບການຈາກປະເທດຕ່າງໆໃນພາກພື້ນອາຊຽນ ແລະ ໃນໂລກ.ຄຽງຄູ່ກັບການຍົກສູງຄວາມສາມາດຂອງການຄົ້ນຄວ້າ ແລະ ການສ້າງນະໂຍບາຍ ໃຫ້ແກ່ຫນ່ວຍງານຫຼັກໃນໂຄງການນີ້ ແລະ ຫນ່ວຍງານທີ່ເຂົ້າຮ່ວມໃນເຄືອຂ່າຍພາກພື້ນ.

"ໂດຍມີການຊ່ວຍເຫຼືອຂອງ IFAD ແລະ ການປະສານສົມທົບ ຢ່າງຕັ້ງໜ້າ ລະຫວ່າງບັນດາປະເທດ, ໂຄງການນີ້ຈະຊ່ວຍປັບປຸງຍົກສູງປະສິດທິຜົນຂອງນະໂຍບາຍ ໃນປະເທດລຸ່ມແມ່ນ້ໍາຂອງ, ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມື, ຊຸກຍູ້, ສົ່ງເສີມການພັດທະນາເຄື່ອງໝາຍການຄ້າ ແລະ ລົງທຶນຢ່າງມີປະສິດທິຜົນ, ມີຄວາມຮັບຜິດຊອບ ລະຫວ່າງບັນດາປະເທດ ໃນຂົງເຂດກະສິກໍາ ແລະ ການພັດທະນາຊົນນະບົດ ", ທ່ານຮອງລັດຖະມົນຕີ ຟູ່ ດຶກ ຕ໋ຽນ ເນັ້ນຫນັກ.

ທ່ານ Thomas Rath , ຜູ້ຮັບຜິດຊອບບັນດາປະເທດລຸ່ມແມ່ນຳ້ຂອງ, ກອງທຶນພັດທະນາກະສິກໍາສາກົນກ່າວວ່າ: ໂຄງການນີ້ສະຫນັບສະຫນູນການກໍ່ສ້າງ ແລະ ພັດທະນາເຄືອຂ່າຍ NARDT ໃນພາກພື້ນແລະ ໃນແຕ່ລະປະເທດ ຈະເສີມຂະຫຍາຍການຮ່ວມມື ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ແຕ່ລະພາກສ່ວນ ມີສ່ວນຮ່ວມຢ່າງກວ້າງຂວາງໃນຂະບວນການຄົ້ນຄວ້າ ແລະ ສ້າງນະໂຍບາຍດ້ານກະສິກຳ ແລະ ການພັດທະນາຊົນນະບົດ.

ແຕ່ລະພາກສ່ວນ ຈະແບ່ງປັນຄວາມຮູ້ຜ່ານການແລກປ່ຽນຂໍ້ມູນ ແລະ ການປຸກລະດົມນະໂຍບາຍ; ຍົກສູງຄວາມຮູ້, ຄວາມອາດສາມາດ ໃຫ້ແກ່ອົງ ແລະ ບຸກຄົນ ຄົ້ນຄວ້ານະໂຍບາຍ; ດໍາເນີນການຄົ້ນຄວ້າຮ່ວມກັນ ແລະ ປຶກສາຫາລືດ້ານນະໂຍບາຍເພື່ອແກ້ໄຂບັນຫາດ້ານກະສິກໍາ ແລະ ພັດທະນາຊົນນະບົດໃນພາກພື້ນ.

ໃນກອງປະຊຸມສຳມະນາ, ຕາງຫນ້າກອງທືນພັດທະນາກະສິກຳ ສາກົນ (IFAD) ແລະ ສະມາຊິກຜູ້ກໍ່ັ້ງ ເຄືອຂ່າຍ NARDT ເຊິ່ງປະກອບມີ: ສະຖາບັນ ນະໂຍບາຍ ແລະ ພັດທະນາກະສິກໍາຊົນນະບົດ (IPSARD), ສູນຄົ້ນຄວ້າ ແລະ ພັດທະນາເສດຖະກິດ ແລະ ສັງຄົມ ຢູ່ ມຽນມາ (CESD), ສະຖາບັນຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ແຫ່ງຊາດລາວ (NAFRI), ສະຖາບັນຄົ້ນຄ້ວາການພັດທະນາຊັບພະຍາກອນມະນຸດ ຢູ ກຳປູເຈຍ (CDRI) ຮ່ວມມືລົງນາມໃນສັນຍາການພັດທະນາເຄືອຂ່າຍ NARDT ໃນລະດັບພາກພື້ນ ຢູ່ແຕ່ລະປະເທດ.

(ຫັດ​ທະ​ບູນ)

ເຫດການ