ແມ່ຍິງຫວຽດນາມ 50 ຄົນ ທີ່ມີອິດທິພົນທີ່ສຸດໃນປະເທດວຽດນາມ ປີ 2019

00:54 | 15/05/2019

ຍສໝ - Forbes ຫວຽດນາມ ໄດ້ຕີລາຄາດ້ານຜົນງານຂອງບຸກຄົນໂດຍອີງໃສ່ເງື່ອນໄຂຂອງຄວາມອິດທິພົນທາງດ້ານການເງິນ, ຄວາມອິດທິພົນ ແລະ ລະດັບຂອງຄວາມອິດທິພົນໃນທາງບວກ.

ແມ່ຍິງຫວຽດນາມ 50 ຄົນ ທີ່ມີອິດທິພົນທີ່ສຸດໃນປະເທດວຽດນາມ ປີ 2019

ແມ່ຍິງຫວຽດນາມ 50 ຄົນ ທີ່ມີອິດທິພົນທີ່ສຸດໃນປະເທດວຽດນາມ ປີ 2019

ປີນີ້, Forbes ໄດ້ລົງຄະແນນສຽງຕໍ່ບຸກຄົນທີ່ມີຄວາມອິດທິພົນໃນ 08 ຂົງເຂດ, ລວມທັງ: ການເມືອງ, ທຸລະກິດ, ວິທະຍາສາດການສຶກສາ, ກິດຈະກໍາທາງສັງຄົມ, ສື່ມວນຊົນ, ສິລະປະ, ຄວາມຄິດສ້າງສັນ ແລະ ກິລາ. Forbes ຫວຽດນາມ ໄດ້ເປີດເຜີຍລາຍຊື່ແມ່ຍິງ 50 ຄົນ ທີ່ມີອິດທິພົນທີ່ສຸດຢູ່ຫວຽດນາມ. ສາມາດເຫັນໄດ້ວ່າ, ບັນຊີລາຍຊື່ຂອງ Forbes ວຽດນາມແມ່ນອີງໃສ່ວິກິດການການເຄື່ອນໄຫວຂອງແຕ່ລະບຸກຄົນໃນ ປີ 2018 ໃນທຸກຂົງເຂດລວມທັງດ້ານການເມືອງ ແລະ ການເຄື່ອນໄຫວດ້ານສັງຄົມ.

ຈຸດເດັ່ນຂອງແມ່ຍິງທີ່ມີອິດທິພົນອັນຍິ່ງໃຫຍ່ໃນປະເທດວຽດນາມໃນ ປີ 2019 ໂດຍທີ່ມີຈິດໃຈກ້າເຮັດກ້າສະແດງ, ມີຄວາມອົດທົນໃນດ້ານວຽກງານ ແລະ ຊີວິດປະຈໍາວັນ ເຊິ່ງຊ່ວຍໃຫ້ພວກເຂົາປະສົບຜົນສໍາເລັດໃນຂົງເຂດການເຄື່ອນໄຫວຂອງຕົນ.

Forbes ຫວຽດນາມ ໄດ້ຕີລາຄາດ້ານຜົນງານຂອງບຸກຄົນໂດຍອີງໃສ່ເງື່ອນໄຂຂອງຄວາມອິດທິພົນທາງດ້ານການເງິນ, ອິດທິພົນ ແລະ ລະດັບຂອງຄວາມອິດທິພົນໃນທາງບວກ. ແມ່ຍິງຫວຽດນາມ 50 ຄົນ ທີ່ມີອິດທິພົນທີ່ສຸດໃນປະເທດວຽດນາມ ປີ 2019 ເຊິ່ງກໍາລັງເຮັດວຽກໃນບັນດາຂົງເຂດວຽກງານຕ່າງໆເປັນຕົ້ນຄື: ດ້ານການເມືອງ ມີ 9 ຄົນ; ດ້ານທຸລະກິດ ມີ 20 ຄົນ; ດ້ານວິທະຍາສາດ - ການສຶກສາ ມີ 5 ຄົນ; ດ້ານການເຄື່ອນໄຫວດ້ານສັງຄົມ ມີ 7 ຄົນ; ດ້ານສື່ມວນຊົນ - ຄວາມຄິດສ້າງສັນ ມີ 6 ຄົນ; ດ້ານບັນເທີງ - ກິລາ ມີ 3 ຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.