ແດນ​ມາກ - ຫວຽດນາມ: ຕິດປີກ​ແນວຄວາມ​ຄິດປົກປັກຮັກສາດາວພະເຄາະສີຂຽວ

16:22 | 29/09/2024

ຍສໝ -​ ວັນ​ທີ 25 ກັນຍາ​ນີ້, ຢູ່​ຮ່າ​ໂນ້ຍ ໄດ້ດຳ​ເນີນ​ພິທີປຸກ​ລະດົມການແຂ່ງຂັນເເຕ້ມພາບ “​ແດນ​ມາກ​ໃນ​ສາຍຕາ​ຂອງ​ນ້ອງ 2024” ດ້ວຍ​ຫົວ​ຂໍ້ “ບັນດາ​ແນວ​ຄວາມຄິດ​ສີຂຽວ”. ການແຂ່ງຂັນໄດ້ຮັບການຈັດ​ຕັ້ງໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ​ຫວຽດ​ນາມ - ແດນ​ມາກ ສົມທົບ​ກັນກັບ​ສະ​ຖານ​ທູດ​ແດນ​ມາກ ປະ​ຈຳ​ ຫວຽດ​ນາມ.

ຫວຽດນາມ ​ແມ່ນທ້ອງຕະຫຼາດທີ່​ດຶງ​ດູດ ​ແລະ ສຳຄັນ​ສຳລັບບັນດາ​ວິ​ສາ​ຫະກິດ ​ແດນ​ມາກ ​ໃນ​ຂົງ​ເຂດ​ກະສິກຳ
ຫວຽດນາມ ​ເຂົ້າ​ຮ່ວມງານຕະຫຼາດນັດຄະນະທູຕານຸທູດ​ຢູ່​ ແດນ​ມາກ

ກ່າວ​ຄຳປາໄສ​​ເປີດ​ທີ່ພິທີ, ທ່ານ Nicolai Prytz, ​ເອກ​ອັກຄະ​ລັດຖະທູດ ​ແດນ​ມາກ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ການ​ແຂ່ງຂັນ​ໄດ້​ຈັດ​ຂຶ້ນ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 53 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ​ແດນ​ມາກ. ນັບຕັ້ງແຕ່ໄດ້ຈັດຂຶ້ນຄັ້ງທໍາອິດໃນປີ 2016 ມາຮອດປະຈຸປັນ, ການ​ແຂ່ງຂັນໄດ້ກາຍເປັນການເຄື່ອນໄຫວປະຈໍາປີດ້ວຍບັນດາຫົວຂໍ້ໃຫມ່ໃຫ້ແຕ່ລະປີ, ສ່ວນຫຼາຍແມ່ນສຸມໃສ່ເຂົ້າໃນບັນດາບັນຫາສິ່ງແວດລ້ອມ.

ແດນ​ມາກ - ຫວຽດນາມ: ຕິດປີກ​ແນວຄວາມ​ຄິດປົກປັກຮັກສາດາວພະເຄາະສີຂຽວ

ການແຂ່ງຂັນແຕ້ມຮູບ "ແດນມາກໃນສາຍຕາຂອງນ້ອງ 2024". (ພາບ: Dinh Hoa)

ດ້ວຍ​ຫົວ​ຂໍ້​ວ່າ “​ບັນດາແນວ​ຄວາມຄິດ​ສີຂຽວ”, ການແຂ່ງຂັນປີນີ້​ໄດ້ສົ່ງເສີມໃຫ້ບັນດານ້ອງນັກຮຽນຊອກຮູ້ບັນດາ​ສິ່ງ​ທ້າ​ທາຍ​ກ່ຽວກັບສິ່ງ​ແວດ​ລ້ອມ ແລະ ດິນ​ຟ້າ​ອາ​ກາດຕື່ມອີກ. ພ້ອມ​ກັນ​ນັ້ນ ກໍ່ແບ່ງປັນ​ຂໍ້​ລິ​ເລີ່​ມ, ​ແນວ​ຄິດ ​ແລະ ວິ​ໄສ​ທັດຂອງຕົນ ວ່າຈະເຮັດແນວໃດເພື່ອປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Nicolai Prytz ​ແລ້ວ, ການ​ທີ່​ເດັກນ້ອຍ​ຫວຽດນາມ ສະ​ແດງ​ແນວຄວາມຄິດ​ສີຂຽວ​ຜ່ານ​ຮູບ​ແຕ້ມ​ອາດ​ຈະ​ບໍ່​ໄດ້​ນຳ​ມາ​ເຊິ່ງການ​ປ່ຽນ​ແປງ​ຢ່າງ​ທັນ​ການ, ​ແຕ່​ແນ່ນອນ​ວ່າ​ນີ້​ແມ່ນ​ວິທີ​ເພື່ອ​ໃຫ້ເດັກນ້ອຍ​ສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ ຄວາມເອົາໃຈໃສ່ຂອງຕົນ. ໂດຍຜ່ານ​ນັ້ນ, ເດັກນ້ອຍຈະ​ສົ່ງສານ​ເຖິງ​ຜູ້​ໃຫຍ່​ກ່ຽວ​ກັບ​ວິທີ​ທີ່ເດັກນ້ອຍ​​ເບິ່ງ​ການ​ທ້າ​ທາຍ​ຂອງ​ດິນ​ຟ້າ​ອາກາດ ​ແລະ ສິ່ງ​ທີ່​ພວກ​ເຮົາ​ສາມາດ​ເຮັດ​ຮ່ວມ​ກັນ​ເພື່ອ​ປັບປຸງ​ສະພາບ​ການ.

“ຂ້າ​ພະ​ເຈົ້າຮ້ອນໃຈຢາກຈະ​ເຫັນ​ແນວ​ຄວາມ​ຄິດ​ສ້າງ​ສັນ​ຂອງ​ເດັກ​ນ້ອຍ​ ໂດຍຜ່ານບັນດາ​ຮູບ​ພາບ​ທີ່ສຸດຍອດໃນ​ເຈ້ຍ. ພວກຂ້າ​ພະ​ເຈົ້າ ຍາມໃດກໍ່ນັບຖື ແລະ ຕີລາຄາສູງ​ແນວ​ຄວາມຄິດຂອງເດັກນ້ອຍ”, ທ່ານ​ເອກ​ອັກຄະ​ລັດຖະທູດ Nicolai Prytz ​ກ່າວ. ທ່ານ​ນາງ ຫງວຽນ​ທິ​ມິງຖຸ໋ຍ, ອຳນວຍການໂຮງຮຽນມັດ​ທະ​ຍົມສົມບູນ ຫງວຽນ​ຊຽວ ​ໃຫ້​ຮູ້​ວ່າ ດ້ວຍ​ຫົວ​ຂໍ້ “​ບັນດາແນວ​ຄວາມຄິດ​ສີຂຽວ”, ທ່ານນາງ​ປາດ​ຖະ​ໜາ​ໃຫ້​ນັກ​ຮຽນສົ່ງ​ສານ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາດາວພະເຄາະ. ນີ້​ຈະເປັນເຂັມທິດໃຫ້ທຸກການກະທຳ, ຊ່ວຍ​ໃຫ້​ເດັກນ້ອຍ​ປະກອບສ່ວນ​ຢ່າງແທດຈິງເຂົ້າໃນຂະບວນການ​ສ້າງສະພາບແວດລ້ອມໃນການດຳລົງຊີວິດ​ໃນ​ປະຈຸປັນ. ທ່ານນາງ ຍັງ​ໄດ້​ສົ່ງ​ຄຳອວຍພອນໄປ​ຍັງ​ນັກຮຽນ, ​ໂດຍ​ຫວັງ​ວ່າ​ແຕ່ລະຄົນ​ຈະ​ສ້າງ​ຜະລິດ​ຕະພັນ​ທີ່​ມີ​ລັກສະນະ​ສ້າງສັນ, ​ເຜີຍ​ແຜ່ສານກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃຫ້​ໝູ່​ເພື່ອນ, ຍາດຕິ​ພີ່ນ້ອງ ແລະ ໄກກ່ວາອີກ ​ເພື່ອ​ເຜີຍ​ແຜ່ສານທີ່ຕັ້ງໜ້ານີ້ໃຫ້​ທົ່ວ​ປະຊາຄົມ.

ແດນ​ມາກ - ຫວຽດນາມ: ຕິດປີກ​ແນວຄວາມ​ຄິດປົກປັກຮັກສາດາວພະເຄາະສີຂຽວ

ທ່ານ​ເອກ​ອັກຄະ​ລັດຖະທູດ ແດນ​ມາກ ປະຈຳ ຫວຽດນາມ Nicolai Prytz. (ພາບ: Dinh Hoa)

ຕາມທ່ານ ເລຫງອກຕ໋ວນ, ຫົວໜ້າກົມຮ່ວມມືສາກົນ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ), ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ແດນມາກ ແລ້ວ, ຫົວຂໍ້ຂອງການແຂ່ງຂັນປີນີ້ມີຄວາມໝາຍຍິ່ງກວ່າໃນສະພາບທີ່ ແດນມາກ ແລະ ຫວຽດນາມ ພວມ​ສົມທົບ​ກັນເພື່ອ​ປົກ​ປັກ​ຮັກສາດາວພະເຄາະສີຂຽວຕໍ່ໜ້າ​ບັນດາ​ສິ່ງ​ທ້າ​ທາຍທີ່​ຮ້າຍ​ແຮງ​ເຊັ່ນ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ມົນລະພິດ​ສິ່ງ​ແວດ​ລ້ອມ ​ແລະ ການຊີວະພາບອັນຫຼາກຫຼາຍຂຸຸດໂຊມລົງ. ບັນດາຜົນຮ້າຍຢ້ອນຫຼັງຈາກພະຍຸ Yagi ທີ່​ເກີດ​ຂຶ້ນ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ດັ່ງກ່າວ.

ໂດຍຜ່ານ​ການ​ແຂ່ງຂັນ, ທ່ານ​ໄດ້​ສົ່ງ​ສານ​ເຖິງ​ບັນ​ດາ​ນັກຮຽນ - ບັນດາຜູ້​ເປັນ​ເຈົ້າ​ຂອງ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ແລະ ດາວພະເຄາະ ວ່າ ການ​ສ້າງບັນດາແນວຄວາມຄິດ​ສີ​ຂຽວ, ເຖິງວ່າ​ຂະ​ຫນາດ​ນ້ອຍ, ແຕ່ກໍ່ສາ​ມາດ​ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ທ່ານສົ່ງເສີມ​ໃຫ້​ບັນດາ​ນັກ​ຮຽນປະດິດ​ສ້າງຢ່າງເສລີ ​ໂດຍ​ອີງ​ໃສ່​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບດາວພະເຄາະ, ບັນດາຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ແດນ​ມາກ ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ດ້ານ​ສິ່ງ​ແວດ​ລ້ອມ ​ແລະ ​ດິນ​ຟ້າ​ອາກາດ.

ການ​ແຂ່ງຂັນ​ແຕ້ມພາບ “​ແດນ​ມາກ​ໃນ​ສາຍຕາ​ຂອງ​ນ້ອງ 2024” ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 25 ກັນຍາ ​ຫາ​ວັນ​ທີ 20 ທັນວາ ສຳລັບນັກຮຽນຫວຽດນາມ​ ນັບ​ແຕ່​ຊັ້ນ​ປະຖົມ​ຮອດຊັ້ນນມັດທະຍົມຕອນຕົ້ນ. ຮູບແຕ້ມຂອງການແຂ່ງຂັນແມ່ນແຕ້ມໃສ່ເຈ້ຍຂະໜາດ A3 ດ້ວຍວັດສະດຸທີ່ເລືອກດ້ວຍຕົນເອງ.

ບັນດາ​ພາບແຕ້ມ​ທີ່ສົ່ງເຂົ້າແຂ່ງຂັນ ແມ່ນ​ສົ່ງ​ໄປ​ຍັງ​ສຳນັກງານ​ສະຖານທູດ ​ແດນ​ມາກ ປະຈຳ​ຫວຽດນາມ, ຊັ້ນ 7, ຕຶກ BIDV, 194 ​ເຈິ່ນກວາງ​ຂາຍ, ຮ່າ​ໂນ້ຍ. ພາບເເຕ້ມທັງໝົດຕ້ອງລະບຸຊື່ຫົວຂໍ້ຮູບໃຫ້ຊັດເຈນ, ຊື່ ແລະ ນາມສະກຸນ, ປີເກີດ, ຊັ້ນຮຽນ, ໂຮງຮຽນ, ອີເມວຕິດຕໍ່, ທີ່ຢູ່, ເບີໂທລະສັບຕິດຕໍ່ 02 ເບີ (ເບີຄອບຄົວ ແລະ ເບີໂຮງຮຽນຂອງຜູ້ທີ່ສົ່ງພາບແຕ້ມເຂົ້າແຂ່ງຂັນ) ແລະ ທີ່ຢູ່ທາງໄປສະນີໃຫ້ຄົບຖ້ວນ.

ແດນ​ມາກ - ຫວຽດນາມ: ຕິດປີກ​ແນວຄວາມ​ຄິດປົກປັກຮັກສາດາວພະເຄາະສີຂຽວ

ທ່ານ​ເອກ​ອັກຄະ​ລັດຖະທູດ Nicolai Prytz ​ໄດ້​ໂອ້​ລົມ​ກ່ຽວ​ກັບ​ແນວ​ຄວາມຄິດ​ການ​ແຕ້ມ​ຮູບ​ກັບ​ນັກຮຽນ. (ພາບ: Dinh Hoa)

ບັນດາ​ຜູ້​ສົ່ງພາບແຕ້ມເຂົ້າແຂ່ງຂັນທີ່​ໄດ້​ຮັບລາງວັນຈະ​ໄດ້​ຮັບ​ການ​ປະກາດ ​ແລະ ມອບ​ລາງວັນເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ທ້າຍ​ສົກຮຽນ 2024 – 2025 ຢູ່ ຮ່າ​ໂນ້ຍ. ລາງວັນປະກອບມີ 01 ລາງວັນພິເສດ, 02 ລາງວັນທີໜຶ່ງ, 03 ລາງວັນທີສອງ ແລະ 06 ລາງວັນທີສາມ.

​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ

​ເຊື່ອມ​ຕໍ່​ວິ​ສາ​ຫະກິດ ຫວຽດນາມ - ​ແດນ​ມາກ ​ເພື່ອ​ຮ່ວມ​ມື, ຜັນຂະຫຍາຍ​ໂຄງການ​ພະລັງງານ​ທົດ​ແທນ

ຍສໝ - ແດນ​ມາກ ສາມາດ​ແບ່ງປັນ​ປະສົບ​ການ, ໜຸ່ມຊ່ວຍ​ເຕັກ​ໂນ​ໂລຢີ, ການ​ເງິນ ເພື່ອຫວຽດນາມ ປະຕິບັດ​ບັນດາ​ຂໍ້​ລິ​ເລີ່​ມຫຼຸດຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ, ການ​ຫັນປ່ຽນ​ສີຂຽວ.

ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ

ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເດນ​ມາກ ເລືອງ​ແທງ​ງິ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ເດນ​ມາກ - ຫວຽດ​ນາມ (DAVIFO) Trine Glue Doan, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ DAVIFO, ບາງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ DAVIFO ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.