ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

09:32 | 06/02/2025

ຍສໝ - ວັນທີ 3 ກຸມພາ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຮັບປະກັນຊີວິດສັງຄົມໃນຊ່ວງເວລາບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025. ຕາມນັ້ນແລ້ວ, ຄອບຄົວທຸກຍາກ ແລະ ໃກ້ຂັ້ນ​ທຸກ​ຍາກກວ່າ 1,48 ລ້ານຄອບຄົວ ໄດ້ຮັບການໜູນຊ່ວຍ, ມອບຂອງຂວັນ ດ້ວຍ​ມູນ​ຄ່າ​ກວ່າ 786 ຕື້​ດົ່ງ.

ປີ 2024, ຂະແໜງການທ່ອງທ່ຽວຂອງຫວຽດນາມ ມີລາຍຮັບປະມານ 840.000 ຕື້ດົ່ງ
ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ

ໂດຍເຊື່ອມຊຶມ​ຄຳ​ສັ່ງ​ຂອງ​ຄະນະ​ເລຂາທິການ ​ແລະ ຂອງທ່ານ​ນາຍົກລັດຖະມົນຕີ ກ່ຽວກັບການ​ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນໄດ້ຕ້ອນຮັບປີໃໝ່​ຢ່າງມີ​ຄວາມ​ຜາ​ສຸກ, ປອດ​ໄພ, ປອດໃສ, ກຳລັງຜັກດັນໃໝ່, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ຕັດສິນ​ໃຈ​ປະຕິບັດ​ຄຳ​ຂວັນ “​ທຸກ​ຄົນໃຜໆກໍ່ໄດ້ຕ້ອນຮັບປີໃໝ່, ທຸກໆຄອບຄົວລ້ວນແຕ່ໄດ້ຕ້ອນຮັບປີໃໝ່”. ກະຊວງ​ໄດ້ມີຈົດໝາຍທາງການ​ຊີ້​ນຳ​ບັນດາ​ທ້ອງ​ຖິ່ນ​ກ່ຽວກັບ​ການ​ເພີ່ມ​ທະວີ​ວຽກງານການ​ຮັບປະກັນຊີວິດສັງຄົມ, ຄວາມປອດໄຟໃນຊ່ວງເວລາປີໃໝ່​; ສົມທົບ​ກັບ​ບັນດາ​ອົງການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ຈັດ​ຕັ້ງ​ຫຼາຍການ​ເຄື່ອນ​ໄຫວ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ເປົ້າໝາຍນະ​ໂຍບາຍ, ຜູ້​ທຸກ​ຍາກ, ປະຊາຊົນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ...

ຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກກວ່າ 1,48 ລ້ານຄອບຄົວ ມີຂອງຂວັນບຸນປີໃໝ່ ດ້ວຍຍອດມູນຄ່າກວ່າ 786 ຕື້ດົ່ງ

ມອບ​ຂອງຂວັນ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ​ໃກ້​ຂັ້ນທຸກ​ຍາກ​ຢູ່​ຕາ​ແສງ ລອງ​ວິງ, ​ເມືອງ ​ເຈົາ​ແທ່ງ, ​ແຂວງ ​ໄຕ​ນິງ. (ພາບ: ໜັງສືພິມ ໄຕນິງ)

ຕາມ​ບົດ​ລາຍ​ງານ​ຂອງ​ ພະແນກແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ ແລ້ວ, ປະຈຸ​ບັນ ທົ່ວ​ປະ​ເທດ​ພວມ​ໜູນ​ຊ່ວຍ, ມອບ​ຂອງຂວັນ​ໃຫ້​ກວ່າ 13,5 ລ້ານ​ຄົນ, ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 7.943 ຕື້​ດົ່ງ.

ທ່ານ​ປະທານ​ປະ​ເທດ ​ໄດ້​ຕົກລົງ​ມອບ​ຂອງຂວັນ​ໃຫ້​ປະຊາຊົນ, ຜູ້ມີຄູນງາມຄວາມດີກັບ​ປະຕິວັດ ​ແລະ ຍາດພີ່ນ້ອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ກ່ວາ 1,66 ລ້ານ​ຄົນ ດ້ວຍ​ຍອດ​ມູນ​ຄ່າ​ກ່ວາ 506,75 ຕື້​ດົ່ງ. ຍອດ​ມູນ​ຄ່າບັນດາ​ແຫຼ່ງງົບປະມານ​ສູນ​ກາງ, ທ້ອງ​ຖິ່ນ ​ແລະ ການໃຊ້ຈ່າຍຂົນຂວາຍສັງຄົມ​ເພື່ອ​ໜູນ​ຊ່ວຍ, ມອບ​ຂອງຂວັນ​ໃຫ້​ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ​ປະມານ 2.804 ຕື້​ດົ່ງ.

ກ່ຽວຂ້ອງ​ກັບ​ການ​ໜູນ​ຊ່ວຍ​ເຂົ້າສານກູ້ໄພ​ອຶດຫີ​ວ, ໄລ່​ຮອດ​ວັນ​ທີ 2 ກຸມພາ 2025, ທ່ານ​ນາຍົກລັດຖະມົນຕີ​ໄດ້​ອອກ 5 ມະຕິ​ເພື່ອ​ໜູນ​ຊ່ວຍ​ເຂົ້າສານ​ ຈຳນວນ 6.876 ​ໂຕນ ​ໃຫ້​ປະຊາຊົນ 104.315 ຄອບຄົວ. ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ​ໄດ້​ຈັດຕັ້ງການ​ແຈກ​ຢາຍ​ເຂົ້າສານ​ໃຫ້​ປະຊາຊົນ​ເພື່ອ​ຕ້ອນຮັບ​ປີ​ໃໝ່, ຮັບປະກັນ​ບໍ່​ໃຫ້​ຜູ້​ໃດ​ອຶດຫິວ​ໃນ​ຊ່ວງເວລາ​ປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025.

ວຽກ​ງານ​ໜູນ​ຊ່ວຍບັນດາເປົ້າໝາຍອຸປະຖຳ​ສັງຄົມ, ຄອບຄົວ​ທຸກ​ຍາກ ​ແລະ ​ເດັກນ້ອຍ​ໃນ​ສະພາບ​ການ​ພິ​ເສດ​ແມ່ນ​ສຸມ​ໃສ່​ຜັນຂະຫຍາຍປະຕິບັດ. ບັນດາ​ທ້ອງ​ຖິ່ນ​ໄດ້ກໍ່ສ້າງແຜນການ​ຜັນ​ຂະຫຍາຍ​​ບັນດາ​ການ​ເຄື່ອນ​ໄຫວ​ດູ​ແລປີໃໝ່ໃຫ້ບັນດາເປົ້າໝາຍນະໂຍບາຍ​​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ທີ່​ອຸດົມສົມບູນ ​ແລະ ຫຼາກຫຼາຍ. ຜູ້​ເຖົ້າ​ແກ່​ກວ່າ 1,1 ລ້ານ​ຄົນ​ໄດ້​ຮັບ​ຂອງຂວັນ​ບຸນ​ປີໃໝ່ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 673 ຕື້​ດົ່ງ. ໄດ້​ໄປ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້ເດັກ​ນ້ອຍ​ມີສະ​ພາບ​ການ​ພິ​ເສດ, ເດັກນ້ອຍ​ທຸກ​ຍາກ… ປະມານກວ່າ 445 ພັນ​ຄົນ ດ້ວຍ​ຍອດ​ມູນ​ຄ່າ​ກວ່າ 196 ຕື້​ດົ່ງ.

ບັນດາ​ທ້ອງ​ຖິ່ນ​ໄດ້​ຕັ້ງໜ້າ​ຕອບ​ສະໜອງ​ຜັນຂະຫຍາຍຂະບວນການແຂ່ງຂັນ “ຮ່ວມ​ມື​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວຄາວ, ເຮືອນຮົ່ວເພ​ ​ໃນ​ບໍລິເວນທົ່ວ​ປະ​ເທດ​ຮອດ​ປີ 2025”, ບັນລຸ​ໄດ້​ໝາກຜົນຢ່າງຕັ້ງໜ້າ​. ຫຼາຍ​ຄົນ​ໄດ້​ຮັບ​ໜູນ​ຊ່ວຍເພື່ອ​ຕ້ອນຮັບ​ປີ​ໃໝ່ໃນບັນດາເຮືອນໃໝ່ດ້ວຍປະມານກວ່າ 22.000 ຫຼັງທີ່ໄດ້ຮັບການນຳເຂົ້ານຳໃຊ້ ແລະ ເກືອບ 20.500 ​ຫຼັງ​ເລີ່ມດຳເນີນການປຸກສ້າງ (​ໃນ​ນັ້ນ​ມີ 6.962 ​ຫຼັງ​ໃຫ້​ປະຊາຊົນ​ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ).

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

WVI ອຸປະຖຳ ​ເກືອບ 48 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ເດັກນ້ອຍ​ທຸກ​ຍາກ​ຢູ່​ເມືອງ ບ໋າເທຶອກ​

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ແທງ​ຮວ໋າ ຫາ​ກໍ່​ໄດ້​ມີມະຕິ​ເລກທີ 1037/QĐ-UBND ວ່າດ້ວຍການອະນຸມັດ​ການ​ຮັບ​ເງິນ​ອຸປະຖຳ ເພື່ອ​ປະຕິບັດ​ໂຄງການ​ເຂດ ບ໋າເທຶອກ​ 2 ຢູ່​ເມືອງ ບ໋າເທຶອກ​, ​ແຂວງ​ ແທງ​ຮວ໋າ ​ໂດຍ​ອົງການ World Vision International (WVI) ອາ​ເມ​ລິ​ກາ - ຫ້ອງການຜູ້ຕາງໜ້າ​ຢູ່ ​ຫວຽດນາມ ​​ອຸປະຖຳ​ດ້ວຍ​ຍອດ​ຈຳນວນ​ທຶນໂຄງການ​ເກືອບ 48 ...

ດານັງ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ

ດານັງ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ

ຍສໝ - ໂດຍໄດ້ຮັບການຕີລາຄາວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​ຂອງທົ່ວ​ປະ​ເທດ​ ກ່ຽວກັບການສົ່ງເສີມ ແລະ ຜັນຂະຫຍາຍບັນດາ​ລາຍການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນທ້ອງ​ຖິ່ນ. ​ມາ​ຮອດ​ປະຈຸ​ບັນ, ນະຄອນ ດານັງ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ ດ້ວຍສັນຍາ​ທີ່​ໄດ້​ລົງ​ນາມ 104 ສະບັບ.

ແທັງຮັ່ງ

ເຫດການ