ດານັງ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ

00:00 | 18/01/2024

ຍສໝ - ໂດຍໄດ້ຮັບການຕີລາຄາວ່າ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທ້ອງ​ຖິ່ນ​ນຳ​ໜ້າ​ຂອງທົ່ວ​ປະ​ເທດ​ ກ່ຽວກັບການສົ່ງເສີມ ແລະ ຜັນຂະຫຍາຍບັນດາ​ລາຍການ​ຮ່ວມ​ມື​ສອງ​ຝ່າຍ​ຂັ້ນທ້ອງ​ຖິ່ນ. ​ມາ​ຮອດ​ປະຈຸ​ບັນ, ນະຄອນ ດານັງ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ ດ້ວຍສັນຍາ​ທີ່​ໄດ້​ລົງ​ນາມ 104 ສະບັບ.

ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ  ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ ຫວຽດນາມ ໄດ້ເຂົ້າອັນດັບໃນ 15 ປະເທດ ແລະ ເຂດແຄວ້ນທີ່ກ້າວໜ້າທີ່ສຸດໃນອາຊີ
ບ້ານເຮືອນທີສອງຂອງນັກສຶກສາລາວຢູ່ ດານັງ ບ້ານເຮືອນທີສອງຂອງນັກສຶກສາລາວຢູ່ ດານັງ

ໄລຍະທີ່ຜ່ານມາ, ນະຄອນ​ ດານັງ ​ໄດ້​ຕັ້ງໜ້າ, ເປັນເຈົ້າການໃນ​ການປະຕິບັດວຽກງານ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ດ້ວຍ​ຫຼາຍລາຍການ, ​ໂຄງການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ. ຜ່ານນັ້ນ, ການເຊື່ອມໂຍງເຂົ້າກັບສາກົນ ກໍ່ໄດ້ເປີດທາງ, ເສີມຂະຫຍາຍກຳລັງແຮງພາຍໃນຂອງທ້ອງຖິ່ນສູງສຸດ ກ່ຽວກັບທີ່ຕັ້ງພູມສາດ, ແຫຼ່ງຊັບພະຍາກອນ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາທ່າ​ໄດ້​ປຽບທຽບດຶງດູດການລົງທຶນ, ການຄ້າ, ການທ່ອງທ່ຽວ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນເປີດກາລະໂອກາດ, ເຊື່ອມຕໍ່ຄູ່ຮ່ວມມື, ຂຸດຄົ້ນທ້ອງຕະຫຼາດທີ່ມີກຳລັງບົ່ມຊ້ອນ.

ສະເພາະໃນປີ 2023, ນະຄອນ ​​ໄດ້​ຕ້ອນຮັບ​ຄະນະ​ຜູ້​ແທນ​ສາກົນ​ເກືອບ 400​ ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ, ​ເພີ່ມ​ຂຶ້ນ 208 ຄະນະ​ເມື່ອ​ທຽບໃສ່​ໄລຍະ​ປີ 2022. ນະຄອນ​ ກໍ່​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ການ​ນຳ​ນະຄອນ​ຫຼາຍ​ຄະນະ ໄປ​ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ອັງກິດ, ເຢຍລະມັນ, ກາຕາ... ຢ່າງສຳເລັດຜົນ.

ນອກຈາກ​ນັ້ນ, ​ຍັງໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ, ຫຼາຍຝ່າຍນັບຮ້ອຍຄັ້ງລະຫວ່າງ​ການ​ນຳ​ນະຄອນ, ບັນດາ​ພະແນກ, ຄະນະ, ຂະແໜງການ ແລະ ບັນດາ​ຄູ່​ຮ່ວມ​ມື​ຕ່າງປະ​ເທດ ເຊິ່ງ​ໄດ້​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ນະຄອນ ດາ​ນັງ ໃນ​ການສົ່ງເສີມ​, ຜັນ​ຂະຫຍາຍ​ບັນດາ​ລາຍການ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ ໃນບັນດາ​ຂົງ​ເຂດປາຍແຫຼມ ແລະ ບັນດາ​ຂົງ​ເຂດທີ່​ນະຄອນມີຄວາມສົນໃຈ ເຊັ່ນ: ການທ່ອງທ່ຽວ, ການບໍລິການ, ການເງິນ, ເຕັກໂນໂລຢີສູງ, ອຸດສາຫະກໍາຈິບແຜງເຄິ່ງຊັກນຳໄຟຟ້າ, ...

ດານັງ ໄດ້ສ້າງຕັ້ງການພົວພັນມິດຕະພາບ, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດຜືນແຜ່ນດິນ.

ນະຄອນ ດານັງ ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ​, ການຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄວ້ນ ດ້ວຍສັນຍາ​ທີ່​ໄດ້​ລົງ​ນາມ 104 ສະບັບ.

ບັນດາລາຍການ, ການເຄື່ອນໄຫວ​ຮ່ວມ​ມື​ລະອຽດ ​ໄດ້​ຮັບ​ການ​ຮັກສາ ​ແລະ ຜັນຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ, ໄດ້​ຮັບ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ເປັນ​ປະຈຳ ​ເພື່ອສົ່ງເສີມບັນດາ​ລາຍການການ​ຮ່ວມ​ມື​ໃໝ່. ດານັງ ໄດ້​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ພົບປະ, ​ແລກປ່ຽນ, ປຶກສາ​ຫາລື ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ນະຄອນ​ຄື: Daegu (ສ.​ເກົາຫຼີ), Kisarazu, Yokohama, Sakai (ຍີ່ປຸ່ນ), ຊານຕົງ, ຫຼຽວໜິງ (ຈີນ), ອັດ​ຕະປື, ເຊ​ກອງ, ສາລະ​ວັນ, ຈຳປາສັກ, ສະຫວັນ​ນະ​ເຂດ (ລາວ) …

ວຽກງານການ​ທູດ​ເສດຖະກິດ ​ໄດ້​ຮັບ​ການຜັນຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ, ເປີດຊ່ອງທາງແຫຼ່ງຊັບພະຍາກອນການ​ຮ່ວມ​ມື​ສາກົນ, ປະກອບສ່ວນ​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖິ່ນ. ນະຄອນ​ ​ໄດ້​ປະສົບຜົນສຳເລັດໃນການສົມທົບ​ກັບ​ບັນດາ​ກະຊວງ, ຂະແໜງການສູນກາງ ແລະ ບັນດາ​ຄູ່​ຮ່ວມ​ມື ຈັດຕັ້ງຫຼາຍ​ເຫດການ​ສາກົນທີ່​ສຳຄັນ​. ດານັງ ກໍ່​ໄດ້​ດຶງ​ດູດ 1.015 ​ໂຄງການ FDI ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກວ່າ 4,1 ຕື້​ດົ່ງ.

ກ່ຽວກັບການ​ເຄື່ອນ​ໄຫວ​ການທູດ​ປະ​ຊາ​ຊົນ ກໍໄດ້ດຳ​ເນີນ​ໄປ​ຢ່າງ​​ຟົດຟື້ນ, ໄລ່ຮອດວັນ​ທີ 31 ທັນວາ 2023, ນະ​ຄອນ ດານັງ ໄດ້ຮັບເອົາ, ດັດປັບ 43 ບ້ວງຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ດ້ວຍມູນຄ່າ 124,3 ຕື້ດົ່ງ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຂອງນະຄອນ.

ບັນດາລາຍການ, ໂຄງການໄດ້ສຸມໃສ່ເຂົ້າກັບບັນດາຜູ້ທີ່ບໍ່ມີທ່າແຮງໃນສັງຄົມເຊັ່ນ ເດັກກ່ຳພ້າ, ມີສະພາບຫຍຸ້ງຍາກ, ຄົນພິການ, ແມ່ຍິງຕົວຄົນດຽວ, .... ແລະ ໃນຂົງເຂດສາທາລະນະສຸກ, ການສຶກສາ, ຝຶກອົບຮົມວິຊາຊີບ, ສິ່ງແວດລ້ອມ, ໜູນຊ່ວຍການພັດທະນາຊຸມຊົນ ແລະ ແກ້ໄຂບັນດາບັນຫາສັງຄົມ, ປະກອບສ່ວນປະຕິບັດວຽກງານຮັບປະກັນຊີວິດສັງຄົມທີ່ດີໃນບໍລິເວນນະຄອນ.

ຈາກ​ຕົວ​ເລກ​ທີ່ດີ​ທີ່​ກ່າວມາຂ້າງ​ເທິງນັ້ນ ສາມາດ​ເຫັນ​ໄດ້​ວ່າ ການ​ເຄື່ອນ​ໄຫວການ​ຕ່າງປະ​ເທດ​ຂອງ​ນະຄອນ ດານັງ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ນະຄອນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຈິດໃຈທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ປະດິດ​ສ້າງຂອງສູນ​ກາງ​ເສດຖະກິດ - ສັງຄົມ​ໃຫຍ່ຂອງ​ທົ່ວປະ​ເທດຢ່າງຈະແຈ້ງ.

ສາມາດ​ເຫັນ​ໄດ້​ວ່າ ຮູບ​ການ​ການ​ຕ່າງປະ​ເທດ​ຂອງ​ນະຄອນ ​ດານັງ ນັບ​ມື້​ນັບຮອບດ້ານ ແລະ ​ເຂັ້ມ​ແຂງ, ລະດົມ​ບັນດາ​ຂະ​ແໜງ​ການ, ຫຼາຍຂັ້ນ ແລະ ​ບັນດາປະຊາຊົນ​ທຸກ​ຊັ້ນວັນນະ​​ເຂົ້າ​ຮ່ວມ, ປະກອບສ່ວນ​ທັງ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ແຫຼ່ງຊັບພະຍາກອນວັດຖຸ ເພື່ອຫັນເປັນຫຼາຍຮູບຫຼາຍແບບ ແລະ ຍົກລະດັບຂອບຂະໜາດຈັດ​ຕັ້ງ​ບັນດາການເຄື່ອນໄຫວການຕ່າງປະເທດ​. ຜ່ານນັ້ນ, ກໍ່​ເຫັນ​ໄດ້​ວ່າ ກຳລັງແຮງ, ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າໄດ້ປຽບຂອງແນວຮົບການ​ທູດ​ແມ່ນ​ໃຫຍ່​ຫຼວງທີ່ສຸດ.

ມິງດຶກ

ເຫດການ
302 Found

Found

The document has moved here.