ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

13:45 | 19/01/2026

ວັນທີ 14 ມັງກອນ, ຢູ່ແຂວງຈໍາປາສັກ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໄດ້ຈັດຕັ້ງກອງປະຊຸມຂ່າວ ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເຖິງບັນດາອົງການອຳນາດການປົກຄອງ, ສື່ມວນຊົນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ຂອງລາວ.

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ສື່ມວນຊົນລາວ ເອົາໃຈໃສ່ຊອກຮູ້ຈຸດໃໝ່ຂອງກອງປະຊຸມໃຫຍ່
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດຫວຽດນາມ: ບາດກ້າວບຸກທະລຸຍຸດທະສາດເພື່ອ 'ຍຸກແຫ່ງຄວາມກ້າວໜ້າ'
ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: nhandan.vn

ທີ່ກອງປະຊຸມຂ່າວ, ສະຫາຍນາງ ຕະເຟືອງຢຸງ ຫົວໜ້າສະຖານກົງສູນໃຫຍ່ ໄດ້ແຈ້ງໃຫ້ບັນດາຜູ້ແທນ ຮັບຊາບກ່ຽວກັບຄວາມໝາຍ, ແຜນນະໂຍບາຍ, ແນວທາງຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່, ການກໍານົດທິດໃຫຍ່ ແລະໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ລວມມີ 3 ບຸກທະລຸຍຸດທະສາດ ແລະ 6 ໜ້າທີ່ຈຸດສຸມ; ວຽກງານກະກຽມເອກະສານກອງປະຊຸມໃຫຍ່, ໃນນັ້ນພົ້ນເດັ່ນແມ່ນການປ່ຽນແປງໃໝ່ກ່ຽວກັບວິທີສ້າງເອກະສານ, ເລີ່ມຕົ້ນຈາກພຶດຕິກຳຕົວຈິງໃໝ່ຂອງປະເທດ, ການພັດທະນາຄວາມຮັບຮູ້ດ້ານທິດສະດີ ແລະຈັດຕັ້ງປະຕິບັດ, ຮັບປະກັນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບເນື້ອໃນ.

ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ຢູ່ສຳນັກງານສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ. ພາບ: nhandan.vn

ສ່ວນສະຫາຍ ສົມບຸນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ຕີລາຄາສູງເລື່ອງສະຖານກົງສູນໃຫຍ່ຫວຽດນາມ ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສອງພັກ, ສອງລັດ ມີແຜນນະໂຍບາຍສືບຕໍ່ພັດທະນາສາຍພົວພັນສະໜິດຕິດພັນກວ່າອີກ.

ສະຫາຍ ສົມບຸນ ເຮືອງວົງສາ ກໍ່ໄດ້ຕີລາຄາສູງເລື່ອງພັກກອມມູນິດຫວຽດນາມ ໄດ້ນຳພາ, ຊີ້ນໍາ ເພື່ອນໍາພື້ນຖານເສດຖະກິດຫວຽດນາມ ນັບມື້ນັບພັດທະນາ, ສ້າງລັກສະນະແກ່ງແຍ້ງນັບມື້ນັບສູງໃນໂລກ; ເນັ້ນໜັກວ່າ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ, ປະຈຸບັນ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຈະສືບຕໍ່ພ້ອມກັນເພີ່ມພູນຄູນສ້າງ, ພັດທະນາ ແລະຍົກລະດັບສາຍພົວພັນແບບພິເສດໜຶ່ງບໍ່ມີສອງໃນໂລກ.

ຕາມ la.qdnd.vn

https://la.qdnd.vn/cid-7638/7659/nid-540691.html

ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເຊື່ອວ່າກອງປະຊຸມໃຫຍ່ຄັ້ງທີ XIV ຈະສ້າງກຳ​ລັງ​ຜັກດັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ເຊື່ອວ່າກອງປະຊຸມໃຫຍ່ຄັ້ງທີ XIV ຈະສ້າງກຳ​ລັງ​ຜັກດັນທີ່ເຂັ້ມແຂງໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງຫວຽດນາມ.

ຍສໝ - ໂດຍຕີລາຄາສູງຕໍ່ຜົນງານຂອງຫວຽດນາມໃນຊຸມປີມໍ່ໆມານີ້, ທ່ານນາງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມ ຄຳເພົາ ເອີນທະວັນ ໄດ້ກ່າວວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນເປັນພິເສດ, ສ້າງກຳ​ລັງ​ຜັກດັນໃໝ່ໃຫ້ແກ່ການພັດທະນາຢ່າງຮອບດ້ານ, ຍືນຍົງຂອງຫວຽດນາມ ແລະ ຫັນເປົ້າໝາຍການພັດທະນາໄລຍະຍາວເປັນຕົວຈິງ.

ບັນດາອົງການຈັດຕັ້ງປະຊາຊົນ ແລະ ເພື່ອນມິດສາກົນເຊື່ອວ່າ ກອງປະຊຸມໃຫຍ່ ຄັ້ງທີ່ XIV ຈະເປີດໄລຍະການພັດທະນາໃໝ່ໃຫ້ແກ່ຫວຽດນາມ. ບັນດາອົງການຈັດຕັ້ງປະຊາຊົນ ແລະ ເພື່ອນມິດສາກົນເຊື່ອວ່າ ກອງປະຊຸມໃຫຍ່ ຄັ້ງທີ່ XIV ຈະເປີດໄລຍະການພັດທະນາໃໝ່ໃຫ້ແກ່ຫວຽດນາມ.

ຍສໝ​ - ໃນໂອກາດກອງປະຊຸມໃຫຍ່ຄັ້ງທີ່ XIV ຂອງພັກກອມມູນິດຫວຽດນາມ, ຫຼາຍອົງການມິດຕະພາບ, ສະມາຄົມ, ສະມາຊິກລັດຖະສະພາ, ແລະ ເພື່ອນມິດສາກົນໄດ້ສົ່ງຈົດໝາຍ, ໂທລະເລກ, ແລະ ຂໍ້ຄວາມຊົມເຊີຍເຖິງສະຫະພັນອົງການມິດຕະພາບຫວຽດນາມ ແລະ ອົງການຈັດຕັ້ງສະມາຊິກ. ຂໍ້ຄວາມເຫຼົ່ານີ້ສະແດງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຮັບຮູ້ຜົນງານການພັດທະນາທີ່ໂດດເດັ່ນຂອງຫວຽດນາມໃນໄລຍະ 40 ປີຂອງການປ່ຽນແປງໃໝ່, ແລະ ຢືນຢັນຄວາມປາຖະໜາທີ່ຈະສືບຕໍ່ຄຽງບ່າຄຽງໄຫຼ່ ແລະ ເພີ່ມທະວີການຮ່ວມມືກັບຫວຽດນາມໃນໄລຍະການພັດທະນາໃໝ່ນີ້.

ຕາມ la.qdnd.vn

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ