![]() |
ຮ້ອຍເອກ ຫງວ໋ຽນ ວັນແອັງ, ຮອງເລຂາໜ່ວຍພັກ ຄ້າຍທະຫານຊາຍແດນດ່ານສາກົນລາວບາວ ມອບຊໍ່ດອກໄມ້ອວຍພອນ ຄະນະຊີ້ນຳກອງບັນຊາການທະຫານເມືອງເຊໂປນ. (ພາບ: ແທັ່ງຟູ໋)
ໂອກາດນີ້ ຮ້ອຍເອກ ຫງວ໋ຽນ ວັນແອັງຮອງເລຂາໜ່ວຍພັກຄ້າຍທະຫານຊາຍແດນດ່ານສາກົນລາວບາວ ໄດ້ອວຍພອນເຖິງພະນັກງານ, ທະຫານ ແລະ ບັນດານັກຮົບ; ພ້ອມກັນນັ້ນທ່ານຍັງໄດ້ໃຫ້ຮູ້ວ່າ ພະນັກງານທະຫານ ຂອງຄ້າຍທະຫານຊາຍແດນສາກົນ ລາວບາວ ຈະປະສານສົມທົບກັບ ທະຫານຊາຍແດນລາວ ຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ເພື່ອປົກປັກຮັກສາສິດອະທິປະໄຕ, ຄວາມສະຫງົບໃນຂອບເຂດຊາຍແດນທີ່ຕົນຮັບຜິດຊອບ ແລະ ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນຂອງທັງສອງຝ່າຍ ເຂົ້າອອກເພື່ອຢ້ຽມຢາມຍາດຕິພີ່ນ້ອງ, ຄ້າຂາຍເຮັດທຸລະກິດ,...
ຕ່າງໜ້າຄະນະຊີ້ນຳກອງບັນຊາການທະຫານເມືອງເຊໂປນ ໄດ້ສະແດງຄວາມຂອບອົບຂອບໃຈຕໍ່ກັບຄວາມເອົາໃຈໃສ່ຂອງພະນັກງານທະຫານ, ນັກຮົບ ຂອງ ຄ້າຍທະຫານຊາຍແດນສາກົນລາວບາວ ໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີນີ້; ພ້ອມກັນນັ້ນທ່ານຍັງສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອ, ຍູ້ໜູນ ຂອງ ຄ້າຍທະຫານຊາຍແດນ ດ່ານສາກົນລາວບາວ ແລະ ໃຫ້ຮູ້ຕື່ມອີກວ່າ ໃນອານາຄົດຈະສືບຕໍ່ເສີມຂະຫຍາຍຢ່າງມີປະສິດທິຜົນ ວຽກງານການແຮກສ່ຽວ ລະຫວ່າງ ສອງກົມກອງ; ຄ້າຍທະຫານຊາຍແດນ ດ່ານສາກົນລາວບາວ ແລະ ກອງພັນທະຫານຊາຍແດນ 321 ດ້ວຍນຳ້ໃຈສາມັກຄີ, ມິດຕະພາບ, ຊ່ວຍເຫຼືອເຊິ່ງກັນແລະ ກັນ ເພື່ອເຮັດສຳເລັດໜ້າທີ່-ທີ່ໄດ້ຮັບມອບໝາຍໃຫ້ເປັນຢ່າງດີ.
(ຫັດທະບູນ)