ການທ່ອງທ່ຽວ ຮ່າໂນ້ຍ: ມຸ່ງໄປເຖິງຄາດໝາຍຈະຕ້ອນຮັບນັກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນໃນປີ 2025

14:00 | 21/12/2024

ຍສໝ - ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ໃນ​ສະພາບ​ເສດຖະກິດ​ພາຍ​ໃນ ​ແລະ ສາກົນ, ​ແຕ່​ຂະ​ແໜງ​ການທ່ອງທ່ຽວ​ນະຄອນຫຼວງ​ຍັງ​ໄດ້​ຮັບ​ການ​ຟື້ນ​ຟູ ​ແລະ ພັດທະນາ​ຢ່າງ​ແຂງ​ແຮງ. ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ ​ຮ່າ​ໂນ້ຍ​ ໃນ​ປີ 2024 ຈະ​ບັນລຸ 27,86 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 12,7% ​ເມື່ອ​ທຽບ​ໃສ່​ປີ 2023.

ສານຈາກທ່ານເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບປີໃໝ່ 2025
ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຕວຽນກວາງ ຜັນຂະຫຍາຍໜ້າທີ່ວຽກງານຂອງສະມາຄົມໃນປີ 2025

ສະຖິຕິ​ທີ່​ໄດ້​ປະກາດ​ໃນ​ກອງ​ປະຊຸມ​, ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ບັນລຸ​ປະມານ 110,52 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 18,3% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ການບໍລິການທີ່ພັກ, ໂດຍສະເພາະແມ່ນໂຮງແຮມ 4-5 ດາວ, ພ້ອມກັບບໍລິການຊື້-ຂາຍ, ອາຫານການກິນ, ບັນເທີງຕ່າງໆລ້ວນແຕ່ຮັບປະກັນມາດຕະຖານເພື່ອຮັບໃຊ້ນັກທ່ອງທ່ຽວ. ການ​ພັກ​ຫ້ອງ​ໂຮງ​ແຮມ​ໃນ​ປີ 2024 ຈະ​ບັນ​ລຸ 62%, ເພີ່ມ​ຂຶ້ນ 2,9% ເມື່ອ​ທຽບ​ໃສ່​ປີ 2023.

ການທ່ອງທ່ຽວ ຮ່າໂນ້ຍ: ມຸ່ງໄປເຖິງຄາດໝາຍຈະຕ້ອນຮັບນັກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນໃນປີ 2025

ກອງ​ປະ​ຊຸມ​ພັດທະນາ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າທີ່ຂະແໜງການ​ທ່ອງ​ທ່ຽວ​ສະ​ເພາະ​ຂອງ ຮ່າ​ໂນ້ຍ ປີ 2025

ຂະແໜງການທ່ອງທ່ຽວ​ນະຄອນຫຼວງ​ໄດ້​ຜັນ​ຂະຫຍາຍ​ແຜນການ​ພັດທະນາ​ການທ່ອງທ່ຽວ​ກາງຄືນ, ຂຸດ​ຄົ້ນ​ບັນດາ​ປັດໃຈ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ພິເສດ, ຖື​ວ່າ​ນີ້​ແມ່ນ​ຜະລິດ​ຕະພັນ​ສຳຄັນ. ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃນ​ຍາມ​ກາງຄືນ 20 ກວ່າ​ແຫ່ງ, ສ້າງ​ເປັນ 7 ພື້ນ​ທີ່ ​ແລະ ຖະໜົນ​ຄົນ​ຍ່າງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ນັບ​ຮ້ອຍ​ຄົນ​ໃນ​ແຕ່ລະ​ປີ, ​ເຊັ່ນ: ຖະໜົນ​ຄົນ​ຍ່າງ​ຢູ່​ເຂດ​ບຶງ ​ຮວ່ານ​ກ໋ຽມ, ຖະໜົນ​ຄົນ​ຍ່າງ​ ​ເຈິນ​ເຍີນ​ຕົງ. ຫຼາຍ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ໄດ້​ມາ​ຢ້ຽມ​ຢາມ ແລະ ຮຽນ​ຮູ້​ຮູບ​ແບບ​ນີ້.

ກ່ຽວ​ກັບ​ຕະຫຼາດ​ສາກົນ, ຮ່າ​ໂນ້ຍ ສືບ​ຕໍ່​ຢືນຢັນ​ທີ່​ຕັ້ງ ​ແລະ ຍີ່​ຫໍ້​ເປັນ​ໜຶ່ງ​ໃນ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ນະຄອນ​ດັ່ງກ່າວ​ໄດ້​ຮັບ​ກຽດ​ໃຫ້​ໄດ້​ຮັບ​ລາງວັນ​ສາກົນ​ຫຼາຍ​ຢ່າງ, ​ໂດຍ​ສະ​ເພາະ “ຈຸດໝາຍ​ທ່ອງ​ທ່ຽວ​ເມືອງ​ແຖວ​ໜ້າ​ຂອງ​ອາຊີ” ​ແລະ “ຈຸດໝາຍ​ປາຍທາງ​ເມືອງ Golf ​ດີ​ທີ່​ສຸດ​ຂອງ​ໂລກ 2024” ຈາກ​ອົງການ​ World Travel Awards. ຮ່າ​ໂນ້ຍ ຍັງ​ໄດ້​ຮັບ​ກຽດ​ເຂົ້າ​ໃນ​ກຸ່ມ “100 ຈຸດ​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ໂລກ​ໃນ​ປີ 2024” ຕາມ​ການ​ຄັກເລືອກ​ຂອງ Euromonitor International.

ເປົ້າໝາຍນັກທ່ອງທ່ຽວ 30 ລ້ານຄົນ

ໃນ​ສະພາບ​ການ​ດັ່ງກ່າວ, ພະແນກການ​ທ່ອງ​ທ່ຽວ ​ຮ່າ​ໂນ້ຍ ​ໄດ້​ວາງ​ຄາດໝາຍ​ໃຫຍ່​ຮອດ​ປີ 2025 ດ້ວຍ​ແຜນການ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ກວ່າ 30 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ 11,1% ​ເມື່ອ​ທຽບ​ໃສ່​ປີ 2024. ເປົ້າໝາຍດັ່ງກ່າວປະກອບມີ 7 ລ້ານ​ເທື່ອ​ຄົນສາກົນ (ແຂກ​ທ່ອງ​ທ່ຽວ 5 ລ້ານເທື່ອຄົນ​ທີ່ມີພັກເຊົາ), ເພີ່ມ​ຂຶ້ນ 27,3% ແລະ ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 23 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 7%. ຍອດ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​ຄາດ​ວ່າ​ຈະ​ບັນລຸ​ກວ່າ 130 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 26,1% ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ໃນ​ປີ 2024.

ການທ່ອງທ່ຽວ ຮ່າໂນ້ຍ: ມຸ່ງໄປເຖິງຄາດໝາຍຈະຕ້ອນຮັບນັກທ່ອງທ່ຽວກວ່າ 30 ລ້ານເທື່ອຄົນໃນປີ 2025

ຄະ​ນະ​ນັກທ່ອງທ່ຽວ​ສາ​ກົນ​ໄດ້​ໄປ​ຢ້ຽມ​ຢາມ ​ວັນໝຽວ - ກວກ​ຕື​ຢ໋າມ, ເຂດ​ທ່ອງ​ທ່ຽວ​ນິ​ເວດ​ ຈາງ​ອ່ານ.

ເພື່ອ​ບັນລຸ​ເປົ້າ​ໝາຍ​ດັ່ງກ່າວ, ຂະແໜງການ​ທ່ອງ​ທ່ຽວ​ ຮ່າ​ໂນ້ຍ ຈະ​ດຳ​ເນີນ​ການ​ຄົ້ນ​ຄ້ວາ ​ແລະ ຕີ​ລາຄາ​ບັນດາ​ຕະຫຼາດ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ກໍ່ສ້າງ ​ແລະ ພັດທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເໝາະ​ສົມ​ກັບ​ຄວາມ​ຕ້ອງການ​ທີ່​ຫຼາກ​ຫຼາຍ​ຂອງ​ນັກ​ທ່ອງ​ທ່ຽວ. ພ້ອມ​ກັນ​ນັ້ນ, ຂະແໜງການ​ຈະ​ຊຸກຍູ້​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ບໍລິການ​ສາທາລະນະ​ທາງ​ອອນ​ລາຍ​ລະດັບ 4 ​ເພື່ອ​ດຳ​ເນີນ​ການ​ບໍລິຫານ​ຂອງ​ພະແນກ​ການທ່ອງທ່ຽວ.

ໃນວຽກງານ​ການ​ກໍ່ສ້າງ​ຜະ​ລິດ​ຕະ​ພັນ, ພະ​ແນກການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ ຈະ​ໃຫ້​ບຸ​ລິ​ມະ​ສິດໜູນຊ່ວຍ​ບັນ​ດາ​ຫົວ​ໜ່ວຍ​ຄຸ້ມ​ຄອງ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ມໍ​ລະ​ດົກ ແລະ ຮ່ອງຮອຍວັດ​ທະ​ນະ​ທຳ, ກໍ່ສ້າງບັນດາການ​ທ່ອງ​ທ່ຽວວັດທະນະທຳລົງຕົວຈິງ​ທີ່​ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ​ໃນ​ຍາມ​ກາງຄືນ. ຄຽງຂ້າງນັ້ນ, ຂະແໜງການຈະຍົກລະດັບຖະໜົນຍ່າງ, ຂະຫຍາຍບັນດາຈຸດເຊື່ອມຕໍ່ແຫຼ່ງທ່ອງທ່ຽວຕາມລຳແມ່ນ້ຳແດງ ແລະ ແມ່ນ້ຳດ່ວງ, ເປີດກວ້າງບັນດາເສັ້ນທາງທ່ອງທ່ຽວຈາກທ່າເຮືອ ເຈືອງເຢືອງໂດ້ ໄປເຖິງເຂດ ເຊີນໄຕ, ບາວີ.

ກ່ຽວ​ກັບ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ຮ່າ​ໂນ້ຍ ສືບ​ຕໍ່​ຊຸກຍູ້​ການ​ເຊື່ອມ​ໂຍງ​ກັບ​ບັນດາ​ແຂວງ, ນະຄອນ​ພາຍ​ໃນ​ປະ​ເທດ ​ແລະ ຊຸກຍູ້​ການ​ພົວພັນ​ສາກົນ. ຂະແໜງການທ່ອງທ່ຽວຈະສຸມໃສ່ການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວຈາກບັນດາຕະຫຼາດທີ່ສຳຄັນເຊັ່ນ: ອາຊີຕາເວັນອອກສ່ຽງເໜືອ, ອາຊຽນ, ເອີລົບ ແລະ ຂະຫຍາຍໄປສູ່ຕະຫຼາດພະລັງງານເຊັ່ນ: ອິນເດຍ, ເອີລົບຕາເວັນອອກ ແລະ ບັນດາປະເທດມຸດສະລິມ.

ຝູເຖາະເພີ່ມທະວີວຽກງານການທູດປະຊາຊົນ, ເປີດກວ້າງການພົວພັນສາກົນໃນປີ 2025 ຝູເຖາະເພີ່ມທະວີວຽກງານການທູດປະຊາຊົນ, ເປີດກວ້າງການພົວພັນສາກົນໃນປີ 2025

ຍສໝ - ວັນ​ທີ 13 ທັນວາ​, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ຝູເຖາະ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ການ​ທູດ​​ປະຊາຊົນ ​ປີ 2024 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ, ໜ້າທີ່ ​ປີ 2025.

ລະດົມແຫຼ່ງກຳລັງຫຼາຍທີ່ສຸດ ແລະພະຍາຍາມເພື່ອໃຫ້ສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ ແລະເສື່ອມໂຊມໃນປີ 2025 ລະດົມແຫຼ່ງກຳລັງຫຼາຍທີ່ສຸດ ແລະພະຍາຍາມເພື່ອໃຫ້ສຳເລັດການລົບລ້າງເຮືອນຢູ່ຊົ່ວຄາວ ແລະເສື່ອມໂຊມໃນປີ 2025

ຍສໝ - ຕອນເຊົ້າວັນທີ 10 ພະຈິກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງຜັນຂະຫຍາຍການລົບລ້າງເຮືອນຢູ່ຊົ່ວຄາວ ແລະເສື່ອມໂຊມໃນທົ່ວປະເທດໄດ້ເປັນປະທານວາລະປະຊຸມທີ 1 ຂອງຄະນະຊີ້ນຳ.

ມິງດຶກ

ເຫດການ