“ຫຼັກໝາຍ” ຂອງສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ | |
ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງສອງແຂວງ ຫາຍເຢືອງ - ແຂວງ ວຽງຈັນ ເລິກເຊິ່ງກວ່າອີກ |
ແຂວງ ເຊີນລາ ເປັນເຂດຍຸດທະສາດທີ່ສຳຄັນ, ເປັນ “ແຜ່ນເກາະ” ປ້ອງກັນທິດຕາເວັນຕົກ ແລະຕາເວັນຕົກສ່ຽງເໜືອຂອງປະເທດ, ມີຊາຍແດນຕິດກັບ 2 ແຂວງຫົວພັນ ແລະແຂວງຫຼວງພະບາງ ຂອງປະເທດເພື່ອນລາວ ຍາວ 274,065 ກິໂລແມັດ. ໃນດິນແດນແຫ່ງນີ້, ໃນເມື່ອກ່ອນມີຫຼາຍເຫດການປະຫວັດສາດພິເສດ ແລະພວກເຮົາສາມາດ ເຕື້ອງເຖິງການຕໍ່ຕ້ານການກູ້ຊາດຂອງປະຊາຊົນສອງປະເທດຫວຽດນາມ - ລາວ.
![]() |
ພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ກັບບັນດາພະນັກງານ, ນັກຮົບຄ້າຍທະຫານຊາຍແດນລ໊ອງເຊິບ (ວັນທີ 22 ຕຸລາ 2024). ພາບ: ກອງທັບປະຊາຊົນ |
ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ ດື່ມນໍ້າຈາກແມ່ນໍ້າຂອງດຽວກັນ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ ໂຕມະໂຫຖານ ແລະປະຊາຊົນສອງປະເທດມີສາຍພົວພັນສະໜິດຕິດພັນມາແຕ່ດົນນານ.
ດົນນານມາແລ້ວ, ຮູບພາບ “ເຂົ້າເມັດຫັກ, ຜັກໃບດຽວກໍ່ບິແບ່ງປັນກັນ”, ໄດ້ກາຍເປັນຮູບພາບທີ່ເປັນອະມະຕະ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບທີ່ສວຍງາມ, ທ່ຽງກົງ, ບໍລິສຸດ, ແບ່ງປັນຢ່າງເລິກເຊິ່ງທັງດ້ານວັດຖຸ ແລະ ຈິດເຊິ່ງປະຊາຊົນສອງປະເທດສະຫງວນໃຫ້ກັນ.
![]() |
ປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ. ພາບເອກະສານ |
ປະຊາຊົນບ້ານ ພຽງຊາ ແລະໂດຍສະເພາະ ຄອບຄົວຂອງ ທ່ານ ຈ໊າງ ລາວໂຄ ໄດ້ສະໜັບສະໜູນ ແລະຊ່ວຍເຫຼືອຢ່າງສຸດຈິດສຸດໃຈ, ແບ່ງປັນອາຫານການກິນ ເພື່ອລ້ຽງລັບໆ ແລະ ປົກປິດພະນັກງານປະຕິວັດຂອງປະເທດເພື່ອນ, ຊ່ວຍເຫຼືອສະຫາຍ ໄກສອນ ພົມວິຫານ ແລະຄະນະປະຈັນບານລາວ ພາກເໜືອ ຄ່ອຍໆກ້າວເຂົ້າເລິກເມືອງລາວ, ກໍ່ສ້າງຮາກຖານພັດທະນາກຳລັງລັບ.
![]() | ຮອງປະທານສະພາແຫ່ງຊາດລາວ: ໂຮງຮຽນມດຕະພາບ78 ປະຕິບັດພາລະກຳເຜີຍແຜ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ ເຖິງລຸ້ນໜຸ່ມໄດ້ເປັນຢ່າງດີ ໃນບັນຍາກາດຂອງການຢ້ຽມຢາມທີ່ຫວຽດນາມ, ວັນທີ 5 ມັງກອນ 2024, ຄະນະຜູ້ແທນ ສະພາແຫ່ງຊາດລາວ ນໍາໂດຍທ່ານຮອງປະທານ ສະພາແຫ່ງຊາດ ຈະເລີີນ ເຢຍປາວເຮີ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງຮຽນມິດຕະພາບ T78. |
![]() | ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດ ຫວຽດນາມ - ກູບາ ເລິກເຊິ່ງຂຶ້ນຕື່ມ ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ. |