ຍີ່ປຸ່ນ ໜູນຊ່ວຍການກໍ່ສ້າງເຂດເຄິ່ງກິນນອນ, ເຮືອນຄົວໃຫ້ນັກຮຽນຢູ່ເຂດພູດອຍ ເຊີນລາ

10:00 | 15/02/2025

ຍສໝ - ວັນ​ທີ 14 ກຸມພາ​ນີ້, ​ເຂດເຄິ່ງ​ກິນ​ນອນ, ເຂດເຮືອນ​ຄົວ​ທີ່​ໄດ້​ກໍ່ສ້າງ​ຈາກ​ທຶນ​ບ້ວງ​ຊ່ວຍ​ເຫຼືອລ້າ​ລະດັບຮາກຖານຂອງລັດຖະບານ ​ໄດ້​​ມອບ​ໃຫ້​ໂຮງຮຽນ​ປະຖົມ -​ ມັດທະຍົມຕອນຕົ້ນ ດ່າດໍ (ຕາ​ແສງ ດ່າດໍ​, ​ເມືອງ ຟູ​ອຽນ, ​ແຂວງ ເຊີນ​ລາ) ຢ່າງເປັນທາງການ.

ເຊີນລາ ເອົາໃຈໃສ່ການພົວພັນຮ່ວມມືມິດຕະພາບແບບພິເສດກັບບັນດາທ້ອງຖິ່ນຂອງລາວ
ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການພົບປະແລກປ່ຽນຂ່ຳນັບຮັບຕ້ອນວັນຊາດ ລາວ

​ເຂົ້າ​ຮ່ວມ​ພິທີ​ມອບ​ຮັບ​ມີ​ທ່ານ Sato Kenji, ທີ່ປຶກສາຄົ້ນຄວ້າ​ຈາກ​ສະຖານທູດ​ ຍີ່ປຸ່ນ ປະຈຳ ຫວຽດນາມ; ທ່ານ ຟ້າ​ມຫວູ​ຖັງ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ໂຄງການ​ໜູນ​ຊ່ວຍເຕັກນິກ​ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ແບບ​ຍືນ​ຍົງ ຢູ່​ສູນ​ກາງ, ຄະນະ​ຄຸ້ມ​ຄອງບັນດາ​ໂຄງການ​ປ່າ​ໄມ້ (ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ); ທ່ານ ຟານ​ກູຍ​ເຢືອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຟູ​ອຽນ, ພ້ອມກັບບັນດາ​ຜູ້ຕາງໜ້າ​ບັນດາ​ຄະນະ, ຂະແໜງການທ້ອງ​ຖິ່ນ ​ແລະ ລວມໝູ່ຄູ​ອາຈານ, ນັກຮຽນ​ຂອງ​ໂຮງຮຽນ.

ຍີ່ປຸ່ນ ໜູນຊ່ວຍການກໍ່ສ້າງເຂດເຄິ່ງກິນນອນ, ເຮືອນຄົວໃຫ້ນັກຮຽນຢູ່ເຂດພູດອຍ ເຊີນລາ

ບັນດາ​ຜູ້​ແທນ​ຕັດ​ແຖບ​ຜ້າ​ເປີດ​ສະຫຼອງ​ເຂດເຄິ່ງ​ກິນ​ນອນ, ເຂດເຮືອນ​ຄົວຢູ່​ໂຮງຮຽນ​ປະຖົມ ​ແລະ ມັດ​ທະ​ຍົມຕອນຕົ້ນ ດ່າດໍ.

ຕາມ​ຂໍ້​ມູນ​ໃນ​ເຫດການ​ດັ່ງກ່າວ, ​ເມືອງ ຟູ​ອຽນ ​ແມ່ນ​ເຂດ​ພູດອຍມີ​ປະຊາກອນ​ປະມານ 90% ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​​ມີ​ຫຼາຍ​ເຂດ​ຍັງຂາດ​ພື້ນຖານ​ໂຄງ​ລ່າງ. ຍ້ອນພູມປະເທດ​ພູ​ດອຍ​ທີ່ທຸລະກັນດານ, ການ​ເດີນ​ທາງ​ຂອງ​ນັກ​ຮຽນປະສົບ​ກັບຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ຫຼາຍ​ນ້ອງ​ຕ້ອງ​ຢູ່​​ນຳເຂດເຄິ່ງ​ກິນ​ນອນຂອງ​ໂຮງຮຽນ​ປະຖົມ -​ ມັດທະຍົມຕອນຕົ້ນ ດ່າດໍ. ຕາແສງ ​ດ່າດໍ ​ກໍ່ໄດ້​ຮັບ​ຜົນ​ກະທົບຈາກສະພາບ​ອາກາດ​ທີ່​ຮ້າຍ​ແຮງ, ດ້ວຍອຸນຫະພູມ​ທີ່​ອາດ​ຈະ​ເກີນ 40 ອົງສາ​ ​ໃນ​ລະດູ​ແລ້ງ ​ແລະ ປະລິມານນ້ຳຝົນ​ທີ່ຫຼາຍໃນ​ລະດູຝົນ​.

​ໂດຍ​ປະ​ເຊີນ​ໜ້າ​ກັບ​ສະພາບ​ຕົວ​ຈິງ​ນັ້ນ, ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ຟູ​ອຽນ ​ໄດ້​ຕັ້ງໜ້າ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ດ້ານ​ການ​ສຶກສາ. ​ໂຄງການເຂດເຄິ່ງ​ກິນ​ນອນ, ເຂດເຮືອນ​ຄົວຄັ້ງນີ້​ແມ່ນ​ຂຶ້ນ​ກັບ "​ໂຄງການ​ກໍ່ສ້າງ​ເຂດເຄິ່ງ​ກິນ​ນອນໃຫ້ໂຮງຮຽນ​ປະຖົມ - ມັດ​ທະ​ຍົມຕອນຕົ້ນ ດ່າດໍ, ​ເມືອງ ຟູ​ອຽນ, ​ແຂວງ ເຊີນ​ລາ" ດ້ວຍ​ຍອດ​ຈຳນວນ​ທຶນ​ກວ່າ 71.800 USD (​ເທົ່າ​ກັບ 1,7 ຕື້​ດົ່ງ) ຈາກ​ໂຄງການ​​ທຶນ​ບ້ວງ​ຊ່ວຍ​ເຫຼືອລ້າ​ລະດັບຮາກຖານ Kusanone ຂອງ​ລັດຖະບານ ຍີ່ປຸ່ນ.

ຍີ່ປຸ່ນ ໜູນຊ່ວຍການກໍ່ສ້າງເຂດເຄິ່ງກິນນອນ, ເຮືອນຄົວໃຫ້ນັກຮຽນຢູ່ເຂດພູດອຍ ເຊີນລາ

ເຂດເຄິ່ງ​ກິນ​ນອນ​ຂອງ​ໂຮງ​ຮຽນ​ປະ​ຖົມ ແລະ ມັດ​ທະ​ຍົມຕອນຕົ້ນ ດ່າດໍ ໄດ້​ຮັບ​ການ​ກໍ່​ສ້າງ​ໃໝ່.

ກ່າວ​ຄຳ​ປາໄສ​ທີ່​ພິທີ​ມອບ​ຮັບ, ທ່ານ Sato Kenji ​ໃຫ້​ຮູ້​ວ່າ ​ໂຄງການ​​​ທຶນ​ບ້ວງ​ຊ່ວຍ​ເຫຼືອລ້າ​ລະດັບຮາກຖານ Kusanone ​ໃຫ້​ບຸລິມະສິດ​ບັນດາ​ບັນຫາ​ຮີບ​ດ່ວນມີ​ລັກສະນະມະນຸດສະທຳ​ສູງ​ໃຫ້ຫຼາຍ​ທ້ອງ​ຖິ່ນຢູ່​ຫ່າງ​ໄກ​ສອກຫຼີກ. ໂດຍເລີ່ມ​ຕົ້ນ​ຢູ່​ ຫວຽດ​ນາມ ​ເມື່ອ​ປີ 1992, ມາ​ຮອດ​ປະ​ຈຸ​ບັນ ໂຄງ​ການ​ໄດ້​ໜູນ​ຊ່ວຍ​ປະ​ມານ 744 ໂຄງ​ການ ດ້ວຍ​ມູນ​ຄ່າ​ກວ່າ 66 ລ້ານ USD.

“ຜ່ານ​ການ​ໜູນ​ຊ່ວຍ​ນີ້, ສະຖານທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື, ​ເຊື່ອມ​ຕໍ່​ກັບ​ອະນາຄົດພ້ອມກັບປະຊາ​ຊົນ​ ຫວຽດນາມ. ​ໂຄງການ​ນີ້​ ຈະ​ຊ່ວຍ​ໃຫ້​ບັນດາ​ນັກ​ຮຽນ, ລຸ້ນ​ໃໝ່ ຫວຽດນາມ, ມີ​ເງື່ອນ​ໄຂ​ຮໍ່າຮຽນ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ສ້າງ​ອະນາຄົດ​ທີ່​ສົດ​ໃສ. ບັນດາການ​ໜູນ​ຊ່ວຍ​ແທ້​ຈິງ​ເຫຼົ່າ​ນີ້​ ກໍ່ຍັງ​ປະກອບສ່ວນ​ເພີ່ມ​ທະວີນ້ຳໃຈມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ ຍີ່ປຸ່ນ ​ແລະ ຫວຽດນາມ”, ທ່ານກ່າວ.

ໃນ​ສານ​ທີ່​ສົ່ງ​ໄປ​ຍັງ​ໂຮງຮຽນ, ທ່ານ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ​ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໂຄງການ​ຊ່ວຍ​ປັບປຸງ​ເງື່ອນ​ໄຂ​ຮໍ່າຮຽນ ແລະ ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັກຮຽນ. ທ່ານ​ເນັ້ນ​ໜັກ​ວ່າ ບົນ​ພື້ນຖານ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຍີ່​ປຸ່ນ ແລະ ຫວຽດນາມ, ບັນດາ​ການ​ໜູນ​ຊ່ວຍທີ່​ແທດ​ຈິງ​ນີ້ ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ ​ຫວຽດນາມ.

ເຊີນລາ: ເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ - ປ່າຮ່າງ

ເຊີນລາ: ເປີດນຳໃຊ້ຄູ່ດ່ານຊາຍແດນສາກົນ ລ້ອງເຊີບ - ປ່າຮ່າງ

ຍສໝ - ຕອນ​ເຊົ້າ​ວັນ​ທີ 19 ພະຈິກ, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ ລ້ອງເຊີບ (ຫຼັກໝາຍຊາຍແດນມີ 255), (​ເມືອງ ມົກ​ເຈົາ, ​ແຂວງ ​ເຊີນ​ລາ) ​ໄດ້​ຈັດ​ພິທີ​ປະກາດ​ເປີດນຳໃຊ້​ຄູ່​ດ່ານ​ຊາຍ​ແດນ​ສາກົນ​​ ລ້ອງເຊີບ, ​ແຂວງ ເຊີນ​ລາ, ສາທາລະນະ​ລັດ ສັງຄົມນິຍົມ ຫວຽດນາມ ແລະ ປ່າ​ຮ່າງ, ​ແຂວງ​ ຫົວພັນ, ສາທາລະນະ​ລັດ ...

ເພີ່ມທະວີການຄ້າລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອຂອງ ລາວ

ເພີ່ມທະວີການຄ້າລະຫວ່າງແຂວງ ເຊີນລາ ແລະ ບັນດາແຂວງພາກເໜືອຂອງ ລາວ

ຍສໝ - ດ້ວຍ​ເສັ້ນ​ຊາຍ​ແດນ 250 ກິ​ໂລ​ແມັດ, ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ​ ຫົວພັນ ແລະ ແຂວງ​ ຫຼວງ​ພະ​ບາງ (ລາວ), ການ​ຊຸກ​ຍູ້​ໂຄງ​ລ່າງ​ການ​ຄ້າ​ຊາຍ​ແດນ​ລະ​ຫວ່າງ​ແຂວງ ເຊີນ​ລາ ແລະ ບັນດາແຂວງ​ພາກ​ເໜືອ​ຂອງ​ ລາວ ຈະ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ສອງ​ປະ​ເທດ.

ແທັງຮັ່ງ