ຟີລິບປິນ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ເພື່ອແນໃສ່ການຮັບປະກັນແຫຼ່ງການສະໜອງເຂົ້າສານ

18:13 | 30/07/2024

ຍສໝ - ຟີ​ລິບ​ປິນ ​ນຳ​ເຂົ້າ​ເຂົ້າສານຈາກ​ຫວຽດ​ນາມ ເຖິງ 80% . ຟີ​ລິບ​ປິນ ກໍາລັງຖື​ຫວຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ຄວາມໝັ້ນຄົງດ້ານສະ​ບຽງ​ອາ​ຫານ​ພາຍ​ໃນ​ປະ​ເທດ.

ຫວ່າງແລ້ວນີ້, ຄະນະປະຕິບັດງານ​ກະຊວງ​ກະສິກຳ​ ຟີ​ລິບ​ປິນ​ ໂດຍ ​ທ່ານ Francisco P. Tiu Laurel Jr. ​ລັດຖະມົນຕີ ໄດ້​ນຳ​ໜ້າ, ຢ້ຽມຢາມ​ໂຮງງານ​ເຂົ້າສານ ແຮ້ງ​ຟຸກ (​ຂຶ້ນກັບ​ກຸ່ມ​ບໍລິສັດ ​ເຕີນ​ລອງ, ຕັ້ງ​ຢູ່​ຕາ​ແສງ ​ເລືອງ​ອານຈາ, ​ເມືອງ ຈີ​ໂຕນ) ​ແລະ ​ເຮັດ​ວຽກ​ກັບ​ແຂວງ ອານ​ຢາງ ກ່ຽວ​ກັບ​ສະພາບ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ສົ່ງ​ອອກ​ເຂົ້າສານ.

​ນອກຈາກນີ້ ເຂົ້າ​ຮ່ວມພ້ອມຄະນະມີ​ຜູ້ຕາງໜ້າ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ; ບັນດາ​ພະ​ແນ​ກ, ຂະແໜງການຂອງ​ແຂວງ ອານ​ຢາງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງ ຈີໂຕນ.

ໄປທັດສະນະສຶກສາ ແລະ ເຮັດວຽກຢູ່ໂຮງງານ ເຂົ້າສານ ແຮ້ງຟຸກ (ໂຮງສີ, ປຸງແຕ່ງ ແລະ ສາງເກັບຮັກສາເຂົ້າສານ), ທ່ານ Francisco P. Tiu Laurel, Jr. ລັດຖະມົນຕີກະຊວງກະສິກໍາ ຟີລິບປິນ ​ມີຄວາມປະ​ທັບ​ໃຈຕໍ່​ກັບຂອບ​ຂະ​ໜາດ​ທີ່​ທັນ​ສະ​ໄໝຂອງໂຮງ​ງານ​, ກໍ່ຄື​ອຸດສາຫະກໍາເຂົ້າສານຂອງ​ແຂວງ ອານ​ຢາງ.

Bộ trưởng Bộ Nông nghiệp Philippines Francisco P. Tiu Laurel, Jr. trao đổi tại buổi làm việc. Ảnh: Báo An Giang. ລັດຖະມົນຕີກະຊວງກະສິກໍາ ຟີລິບປິນ Francisco P. Tiu Laurel, Jr. ໄດ້ປຶກສາຫາລືຢູ່ທີ່ກອງປະຊຸມ. ພາບ: ໜັງສືພິມ ອານຢາງ.

ທ່ານລັດຖະມົນຕີກະຊວງກະສິກໍາ ຟີລິບປິນ Francisco P. Tiu Laurel, Jr. ປຶກສາຫາລືຢູ່ທີ່ກອງປະຊຸມ. ພາບ: ໜັງສືພິມ ອານຢາງ.

ທ່ານ Francisco P. Tiu Laurel, Jr. ລັດຖະມົນຕີກະຊວງກະສິກໍາ ຟີລິບປິນ ໄດ້​ກ່າວ​ວ່າ ດ້ວຍ​ອັດຕາ​ການ​ເຕີບ​ໂຕ​ຂອງ​ປະຊາກອນ​ຫຼາຍ​ກວ່າ 1,5%/ປີ, ປະຊາກອນ​ຟີ​ລິບ​ປິນ​ເພີ່ມ​ຂຶ້ນແຕ່ລະປີ ​ປະມານ 1,2 ລ້ານ​ຄົນ, ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງການ​ບໍລິ​ໂພ​ກ​ເຂົ້າ​ສານເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ຂະນະ​ທີ່​ກຳລັງ​ການ​ຜະລິດ​ພາຍ​ໃນປະເທດ​ບໍ່​ສາມາດ​ຕອບສະໜອງທັນ, ຕ້ອງໄດ້​ເພີ່ມ​ການ​ນຳ​ເຂົ້າ.

ເມື່ອແລກປ່ຽນກັບຄະນະ, ທ່ານ ໂຮ່ແທງ​ບິ່ງ ​ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແຂວງ ອານ​ຢາງ ​ ໄດ້ກ່າວວ່າ: ​ໂດຍເປັນແຂວງແຫຼ່ງຕົ້ນໆ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ອານ​ຢາງ ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ກະສິກຳ. ດ້ວຍເນື້ອທີ່ກະສິກຳ 297.000 ເຮັກຕາ, ແຕ່ລະປີແຂວງສາມາດຜະລິດເຂົ້າໄດ້ປະມານ 4 ລ້ານໂຕນ, ປາປຶ່ງ 530.000 ກວ່າໂຕນ, ຜັກເກືອບ 1 ລ້ານໂຕນ ແລະ ໝາກໄມ້ຊະນິດຕ່າງໆເກືອບ 270.000 ໂຕນ (ໝາກມ່ວງ, ລຳໄຍ, ໝາກກ້ຽງ, ໝາກມີ້, ໝາກທູລຽນ ແລະ ໝາກກ້ວຍ)

ສະເພາະໃນ​ຂົງ​ເຂດ​ອຸດສາຫະກຳ​ເຂົ້າ, ອານ​ຢາງ ​ໄດ້​ຜະລິດ​ຕະ​ຫຼອດ​ປີ, ດ້ວຍ​ເນື້ອ​ທີ່​ປູກ​ເຂົ້າ​ທັງ​ໝົດ 616.000 ​ເຮັກຕາ/ປີ, ສະ​ເລ່ຍ​ໃຫ້​ຜົນຜະລິດ​ເຂົ້າ​ປະມານ 6,6 ​ໂຕນ/​ເຮັກຕາ, ​ໃນ​ນັ້ນ 80 – 90% ​ແມ່ນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ. ​ແຂວງ​ພວມ​ຫັນ​ການ​ຜະລິດ​ເຂົ້າ​ເປັນ​ທັນ​ສະ​ໄໝ, ມີຄຸນ​ນະພາ​ບສູງ ​ແລະ ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ; ໄດ້ອອກລະຫັດພື້ນທີ່ປູກເຂົ້າ 163 ສະບັບ, ມີເນື້ອທີ່ 9,623,37 ເຮັກຕາ. ປີ 2023, ອານຢາງ ສົ່ງອອກເຂົ້າສານເກືອບ 580.000 ໂຕນ, ທຽບເທົ່າກັບ 339 ລ້ານ USD, ໃນນັ້ນ ສົ່ງອອກໄປຕະຫຼາດ ຟີລິບປິນ ປະມານ 13,3 ລ້ານ USD.

ຄຽງຄູ່ກັນນັ້ນ, ແຂວງ ອານຢາງ ກໍ່ພວມສຸມໃສ່ຜັນຂະຫຍາຍໂຄງການ “ພັດທະນາແບບຍືນຍົງ 1 ລ້ານເຮັກຕາ ໂດຍປູກສະເພາະເຂົ້າຄຸນນະພາບສູງ ແລະ ການປ່ອຍອາຍພິດຕໍ່າ ຕິດພັນກັບການເຕີບໂຕສີຂຽວຢູ່ເຂດທົ່ງພຽງແມ່ນ້ຳຂອງ ຮອດປີ 2030”, ປະກອບສ່ວນຍົກສູງລາຄາເຂົ້າ, ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ, ປະຕິບັດ​ຄຳ​ໝັ້ນ​ສັນຍາ​ສາກົນ​ຂອງ​ຫວຽດນາມ ກ່ຽວ​ກັບ​ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຮັບປະກັນ​ຄວາມໝັ້ນຄົງດ້ານ​ສະບຽງ​ອາຫານ. ຄາດ​ວ່າ​ເນື້ອ​ທີ່​ເຂົ້າ​ຮ່ວມ​ໂຄງການ​ຂອງ​ແຂວງ ​ອານ​ຢາງ ​ຮອດ​ປີ 2030 ຈະ​ບັນລຸ 152.198 ​ເຮັກຕາ.

Đến 80% lượng gạo nhập khẩu của Philippines đến từ Việt Nam. Ảnh minh họa. ຟີລິບປິນນຳເຂົ້າເຂົ້າສານມາຈາກຫວຽດນາມ ເຖິງ 80% ຮູບພາບປະກອບ.

ຟີລິບປິນນຳເຂົ້າເຂົ້າສານຈາກຫວຽດນາມ ເຖິງ 80%. ຮູບພາບປະກອບ.

ກ່ອນ​ໜ້າ​ນີ້, ທ່ານ Francisco P. Tiu Laurel, Jr. ລັດຖະມົນຕີກະຊວງກະສິກໍາ ຟີລິບປິນ ໄດ້​ກ່າວ​ວ່າ ຟີ​ລິບ​ປິນ ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນເພື່ອ​ຮັບປະກັນ​ຄວາມໝັ້ນຄົງດ້ານ​ສະບຽງ​ອາຫານ​ພາຍ​ໃນ​ປະ​ເທດ, ດ້ວຍ 80% ຂອງເຂົ້າສານທີ່ນໍາເຂົ້າ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ເຂົ້າ​ຈາກ ຫວຽດນາມ. ພວກເຮົາຫວັງວ່າຈະໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບວິທີການທີ່ປະເທດຂອງເພື່ອນພັດທະນາແນວພັນເຂົ້າທີ່ມີຄຸນນະພາບສູງ, ສາມາດປັບຕົວ ແລະ ທົນທານຕໍ່ສະພາບອາກາດທີ່ບໍ່ເອື້ອອໍານວຍເຊັ່ນໄພແຫ້ງແລ້ງ, ນ້ຳເຄັມຊຶມເຂົ້າ, ນໍ້າຖ້ວມ ແລະ ສັດຕູພືດ".

ທອງມີ ສີຫາວົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.