ການ​ສົ່ງ​ອອກ​​ຜັກ, ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ລື່ນ​ກາຍ 7 ຕື້ USD

18:00 | 15/10/2024

ຍສໝ - ດ້ວຍກຳລັງໜູນ ແລະ ທ່າເຕີບໂຕຄືໃນປະຈຸບັນ, ຂະແໜງຜັກ, ໝາກໄມ້ເຊື່ອໝັ້ນວ່າ ຈະສາມາດບັນລຸວົງເງິນສົ່ງອອກດ້ວຍມູນຄ່າສະຖິຕິຄືແຕ່ 7-7.5 ຕື້ USD ໃນປີນີ້.

ຂະແໜງການທ່ອງທ່ຽວລາວ ຈະບັນລຸລາຍຮັບຫຼາຍກວ່າ 1 ຕື້ USD ໃນປີ 2024
ສ້າງ​ບາດ​ກ້າວ​ ເພື່ອຊ່ວຍຍົກສູງວຽກງານເບິ່ງແຍງດູແລ​ດ້ານ​ສຸ​ຂະ​ພາບ​ໃຫ້​ແກ່ທົ່ວ​ປະ​ຊາ​ຊົນ
ການ​ສົ່ງ​ອອກ​​ຜັກ, ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ລື່ນ​ກາຍ 7 ຕື້ USD
ພາບປະກອບ

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ການສົ່ງອອກຜັກ, ໝາກໄມ້ໃນເດືອນມິຖຸນາຂອງ ຫວຽດນາມ ຄາດວ່າບັນລຸເກືອບ 780 ລ້ານ USD. ໃນ 6 ເດືອນຂອງປີ 2024, ການສົ່ງອອກຜັກ, ໝາກໄມ້ໄດ້ນຳໜ້າໃນຜະລິດຕະພັນກະເສດປະເພດຕ່າງໆ ດ້ວຍວົງເງິນສົ່ງອອກເກືອບ 3.5 ຕື້ USD, ເພີ່ມຂຶ້ນກ່ວາ 28% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຕະຫຼາດສົ່ງອອກຜັກ, ໝາກໄມ້ຂອງ ຫວຽດນາມ ແມ່ນ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ໄທ….ທ່ານ ຫງວຽນແທັງບິງ ປະທານສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ:

ການ​ສົ່ງ​ອອກ​​ຜັກ, ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ລື່ນ​ກາຍ 7 ຕື້ USD

ພາບປະກອບ

ປະລິມານການຜະລິດຜັກ, ໝາກໄມ້ໄດ້ເພີ່ມຂຶ້ນປະມານ 6%/ປີ. ການສະໜອງແມ່ນຫຼວງຫຼາຍ ແລະ ເປັນປົກກະຕິ. ທີສອງແມ່ນຄວາມຕ້ອງການຂອງຕະຫຼາດໂລກໄດ້ເພີ່ມຂຶ້ນ, ແຕ່ນີ້ຮອດທ້າຍປີ 2024, ຂະແໜງຜັກ, ໝາກໄມ້ ຫວຽດນາມ ຍັງມີບັນດາເງືອ່ນໄຂສະດວກເພື່ອພັດທະນາ.

ຈີນ ຍັງແມ່ນ ຕະຫຼາດຕົ້ນຕໍຂອງຜັກ, ໝາກໄມ້ ຫວຽດນາມ ຂະນະທີ່ມີໝາກໄມ້ 10 ຊະນິດໄດ້ສົ່ງອອກຕາມໂຄຕາ. ຫວ່າງແລ້ວນີ້, ຫວຽດນາມ ແລະ ຈີນ ໄດ້ສີ້ນສຸດການເຈລະຈາອະນຸສັນຍາສະບັບໃໝ່ ກ່ຽວກັບການເປີດປະຕູສົ່ງອອກໝາກຖົ່ວລຽນແຊ່ເຢັນ, ໝາກໜອດ, ໝາກເຜັດ ແລະ ໝາກພ້າວສົດ ຊື່ງຄາດວ່າຈະເຊັນໃນເຄິ່ງທ້າຍປີນີ້. ທ່ານ ຝຸ່ງດຶກຕຽນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງອຸດສາຫະກຳ ການຄ້າ ແລະ ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຝ້ນ. ຫວ່າງແລ້ວນີ້: ຫວຽດນາມ ໄດ້ສິ້ນສຸດການເຈລະຈາເຊັນກັບຈີນ ກ່ຽວກັບການສົ່ງອອກໝາກຖົ່ວລຽນແຊ່ເຢັນ, ໝາກພ້າວ. ນີ້ແມ່ນກາລະໂອກາດຂອງ ຫວຽດນາມ ເພື່ອສາມາດສົ່ງອອກຜະລິດຕະພັນກະເສດດ້ວຍປະລິມານ ແລະ ມູນຄ່າຫຼາຍກ່ວາ.

ດ້ວຍກຳລັງໜູນ ແລະ ທ່າເຕີບໂຕຄືໃນປະຈຸບັນ, ຂະແໜງຜັກ, ໝາກໄມ້ເຊື່ອໝັ້ນວ່າ ຈະສາມາດບັນລຸວົງເງິນສົ່ງອອກດ້ວຍມູນຄ່າສະຖິຕິຄືແຕ່ 7-7.5 ຕື້ USD ໃນປີນີ້.

ການ​ສົ່ງ​ອອກ​​ຜັກ, ໝາກ​ໄມ້​ຂອງ ຫວຽດ​ນາມ ຄາດ​ວ່າ​ຈະ​ລື່ນ​ກາຍ 7 ຕື້ USD
ພາບປະກອບ
ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ທ່າ​ອ່ຽງ​ຫັນ​ປ່ຽນ​ການ​ຜະ​ລິດ​ທົ່ວ​ໂລກ

ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ.

ການ​ເກັບ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2024 ຄາດ​ວ່າ​ບັນ​ລຸກວ່າ 10% ຂອງ​ແຜນ​ງົບ​ປະ​ມານ, ຕອບ​ສະ​ໜອງ​ໄດ້​ລາຍ​ຈ່າຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ໂດຍ​ພື້ນ​ຖານ ການ​ເກັບ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2024 ຄາດ​ວ່າ​ບັນ​ລຸກວ່າ 10% ຂອງ​ແຜນ​ງົບ​ປະ​ມານ, ຕອບ​ສະ​ໜອງ​ໄດ້​ລາຍ​ຈ່າຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ໂດຍ​ພື້ນ​ຖານ

ຍສໝ - ຕອນເຊົ້າວັນທີ 5 ພະຈິກ, ຢູ່ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດງົບປະມານແຫ່ງລັດ ປີ 2024, ແຜນງົບປະມານແຫ່ງລັດ, ແຜນຈັດແບ່ງງົບປະມານສູນກາງປີ 2025.

ມີງດຶກ