ພິທີອັດວັນບຸນວິສາຂະບູຊາ Vesak 2019

06:27 | 15/05/2019

ຍສໝ - ໃນຕອນເຊົ້າຂອງວັນທີ 14 ພຶດສະພາ, ພິທີອັດວັນບຸນວິສາຂະບູຊາສະຫະປະຊາຊາດ - Vesak 2019 ໄດ້ດຳເນີນຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ, ແຂວງຮ່ານາມ ສສ ຫວຽດນາມ.

ພິທີອັດວັນບຸນວິສາຂະບູຊາ Vesak 2019

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ກ່າວຄຳເຫັນທີ່ພິທີອັດວັນບຸນວິສາຂະບູຊາ Vesak 2019. (ພາບ: tuoitre.vn)

ເຂົ້າຮ່ວມພິທີອັດວັນບຸນວິສາຂະບູຊາ Vesak 2019 ມີການນຳຫວຽດນາມ, ການນຳບັນດາປະເທດ; ບັນດາຜູ້ມີຍົດສັກຕຳແໜ່ງທາງສາສະໜາພຸດ, ອົງການຈັດຕັ້ງພຸດທະສາສະໜາຂອງບັນດາປະເທດ, ເຂດແຄ້ວນໃນໂລກ ແລະ ຫວຽດນາມ; ບັນດາພະສົງສຳມະເນນ, ພຸດທະສາສະນິກກະຊົນຢູ່ພາຍໃນ ແລະ ຕ່າງປະເທດ.

ກ່າວຄຳເຫັນທີ່ພິທີອັດວັນບຸນວິສາຂະບູຊາ Vesak 2019, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກວ່າ: “ຫວຽດນາມ - ປະເທດທີ່ຮັກຫອມສັນຕິພາບ, ສືບຕໍ່ຍົກສູງວັດທະນະທຳມະນຸດສາດ, ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຂອງວັນບຸນ Vesak 2019 ເປັນສຳຄັນ; ເຊື່ອມຕໍ່ກຳລັງແຮງ, ນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນ, ຄວາມມານະພະຍາຍາມ, ພ້ອມກັນກະທຳ… ຂອງບັນດາຜູ້ເປັນລູກຂອງພະພຸດທະເຈົ້າໃນທົ່ວໂລກ, ເພື່ອສັນຕິພາບ, ການຮ່ວມມື ແລະ ຄວາມກ້າວໜ້າໃນສັງຄົມ. ຍາມໃດຫວຽດນາມກໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍແມ່ນເຄົາລົບ ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສສາສະໜາ ແລະ ບັນດາສາສະໜາຢູ່ຫວຽດນາມຍາມໃດກໍ່ມີຄວາມສະໜິດຕິດພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ”.

ທີ່ພິທີອັດວັນບຸນວິສາຂະບູຊາ Vesak 2019, ຄະນະຈັດຕັ້ງວັນບຸນ Vesak ຫວຽດນາມ 2019 ໄດ້ອອກຖະແຫຼງການຮ່ານາມ. ໃນຖະແຫຼງການລວມຮ່ານາມໄດ້ໃຫ້ຄຳໝັ້ນສັນຍາຈະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງຫະປະຊາຊາດຢ່າງຄົບຖ້ວນ; ແບ່ງປັນຄວາມຮັບຜິດຊອບຕໍ່ສັງຄົມໃຫ້ຫຼາຍກວ່າອີກເພື່ອແນໃສ່ສະໜັບສະໜູນ, ກໍ່ສ້າງ, ຮັກສາ ແລະ ພັດທະນາບັນດາສັງຄົມແບບຍືນຍົງ. ຖະແຫຼງການເນັ້ນໜັກເຖິງວິທີການສຳຜັດການເຈລະຈາ ແລະ ບໍ່ໃຊ້ຄວາມຮຸນແຮງໃນການສ້າງສັນຕິພາບ…

(ໄຊພອນ)

Tags: Vesak
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ