ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ

12:01 | 19/12/2019

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າຜົນສໍາເລັດການປະຕິວັດລາວ ລ້ວນແຕ່ມີການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ສຸດຈິດສຸດໃຈຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ມີການສໍາພາດທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ກ່ຽວກັບບົດບາດ, ການປະກອບສ່ວນຂອງທະຫານອາສາສະໝັກ ແລະຊ່ຽວຊານການທະຫານຫວຽດນາມ ຢູ່ ລາວ ໃນພາລະກິດປົດປ່ອຍຊາດກໍ່ຄືສ້າງສາປະເທດຊາດຂອງປະຊາຊົນລາວ ບັນດາເຜົ່າອ້າຍນ້ອງ ກໍ່ຄືອະນາຄົດຂອງສາຍພົວພັນລະຫວ່າງກອງທັບສອງປະເທດ.

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ
ລາຍການສະແດງສິລະປະຂໍ່ານັບຮັບຕ້ອນພິທີສະເຫຼີມສະຫຼອງວັນທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ. (ພາບ: ສໍານັກຂ່າວສານຫວຽດນາມ)

ຕີລາຄາກ່ຽວກັບບົດບາດ, ການປະກອບສ່ວນຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃຫ້ແກ່ພາລະກິດປົດປ່ອຍຊາດກໍ່ຄືສ້າງສາປະເທດຊາດຂອງປະຊາຊົນລາວບັນດາເຜົ່າອ້າຍນ້ອງ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ ການປະຕິບັດໜ້າທີ່ຂອງທະຫານອາສາສະໝັກ, ຊ່ຽວຊານການທະຫານຫວຽດນາມ ຢູ່ ລາວ ໃນການຕໍ່ສູ້ສອງຄັ້ງຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ ຜູ້ຮຸກຮານແມ່ນມີຄວາມໝາຍສຳຄັນພິເສດຕໍ່ການປະຕິວັດຂອງສາມປະເທດ ອິນດູຈີນ ເວົ້າລວມ ແລະການປະຕິວັດລາວ ເວົ້າສະເພາະ, ຍ້ອນສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນນໍ້າໃຈມິດຕະພາບແບບພິເສດອັນຍິ່ງໃຫຍ່ລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດລາວ-ຫວຽດນາມ.

ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລ້ວ, ການເຄື່ອນໄຫວຂອງບັນດາສະຫາຍທະຫານອາສາສະໝັກ, ຊ່ຽວຊານການທະຫານຫວຽດນາມ ຢູ່ ລາວ ບໍ່ພຽງປະຕິບັດໜ້າທີ່ສາກົນອັນສູງສົ່ງຂອງບັນດາສະຫາຍຫວຽດນາມ ຕໍ່ກັບ ລາວ ເທົ່ານັ້ນ, ຫາກຍັງປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ ກໍ່ຄືຂອງພັກກອມມູນິດຫວຽດນາມ ແມ່ນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ອີກດ້ວຍ.

ສິ່ງເຫຼົ່ານີ້ບໍ່ພຽງແຕ່ມີຄວາມໝາຍປະຫວັດສາດຕໍ່ການພົວພັນລະຫວ່າງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງຕໍ່ກັບສອງປະເທດລາວ ແລະຫວຽດນາມ. ຈາກການກະທໍາອັນສູງສົ່ງນີ້ໄດ້ກາຍເປັນສາຍພົວພັນມິດຕະພາບແບບພິເສດຂອງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດລາວ ແລະຫວຽດນາມ.

ສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຢູ່ ລາວ ຄົບຮອບ 70 ປີ
ປະຊາຊົນລາວ ຕ້ອນຮັບທະຫານອາສາສະໝັກຫວຽດນາມ. ຄັດຈາກປຶ້ມສາຍພົວພັນແບບພິເສດຫວຽດນາມ-ລາວ/ສຳນັກພິມຈຳໜ່າຍສໍານັກຂ່າວສານ.

ເມື່ອເຕື້ອງເຖິງຄວາມໝາຍຂອງເລື່ອງຫວຽດນາມ ສົ່ງທະຫານອາສາສະໝັກ ແລະຊ່ຽວຊານ ໄປປະຕິບັດໜ້າທີ່ສາກົນຢູ່ລາວ ຕໍ່ກັບສໍາພັນທະມິດສູ້ຮົບລາວ-ຫວຽດນາມ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຖືວ່າເລື່ອງສົ່ງທະຫານອາສາສະໝັກ, ຊ່ຽວຊານການທະຫານຫວຽດນາມ ມາຊ່ວຍການປະຕິວັດລາວ ແມ່ນສະແດງອາລົມຈິດພິເສດຂອງພັກ, ກອງທັບ ແລະປະຊາຊົນຫວຽດນາມ ຕໍ່ພັກ, ກອງທັບ ແລະປະຊາຊົນລາວ ບັນດາເຜົ່າໃນກິດຈະການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ.

ໃນສະພາບການສາກົນ ແລະພາກພື້ນ ນັບມື້ນັບສັບສົນຄືປະຈຸບັນ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຖືວ່າມີກາລະໂອກາດ ແລະສິ່ງທ້າທາຍຫຼາຍຢ່າງຕໍ່ກັບສອງພັກ, ສອງລັດ ແລະກອງທັບສອງປະເທດລາວ - ຫວຽດນາມ, ຍ້ອນເຫດນັ້ນ, ຍິ່ງກວ່າເວລາໃດນັ້ນ, ສອງປະເທດຕ້ອງສືບຕໍ່ຮັກສາມູນເຊື້ອສາມັກຄີແບບພິເສດ, ການຮ່ວມມືສູ້ຮົບລະຫວ່າງສອງກອງທັບໃນໄລຍະປົກປັກຮັກສາ ແລະສ້າງສາປະເທດຊາດ, ເພີ່ມທະວີການຊ່ວຍເຫຼືອເຊິ່ງກັນ ແລະກັນ, ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດທີ່ໄດ້ຮັບການຫຼໍ່ຫຼອມ, ທົດສອບ ແລະກໍ່ສ້າງໃນຕະຫຼອດກວ່າເຄິ່ງທົດສະວັດທີ່ຜ່ານມາ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າຜົນສໍາເລັດຂອງການປະຕິວັດລາວ ລ້ວນແຕ່ມີການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ໍາຄ່າ, ສຸດຈິດສຸດໃຈຂອງພັກ, ລັດ ແລະກອງທັບປະຊາຊົນຫວຽດນາມ.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ສອງປະເທດຕ້ອງເພີ່ມທະວີການສຶກສາໃຫ້ແກ່ປະຊາຊົນລຸ້ນຕ່າງໆ, ໂດຍສະເພາະແມ່ນລຸ້ນໜຸ່ມກ່ຽວກັບປະຫວັດສາດການພົວພັນສອງປະເທດ; ຍົກໃຫ້ເຫັນການຊ່ວຍເຫຼືອອັນໃຫຍ່ຫຼວງຂອງ ຫວຽດນາມ ໃຫ້ແກ່ລາວ; ການເສຍສະຫຼະເລືອດເນື້ອໃຫ້ແກ່ກັນ; ຕ້ອງເອົາໃຈໃສ່ສຶກສາໃຫ້ຄົນລຸ້ນຫຼັງກ່ຽວກັບປະຫວັດສາດຂອງສາຍພົວພັນສອງປະເທດລາວ-ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.