ຫວຽດນາມ ຕີລາຄາສູງບັນດາຄຸນຄ່່າຄຸນສົມບັດອັນດີງາມຂອງບັນດາສາສະໜາ ໃນນັ້ນ ມີສາສະໜາພຸດ

11:25 | 13/05/2019

ຍສໝ - ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າວັນບຸນວິສາຂະບູຊາ Vesak ສປຊ ຖືກຈັດຂຶ້ນປະຈໍາປີນັ້ນກໍ່ແມ່ນກາລະໂອກາດເພື່ອເຊີດຊູ ແລະ ອາໄລຫາພະພຸດທະເຈົ້າ.

ຫວຽດນາມ ຕີລາຄາສູງບັນດາຄຸນຄ່່າຄຸນສົມບັດອັນດີງາມຂອງບັນດາສາສະໜາ ໃນນັ້ນ ມີສາສະໜາພຸດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ຂວາ). ພາບ: TTXVN

ໃນຕອນຄໍ່າຂອງວັນທີ 11 ພຶດສະພາ 2019, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເປັນເຈົ້າພາບງານລ້ຽງບັນດາປະມຸກລັດ, ການນໍາສະຫະປະຊາຊາດ (ສປຊ), ບັນດາອົງການຈັດຕັ້ງສາກົນ, ຜູ້ຕາງໜ້າຄະນະພຸດທະສາສະໜາບັນດາປະເທດ, ສະຖານທູດບັນດາປະເທດ ປະຈໍາຫວຽດນາມ, ອົງການຈັດຕັ້ງສາກົນ ວັນບຸນວິສາຂະບູຊາ Vesak ສປຊ, ສະມາຄົມພຸດທະສາສະໜາຫວຽດນາມ ພວມມີໜ້າເຂົ້າຮ່ວມວັນບຸນວິສາຂະບູຊາ Vesak ສປຊ 2019 ຢູ່ຫວຽດນາມ.

ບັນດາແຂກຜູ້ມີໜ້າຢູ່ທີ່ນີ້ ແມ່ນນັກການທູດຜູ້ສັດຊື່ ແລະ ໜ້າເຄົາລົບເຊິ່ງພວມຮ່ວມພັນກັນ ເພາະວ່າແນວຄວາມຄິດຂອງພຸດທະສາສະໜາໃນການແກ້ໄຂບັນດາບັນຫາມີຜົນສະທ້ອນເຖິງການພັດທະນາທົ່່ວໂລກ, ຮ່ວມກັນກະທໍາ ເພື່ອຜົນປະໂຫຍດລວມ ແລະ ພ້ອມກັນແບ່ງປັນຄວາມຫວັງ ກ່ຽວກັບ ໂລກແຫ່ງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ ແລະ ຍືນຍົງ.

ທີ່ງານລ້ຽງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ກ່າວວ່າ: "ກ່ອນດໍາເນີນພິທີໄຂວັນບຸນວິສາຂະບູຊາ Vesak ສປຊ 2019 ເຊິ່ງຖືກຈັດຂຶ້ນເປັນຄັ້ງທີ 3 ຢູ່ຫວຽດນາມ ແລະ ການພົບປະສັງສັນທີ່ເຕັມໄປດ້ວຍຄວາມຮັກແພງສະໜິດສະໜົມຄືມື້ນີ້, ພວກຂ້າພະເຈົ້າສືບຕໍ່ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບສິດທິມະນຸດ, ຮັບປະກັນສິດເສລີໃນການເຄື່ອນໄຫວທາງດ້ານສາສະໜາ, ເຊື່ອຖືສາສະໜາ, ຕີລາຄາສູງບັນດາຄຸນຄ່າຄຸນສົມບັນອັນດີງາມຂອງບັນດາສາສະໜາໃນນັ້ນມີສາສະໜາພຸດທີ່ໄດ້, ກໍາລັງ ແລະ ຈະນໍາມາໃຫ້ຊີວິດສັງຄົມ ແລະ ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ".

(ໄຊພອນ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ