ຫວຽດ - ລາວ: ໃນຫົວໃຈຂອງຂ້ອຍ

15:04 | 17/12/2019

ຍສໝ - ຫຼັງຈາກ 40 ປີ, ຫົວໃຈຂອງບັນດາເພື່ອນຄົນຫວຽດນາມ ແລະ ລາວຈື່ງໄດ້ເຕັ້ນແຮງໃນມື້ທີ່ໄດ້ພົບກັນອີກຄັ້ງ. ສີ່ງທີ່ມະຫັດສະຈັນບໍ່ແມ່ນພິທີ, ຂະໜາດ... ຂອງມື້ທີ່ໄດ້ພົບກັນອີກຄັ້ງ, ນັ້ນແມ່ນການສະສົມ ແລະ ຄວາມຮູ້ສຶກທີ່ີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີີຍອດຢ້ຽມຂອງສາຍໃຈບໍລິສຸດຈິດໜຶ່ງໃຈດຽວ, ແໜ້ນແຟ້ນ ຫວຽດ - ລາວ.

ຫວຽດ - ລາວ: ໃນຫົວໃຈຂອງຂ້ອຍ

ພາຍຫຼັງ 40 ປີ ທ່ານ ນາງ ຈັນເທບ ບຸນທິລາດ ໄດ້ພົບກັບ ທ່ານ ນາງ ເຈີ່ນ ຖີ້ ແທງ.

ທ່ານນາງ ຈັນເທບ ບຸນທິລາດ (ນະຄອນຫຼວງວຽງຈັນ, ສປປ ລາວ) ໄດ້ໄຫ້ໃນມື້ໜຶ່ງກາງເດືອນ 7/2012, ຢູ່ນະຄອນຫຼວງຮ່າໂນ້ຍໃນຂະນະທີ່ໄດ້ເຂົ້າໄປຢ້ຽມວິຫານຂອງລຸງໂຮ່, ເຫັນກັບຕາບັນດາເຄື່ອງໃຊ້ທີ່ລຽບງ່າຍຂອງລຸງໂຮ່. ໄປຮອດຫວຽດນາມ, ທ່ານນາງ ຈັນເທບ ບຸນທິລາດ ຍັງໄດ້ພົບກັບນ້ອງສາວຄົນຫວຽດນາມທີ່ໄດ້ຫ່າງໄກກັນ 40 ປີແລ້ວ. ນັ້ນແມ່ນທ່ານນາງ ເຈີ່ນທິແທງ ຢູ່ ລີ໋ນາມເດ໋, ນະຄອນຫຼວງຮ່າໂນ້ຍ. ຫ່າງໄກກັ້ນຕັ້ງແຕ່ເວລາຜົມຍັງດຳ, ເຂົາພົບກັນອີກຄັ້ງຢູ່ຮ່າໂນ້ຍໃນເວລາທີ່ຜົມງອກແລ້ວ.

ໄດ້ເກີດ ແລະ ໃຫຍ່ຂຶ້ນຢູ່ທີ່ແຂວງສາລະວັນ, ພາກໃຕ້ຂອງປະເທດລາວ, ຕັ້ງແຕ່ເວລາເປັນສາວໄວ 14, 15 ປີ, ທ່ານນາງ ຈັນເທບ ບຸນທິລາດ ໄດ້ກາຍເປັນຜູ້ສົ່ງຂ່າວສື່ສານໃຫ້ແກ່ທະຫານອາສາສະໝັກຄົນຫວຽດນາມ. ໃນຊ່ວງປີ 1952 - 1954, ທ່ານນາງ ໄດ້ຮ່ວມກັບຄອບຄົວລ້ຽງ, ເຊື່ອງອຳທະຫານ, ພະນັກງານຄົນຫວຽດນາມທີ່ໄດ້ສູ້ຮົບຢູ່ແຂວງສາລະວັນ. ທ່ານນາງກັບແມ່ໄດ້ຫຸງເຂົ້າ,ແຕ່ງກິນ, ເປັນຜູ້ສົ່ງຂ່າວສື່ສານໃຫ້ແກ່ທະຫານອາສາສະມັກ, ຂໍໂສ້ງເສື້ອຂອງປະຊາຊົນເພື່ອມອບໃຫ້ທະຫານ. ຖ້າຫາກມີໃຜຖືກບາດເຈັບ,ສອງແມ່ລູກປ່ຽນກັນເຂົ້າປ່າລ້ຽງດູທະຫານຜູ້ຖືກບາດເຈັບຄົນຫວຽດນາມ.

ຄວາມສຳພັນຂອງສອງເອື້ອຍນ້ອງເຕີບໃຫຍ່ຂຶ້ນຈາກຫົວມັນດ້າງ, ມັນ, ຈາກວີຜົມ, ກະຈົກ ຕະຫຼອດຮອດຄວາມຫຍຸ້ງຍາກ, ຄວາມອັນຕະລາຍໃນບັນດາວັນເວລາສົງຄາມ. ໃນເວລາທີ່ເຂົາລາຈາກກັນ, ເຂົາໄດ້ໃຫ້ຄຳປະຕິຍານຕໍ່ກັນວ່າຈະຮັກແພງກັນຕະຫຼອດໄປ ແລະ ຕ້ອງໄດ້ພົບກັນອີກໃນເວລາທີ່ປະເທດຊາດໄດ້ປົດປ່ອຍ, ປາສະຈາກສົງຄາມແລ້ວ.

ບໍ່ພຽງແຕ່ມີທ່ານນາງ ຈັນເທບ ບຸນທິລາດ ມີໂອກາດທີ່ໄດ້ກັບມາຫວຽດນາມຕາມຄຳໝັ້ນສັນຍາ, ໃນຊ່ວງເວລາກາງເດືອນ 7/2012, ງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດ - ລາວ ຄັ້ງທີ III ໄດ້ຈັດຂຶ້ນຢູ່ທີ່ຮ່າໂນ້ຍ, ນິງບິ່ງ ແລະ ຕວຽນກວາງ. ຄະນະຜູ້ແທນປະຊາຊົນເຂົ້າຮ່ວມງານສະເຫຼີມສະຫຼອງມີ 50 ທ່ານ, ໃນນັ້ນມີ ພົນລະເມືອງລາວ 14 ຄົນ, ເຊິ່ງເປັນຜູ້ທີ່ໃຫ້ການສະໜັບສະໜູນ, ລ້ຽງດູ ແລະ ຊ່ວຍເຫຼືອຊ່ຽວຊາຍ ແລະ ທະຫານອາສາສະໝັກຄົນຫວຽດນາມຢູ່ລາວ.

ໄດ້ຈັດງານແຂ່ງຂັນ “ຫວຽດ - ລາວໃນຫົວໃຈຂອງຂ້ອຍ” ຂຶ້ນຢູ່ຫວຽດນາມໃນປີ 2002, ແຕ່ດວ້ຍຄວາມມະນຸດສະທຳ, ເຂົ້າອົກເຂົ້າໃຈກັນ, ຄວາມສາມັກຄີຂອງສອງປະເທດຫວຽດນາມ - ລາວໄດ້ຜ່ານຜ່າທຸກເວລາ, ຂອບເຂດ ແລະ ຂີດຈຳກັດ. ຫວຽດ - ລາວ ໄດ້ຢູ່ໃນຫົວໃຈກັນຢູ່ສະເໝີ. ໃນໄລຍະທີ່ຜ່ານມາ, , VUFO, ສະມາຄົມມິດຕະພາບຫວຽດນາມ - ລາວໄດ້ມີຫຼາຍການເຄື່ອນໄຫວຄື: “ກ້າວໄປຕາມລຸງໂຮ່” ຢູ່ລາວ ແລະ ໄທ ໃນເດືອນ 5/2015; “ກ້າວຮອຍຕີນປະທານ ໄກສອນພົມວິຫານ” ເດືອນ 12/2015; ງານສະເຫຼີມສະຫຼອງມິດຕະພາບປະຊາຊົນ ຫວຽດ - ລາວ ຄັ້ງທີ IV ຢູ່ລາວເນື່ອງໃນປີສາມັກຄີມິດຕະພາບຫວຽດນາມ - ລາວ 2017; ສະມາຄົມມິດຕະພາບ ຫວຽດນາມ - ລາວໄດ້ລະດົມໃນຖັນແຖວພະນັກງານ, ສະມາຊິກຂອງສະມາຄົມປະກອບສ່ວນບໍລິຈາກເພື່ອສ້າງເຮືອນຕອບແທນບຸນຄຸນໃຫ້ແມ່ຄົນລາວຕ່າງໆ …

ວັນທີ 29/10, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດເຂົ້າຮ່ວມງານສະເຫຼີມສະຫຼອງ ວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຢູ່ລາວຄົບຮອບ 70 ປີ, ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດໄດ້ຢືນຢັນວ່າ ລາວ ແລະ ຫວຽດນາມຈະສືບຕໍ່ເພີ່ມພຸມຄຸນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີເປັນພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດໝັ້ນຄົງທະນົງແກ່ນຕະຫຼອດໄປ. ເຖີງວ່າມີຄວາມຫຍຸ້ງຍາກລຳບາກ, ສອງປະເທດຈະປະສານງານຢ່າງແໜ້ນແຟ້ນ, ປົກປັກຮັກສາສາຍພົວພັນ ລາວ - ຫວຽດນາມຄືກັບຮັກສາດວງຕາຂອງເຮົາເອງ ແລະ ໂຄສະນາ, ສອນໃຫ້ຄົນລຸ້ນຕໍ່ໆໄປກ່ຽວກັບສາຍພົວພັນມິດຕະພາບເປັນພິເສດລະຫວ່າງສອງປະເທດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.