ໃນປີ 2019 ຂະແໜງການທ່ອງທ່ຽວຫວຽດນາມ ບັນລຸໄດ້ຜົນງານມະຫັດສະຈັນ, ດຶງດູດແຂກທ່ອງທ່ຽວສາກົນກວ່າ 18 ລ້ານເທື່ອຄົນ

15:07 | 29/12/2019

ແຂກມາທ່ຽວທາງອາກາດ ເພີ່ມຂຶ້ນ 15,2%; ທາງບົກເພີ່ມຂຶ້ນ 20,4%; ທາງທະເລ ເພີ່ມຂຶ້ນ 22,7%. ແຂກທ່ອງທ່ຽວມາຈາກອາຊີ ກວມເອົາ 79,9% ຂອງຍອດຈຳນວນແຂກທ່ອງທ່ຽວສາກົນມາທ່ອງທ່ຽວຫວຽດນາມ, ເພີ່ມຂຶ້ນ 19,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໃນປີ 2019 ຂະແໜງການທ່ອງທ່ຽວຫວຽດນາມ ບັນລຸໄດ້ຜົນງານມະຫັດສະຈັນ, ດຶງດູດແຂກທ່ອງທ່ຽວສາກົນກວ່າ 18 ລ້ານເທື່ອຄົນ

ພາບປະກອບ

ໃນປີ 2019, ຂະແໜງການທ່ອງທ່ຽວຫວຽດນາມ ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 85 ລ້ານເທື່ອຄົນ (ເພີ່ມກວ່າ 6%). ແຂກທ່ອງທ່ຽວມາຈາກເອີລົບ ເພີ່ມຂຶ້ນ 6,4%; ແຂກທ່ອງທ່ຽວມາຈາກທະວີບອາເມລິກາ ເພີ່ມຂຶ້ນ 7,7%; ແຂກທ່ອງທ່ຽວມາຈາກອາຟະລິກາ ເພີ່ມຂຶ້ນ 12,2%. ຍອດລາຍຮັບຈາກແຂກທ່ອງທ່ຽວຄາດວ່າບັນລຸໄດ້ກວ່າ 720.000 ຕື້ດົ່ງ (ເພີ່ມກວ່າ 16%). ປີ 2020, ຂະແໜງການທ່ອງທ່ຽວຫວຽດນາມ ສູ້ຊົນຕ້ອນຮັບແຂກທ່ອງທ່ຽວສາກົນປະມານ 20,5 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 90 ລ້ານເທື່ອຄົນ, ຍອດລາຍຮັບຈາກແຂກທ່ອງທ່ຽວຄາດວ່າບັນລຸໄດ້ກວ່າ 830.000 ຕື້ດົ່ງ.

ບັນດາການເຄື່ອນໄຫວປະກອບສ່ວນດຶງດູດແຂກທ່ອງທ່ຽວມາທ່ຽມຢູ່ແຂວງກ໋ວາງນິງ ໄດ້ປະມານ 14 ລ້ານເທື່ອຄົນ, ເພີ່ມຂຶ້ນ 14% ເມື່ອທຽບໃສ່ປີ 2018, ໃນນັ້ນ ແຂກສາກົນບັນລຸໄດ້ 5,7 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມລວມຂອງ ແຂວງກ໋ວາງນິງ. ປີ 2020, ຂະແໜງທ່ອງທ່ຽວແຂວງກ໋ວາງນິງ ຕັ້ງເປົ້າໝາຍຈະຕ້ອນຮັບແຂກທ່ອງທ່ຽວໃຫ້ໄດ້ 15,5 ລ້ານເທື່ອຄົນ, ໃນນັ້ນມີ ແຂກທ່ອງທ່ຽວສາກົນ 6,5 ລ້ານເທື່ອຄົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.