ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ເພີ່ມ​ທະວີ​ການ​ຈັດ​ອັນ​ດັບ​ຂອງ​ຫວຽດນາມ ​ໃນດັດຊະນີນະວັດຕະກຳທົ່ວໂລກ

17:18 | 11/10/2023

ຍສໝ - ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ບຸຍເທຢູຍ ປາດ​ຖະໜາ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ຜູ້​ຊ່ຽວຊານ WIPO, ກະຊວງ​ຈະ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ຕີ​ລາຄາ​ລະດັບ​ນະວັດ​ຕະກຳ​ເພື່ອ​ໃຫ້​ມີ​ທິດ​ທາງ ​ແລະ ຈຸດ​ສຸມ, ປະກອບສ່ວນ​ຍົກ​ສູງ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ​ໃນ​ການ​ປະດິດ​ສ້າງ​ໂລກ

“​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ “​ລາຍການ ​Homestay”: ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ຂອງ​ປະຊາຊົນ​ຫວຽດນາມ - ລາວ
ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ ການ​ຮ່ວມ​ມື​ວຽກງານ​ປ້ອງ​ກັນ​ຊາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນຂອງ​ການ​ພົວພັນ​ ຫວຽດນາມ - ລາວ

ຕອນບ່າຍວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດກອງປະຊຸມແນະນຳດັດຊະນີນະວັດຕະກຳທົ່ວໂລກ (GII) 2023 ແລະ ຜົນງານຂອງ ຫວຽດນາມ. ກອງປະຊຸມໄດ້ຈັດຂຶ້ນແບບເຊິງໜ້າ ສົມທົບກັບທາງໄກ ເຊື່ອມຕໍ່ກັບບັນດາສະຖານທີ່ຢູ່ອົງການຊັບສິນທາງປັນຍາໂລກ (ເຊີແນວ, ປະເທດ ສະວິດ) ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ນິວຢອກ, ປະເທດ ອາເມລິກາ). ຕາມບົດລາຍງານດັດຊະນີນະວັດຕະກຳໂລກ (Global Innovation Index 2023 - GII) ປີ 2023 ໂດຍອົງການຊັບສິນທາງປັນຍາໂລກປະກາດໃນວັນທີ 27 ກັນຍາ, ຫວຽດນາມ ໄດ້ຈັດອັນດັບ 46/132 ປະເທດ ແລະ ພື້ນຖານເສດຖະກິດ, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2022. ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ແມ່ນ 1 ໃນຈຳນວນ 7 ປະເທດທີ່ມີລາຍຮັບປານກາງທີ່ມີຄວາມຄືບໜ້າທີ່ສຸດກ່ຽວກັບນະວັດຕະກຳໃນທົດສະວັດຜ່ານມາ.

ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ ເພື່ອ​ເພີ່ມ​ທະວີ​ການ​ຈັດ​ອັນ​ດັບ​ຂອງ​ຫວຽດນາມ ​ໃນດັດຊະນີນະວັດຕະກຳທົ່ວໂລກ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ບຸຍເທເຢືອງ ຫວັງວ່າ, ດ້ວຍການໜູນຊ່ວຍຂອງນັກຊ່ຽວຊານຂອງອົງການຊັບສິນທາງປັນຍາໂລກ, ທາງກະຊວງຈະພ້ອມກັບບັນດາຫົວໜ່ວຍປະຕິບັດການປະເມີນລະດັບນະວັດຕະກຳ.

ຕາມທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດແລ້ວ, ທາງຄະນະຍາມໃດກໍ່ໜູນຊ່ວຍ, ຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍກັບອົງການຊັບສິນທາງປັນຍາໂລກ ແລະ ບັນດາອົງການທີ່ກ່ຽວຂ້ອງໃນຂົງເຂດນະວັດຕະກຳ, ຖ່າຍທອດເຕັກໂນໂລຊີເຂົ້າໃນການພັດທະນາຜະລິດຕະພັນການບໍລິການ, ປະກອບສ່ວນນຳ ຫວຽດນາມ ໃຫ້ນັບມື້ນັບພັດທະນາກວ່າ.

ທ່ານ​ຮອງ​ລັດຖະມົນຕີ ບຸຍເທຢູຍ ປາດ​ຖະໜາ​ວ່າ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນດາ​ຜູ້​ຊ່ຽວຊານ​ຂອງ​ອົງການ​ຊັບ​ສິນ​ທາງ​ປັນຍາ​ໂລກ, ກະຊວງ​ດັ່ງກ່າວ ຈະ​ສົມທົບ​ກັບ​ບັນດາ​ຫົວໜ່ວຍ​ປະຕິບັດ​ການ​ປະ​ເມີນ​ລະດັບ​ນະ​ວັດຕະກຳ, ​ໂດຍ​ຜ່ານ​ນັ້ນ​ແມ່ນ​ສ້າງ​ຊຸດ​ເຄື່ອງມື​ເພື່ອ​ສາມາດ​ຕີ​ລາຄາ​ວ່າ​ບັນດາ​ນະ​ວັດ​ຕະກຳ​ຍັງ​ຂາດ​ຕົກ​ບົກ​ຜ່ອງ ແລະ ສິ່ງ​ທີ່​ຈຳ​ເປັນ, ພິ​ເສດ​ແມ່ນ​ໃຫ້​ບັນດາ​ແຂວງ, ນະຄອນ ​ແລະ ທ້ອງ​ຖິ່ນ​ມີ​ຈຸດ​ສຸມ ​ແລະ ທິດ​ທາງ​ທີ່​ຖືກຕ້ອງ, ປະກອບສ່ວນ​ຍົກ​ສູງ​ອັນ​ດັບ​ໜຶ່ງ​ຂອງ ຫວຽດນາມ ​ເຂົ້າ​ໃນ​ຈຳນວນ​ຫົວຄິດ​ປະດິດ​ສ້າງ​ຂອງ​ໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.