GNI ໜູນຊ່ວຍກວ່າ 1,9 ລ້ານ USD ເພື່ອຍົກສູງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນເມືອງ ກູຈີ

00:00 | 22/11/2023

ຍສໝ - ວັນທີ 21 ພະຈິກ, ຄະນະກໍາມະການປະຊາຊົນເມືອງ ກູຈີ, ນະຄອນໂຮ່ຈີມິນ ສົມທົບກັບອົງການ Good Neighbors International (GNI) - ສ.ເກົາຫຼີ ໄດ້ຈັດຕັ້ງພິທີເປີດຕົວໂຄງການ “ໜູນຊ່ວຍພັດທະນາຊຸມຊົນຢູ່ເມືອງ ກູຈີ”. ຈຸດປະສົງຂອງໂຄງການແມ່ນເພື່ອປະກອບສ່ວນປັບປຸງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນທ້ອງຖິ່ນ.

ໝາກທຸລຽນ:  ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ ໝາກທຸລຽນ: ປະເພດສິນຄ້າຮັບເງິນຕາຕ່າງປະເທດຫຼາຍທີ່ສຸດຂອງຂະແໜງຜັກ ແລະ ໝາກໄມ້ຫວຽດນາມ ໃນ 9 ເດືອນຕົ້ນປີ
ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ ການທ່ອງທ່ຽວ​ຫວຽດນາມ​ເປັນ​ເວລາ 4 ​ເດືອນ​ຕິດ​ຕໍ່​ກັນ ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ກວ່າ 1 ລ້ານ​ເທື່ອ​ຄົນ

ໂຄງການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ປີ 2023 - 2027 ດ້ວຍ​ງົບປະມານ​ກວ່າ 1,9 ລ້ານ USD ​ໂດຍ​ອົງການ GNI (ສ.​ເກົາຫຼີ) ຊ່ວຍເຫຼືອ​ໃຫ້​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກູຈີ ຢູ່ 2 ຕາ​ແສງ ຈູ່ງອານ ​ແລະ ບີ່ງໝີ່. ບັນດາກິດຈະກໍາທີ່ໂດດເດັ່ນຂອງໂຄງການປະກອບມີ: ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນທີ່ໂຄງການໄດ້ເຂົ້າເຖິງກ່ຽວກັບບັນດາການບໍລິການການດູແລ, ການປົກປ້ອງ ແລະ ການສຶກສາທີ່ມີຄຸນນະພາບ; ພັດທະນາບັນດາການເຄື່ອນໄຫວ​ດຳລົງ​ຊີວິດ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ຂອງ​ຄອບຄົວ; ຍົກ​ສູງ​ຄວາມອາດສາມາດຟື້ນຟູກ່ຽວກັບ​ເສດ​ຖະ​ກິດ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່ປະ​ສົບ​ກັບ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ...

GNI ໜູນຊ່ວຍກວ່າ 1,9 ລ້ານ USD ເພື່ອຍົກສູງຄຸນນະພາບຊີວິດຂອງເດັກນ້ອຍ ແລະ ປະຊາຊົນເມືອງ ກູຈີ
ເປີດຕົວຄະນະຄຸ້ມຄອງໂຄງການ “ໜູນຊ່ວຍພັດທະນາຊຸມຊົນຢູ່ເມືອງ ກູຈີ”.

ກ່າວຄຳປາໄສ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກູ​ຈີ ຫງວຽນທິຮັ່ງ ​ໄດ້​ສະເໜີ​ໃຫ້​ຄະນະ​ບໍລິຫານ​ງານ​ໂຄງການ​ເມືອງ ມີຮັບຜິດຊອບ​ສົມທົບ​ກັບ​ອົງການ GNI ​ເພື່ອ​ກໍ່ສ້າງແຜນການ​ເຄື່ອນ​ໄຫວ​ປະຈຳ​ໄຕ​ມາດ ​ແລະ ຈັດ​ຕັ້ງ​ການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ບັນດາ​ການເຄື່ອນ​ໄຫວ​ຂອງ​ໂຄງການຮັບປະກັນກັບຄວາມຊັດເຈນ, ຈະແຈ້ງຖືກຕາມຂໍ້​​ກຳນົດ​ຂອງ​ກົດໝາຍ​ຫວຽດນາມ... ພ້ອມ​ກັນ​ນັ້ນ, ​ໃນ​ໄລຍະ​ປະຕິບັດ​ບັນດາ​ເນື້ອ​ໃນ​ໃໝ່​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ກຳນົດ, 2 ຝ່າຍ​ຕ້ອງ​ປຶກສາ​ຫາລື ​ແລະ ເປັນເອກະສັນ​ເພື່ອແຜນງານທີ່ດີທີ່ສຸດກ່ອນການປະຕິບັດ.

ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ກູ​ຈີ ​ໃຫ້​ຮູ້​ວ່າ: ​ໂຄງການ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ເດັກນ້ອຍ ​ແລະ ປະຊາຊົນ​ທ້ອງ​ຖິ່ນ, ນີ້​ຈະ​ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ເປີດ​ກາລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ບັນດາ​ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອນຳມາເຊິ່ງບັນດາ​ຄຸນຄ່າ​ທີ່​ມີ​ຄວາມ​ໝາຍໃຫ້ຊຸມ​ຊົນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.