ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້

00:54 | 14/05/2019

ຕອນເຊົ້າວັນທີ 18 ກຸມພາ, ຢູ່ເມືອງດົງແອງ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີປູກລະດົມ “ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນຕໍ່ລຸງໂຮ່ຕະຫຼອດການ” ລະດູບານໃໝ່ປີກຸນ 2019.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີປຸກລະດົມວັນບຸນປູກຕົ້ນໄມ້

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີປູກລະດົມ “ວັນບຸນປູກຕົ້ນໄມ້ຮູ້ບຸນຄຸນຕໍ່ລຸງໂຮ່ຕະຫຼອດການ”.(ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຕ່ລະຄອບຄົວຢູ່ນະຄອນຮ່າໂນ້ຍ ປູກຕົ້ນໄມ້ຕົ້ນໜຶ່ງເພື່ອໃຫ້ຮ່າໂນ້ຍ ກາຍເປັນນະຄອນວັດທະນະທຳ, ສ້າງຈຸດຄວາມງາມໃໝ່ຂອງນະຄອນຫຼວງຮ່າໂນ້ຍ ແລະ ເລື່ອງປູກຕົ້ນໄມ້ໃຫ້ກາຍເປັນຂະບວນການໃນທົ່ວປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໃຫ້ຮູ້ວ່າ.

“ປຸກລະດົມຂະບວນການແຂ່ງຂັນປະຕິບັດ “ວັນບຸນປູກຕົ້ນໄມ້” ນັບແຕ່ຊຸມມື້ຕົ້ນປີໃໝ່ 2019. ສ້າງແຜນການກະທຳລະອຽດ, ແທດຈິງກ່ຽວກັບການປູກປ່າ, ປົກປັກຮັກສາປ່າ. ຍູ້ແຮງການດຶງດູດບັນດາແຫຼ່ງກຳລັງລົງທຶນເຂົ້າໃນວຽກງານປູກປ່າ, ປ່ຽນແປງໃໝ່ວິທະຍາສາດເຕັກໂນໂລຊີໃນການປູກປ່າ, ຄຸ້ມຄອງປ່າ, ອະນຸລັກຮັກສາຊີວະນາໆພັນ. ຕັດສິນໃຈວ່າ ໃນຮອບເວລາ 10 ປີຈະມາເຖິງ, ຈະນຳຫວຽດນາມ ກາຍເປັນສູນກາງແຖວໜ້າຂອງໂລກ ກ່ຽວກັບການຜະລິດ, ສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ປ່າ”.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.