ຫວຽດນາມ ຢູ່ໃນ 10 ປະເທດອັນດັບຕົ້ນ ພ້ອມແລ້ວດ້ວຍ AI

14:52 | 24/07/2025

ຍສໝ - ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ນອນໃນ top 10 ປະເທດນຳໜ້າກ່ຽວກັບລະດັບຄວາມຮັບຮູ້ ແລະ ກຽມພ້ອມໝູນໃຊ້ AI ຕາມໝາກຜົນທີ່ໄດ້ຮັບການຕີລາຄາໂດຍອີງໃສ່ການສຳຫຼວດສັງຄົມວິທະຍາສຳລັບ 40 ປະເທດ ໃນ 5 ທະວີບ.

ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI
ຫວຽດນາມ ຢູ່ໃນ 10 ປະເທດອັນດັບຕົ້ນ ພ້ອມແລ້ວດ້ວຍ AI
ບັນດາດັດຊະນີຂອງ ຫວຽດນາມ ກ່ຽວຂ້ອງເຖິງ AI (ພາບ: chinhphu.vn)

ຫວຽດນາມ ຫາກໍ່ສ້າງຂີດໝາຍຢ່າງແຮງໃນແຜນທີ່ປັນຍາປະດິດ (AI) ທົ່ວໂລກ ເມື່ອຢືນອັນດັບທີ 6 ໃນຈຳນວນ 40 ປະເທດຂອງ 5 ທະວີບ ທີ່ໄດ້ຮັບການສຳຫຼວດໃນຕາຕະລາງດັດຊະນີ AI ໂລກ ປີ 2025. ສະຖິຕິດັ່ງກ່າວ ໂດຍເຄືອຂ່າຍຄົ້ນຄວ້າຕະຫຼາດເອກະລາດທົ່ວໂລກ - WIN ປະກາດໃນວັນທີ 16 ກໍລະກົດ.

ນີ້ແມ່ນຄັ້ງທຳອິດທີ່ ຫວຽດນາມ ນອນໃນ top 10 ປະເທດນຳໜ້າກ່ຽວກັບລະດັບຄວາມຮັບຮູ້ ແລະ ກຽມພ້ອມໝູນໃຊ້ AI ຕາມໝາກຜົນທີ່ໄດ້ຮັບການຕີລາຄາໂດຍອີງໃສ່ການສຳຫຼວດສັງຄົມວິທະຍາສຳລັບ 40 ປະເທດ ໃນ 5 ທະວີບ. ຕາມບົດລາຍງານແລ້ວ, ຫວຽດນາມ ບັນລຸໄດ້ 59,2/100 ຄະແນນ, ຢືນອັນດັບທີ 6 ທົ່ວໂລກ, ເຊິ່ງເປັນທີ່ຕັ້ງທີ່ໜ້າປະທັບໃຈໃນຫຼາຍປະເທດພັດທະນາ. ດັດຊະນີດັ່ງກ່າວແມ່ນໝາກຜົນສະເລ່ຍຂອງ 7 ດັດຊະນີທີ່ກ່ຽວຂ້ອງ. ລະອຽດ, ຫວຽດນາມ ຢືນອັນດັບທີ 3 ທົ່ວໂລກ ກ່ຽວກັບລະດັບຄວາມໄວ້ເນື້ອເຊື່ອໃຈຕໍ່ AI (65,6%) ແລະ ອັນດັບທີ 5 ກ່ຽວກັບລະດັບການຮອງຮັບ AI (71,6 ຄະແນນ). ນອກຈາກນັ້ນ, ບັນດາດັດຊະນີອື່ນຄື ລະດັບຄວາມເອົາໃຈເຖິງ, ຄວາມຮູ້ສຶກສະບາຍໃຈເມື່ອນຳໃຊ້, ຮັບຮູ້ກ່ຽວກັບຜົນປະໂຫຍດຂອງ AI ກໍລ້ວນແລ້ວແຕ່ມີລະດັບສູງກວ່າລະດັບປານກາງທົ່ວໂລກ.

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານເຄິ່ງຊັກນຳໄຟຟ້າ ​ແລະ AI: ​​ກາລະ​ໂອກາດ​ບຸກທະລຸໃຫ້ການ​ພົວພັນ​ ຫວຽດນາມ - ອາ​ເມ​ລິ​ກາ

ຍສໝ - ​ໃນ​ຂອບ​ເຂດ​ການ​ໄປຢ້ຽມຢາມ​ເພື່ອ​ເຂົ້າ​ຮ່ວມສັບປະດາຂັ້ນສຸງສະ​ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ ຊຸດ​ທີ 79 ​ແລະ ​ເຮັດ​ວຽກ​ຢູ່ ​ອາ​ເມ​ລິ​ກາ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ ໄດ້​ມີ​ການ​ເຄື່ອນ​ໄຫວ​ສຳຄັນ​ຫຼາຍ​ຢ່າງ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ໃນບັນດາຂົງເຂດຍຸດທະສາດເຊັ່ນ ອຸດສາຫະກໍາເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ(AI) ແລະ ການບິນ.

ທ່ານອາດຈະມັກ