ວັນບຸນໄຫວ້ພະຈັນ 2024 - ລະດູດວງເດືອນແຫ່ງຄວາມເມດຕາ ແລະການແບ່ງປັນ

14:43 | 18/09/2024

ຍສໝ - ເຖິງວ່າພາຍຸ ແລະ ໄພນໍ້າຖ້ວມຈະເຮັດໃຫ້ເກີດການສູນເສຍທີ່ບໍ່ມີຫຍັງສາມາດທົດແທນໄດ້ກໍ່ຕາມ, ແຕ່ດ້ວຍການຮ່ວມມືຂອງທົ່ວປວງຊົນ, ບາດແຜຈະຫາຍດີໃນໄວໆນີ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນໍ້າຖ້ວມຈະ​ກັບ​ຄືນ​ສູ່​ສະພາບ​ເປັນປົກກະຕິໂດຍໄວ.

5 ກຸ່ມເປົ້າໝາຍວຽກງານຂອງ 6 ເດືອນທ້າຍປີ 2024
ວັດທະນະທຳ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນວັນບຸນກົງສຸນ Lyon 2024

ພາຍຸ Yagi (ພາຍຸເລກທີ 3) ໄດ້ເຂົ້າມາ ຫວຽດນາມ ດ້ວຍຄວາມເສຍຫາຍຢ່າງໜັກໜ່ວງ, ເຊິ່ງກໍ່ໃຫ້ເກີດຝົນຕົກໜັກຕິດຕໍ່ກັນເແກ່ຍາວ, ດິນເຈື່ອນ ແລະ ໄພນໍ້າຖ້ວມຢ່າງໜັກໜ່ວງໃນທັງເຂດທົ່ງພຽງ ແລະ ເຂດພູດອຍພາກເໜືອ.

ໃນ​ສະພາບ​ການ​ປະສົບ​ກັບ​ຄວາມ​ເສຍ​ຫາຍ​ຈາກ​ພາຍຸ ​ແລະ ​ໄພ​ນ້ຳ​ຖ້ວມ, ທົ່ວ​ປະ​ເທດ​ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ບັນດາ​ເຂດ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ, ການແບ່ງປັນ​ນ້ຳ​ໃຈ​ຢ່າງ​ເລິກ​ເຊິ່ງ.

​ລະດູວັນບຸນໄຫວ້ພະຈັນປີ​ນີ້, ​ແທນ​ທີ່​ຈະ​ເປັນ​ງານ​ບຸນ​ທີ່​ເບີກບານ​ມ່ວນ​ຊື່ນ, ບັນດາ​ການເຄື່ອນໄຫວໄດ້ຮັບການ​ຈັດ​ຕັ້ງ​ຢ່າງ​ງ່າຍດາຍ, ປະຢັດ, ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ດ້ານ​ມະນຸດສະທຳ.

ວັນບຸນໄຫວ້ພະຈັນ 2024 - ລະດູດວງເດືອນແຫ່ງຄວາມເມດຕາ ແລະການແບ່ງປັນ

ບັນດາຈົດໝາຍສົ່ງຄວາມຮັກແພງຂອງ​ນັກຮຽນ​ໂຮງຮຽນ​ອະນຸບານ-ປະຖົມ ແລະ ມັດ​ທະ​ຍົມຕອນຕົ້ນ ​ດຶກ​ຈີ໋, (ນະຄອນດານັງ) ເຖິງ​ນັກຮຽນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ທີ່​ປະສົບ​ໄພ​ທຳ​ມະ​ຊາດ. (ພາບ: Van Dung/TTXVN)

ພ້ອມໃຈມຸ່ງເຖິງປະຊາຊົນ​ຢູ່​ເຂດ​ປະສົບ​ພາຍຸ, ​ໄພ​ນ້ຳ​ຖ້ວມ

​ໃນ​ອາທິດ​ຜ່ານ​ມາ, ຫຼາຍ​ແຂວງ, ນະຄອນ, ຄະນະ, ຂະແໜງການ​ໄດ້​ມີ​ຄວາມ​ຕັດສິນ​ໃຈ, ແຈ້ງການຢຸດບັນດາການ​ເຄື່ອນ​ໄຫວ​ງານ​ບຸນ, ການ​ບັນ​ເທິງ ​ເພື່ອ​ທ້ອນ​ໂຮມ​ທຶນ​ໜູນ​ຊ່ວຍ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ເລກທີ 3.

ຄຽງ​ຂ້າງ​ນັ້ນ, ຫຼາຍ​ແຂວງ, ນະຄອນ, ອົງການ, ຫົວໜ່ວຍ​ໄດ້​ເປັນເຈົ້າການໃນການຈັດບັນດາລາຍການແບບກະທັດຮັດ, ບໍ່​ຈັດ​ຕັ້ງ​ງານ​ບຸນ​ໃຫຍ່​, ປ່ຽນ​ເປັນຮູບແບບມອບ​ຂອງຂວັນທີ່ແທດຈິງ, ໜູນ​ຊ່ວຍ​ໂດຍ​ກົງ​ໃຫ້​ປະຊາຊົນ​ເຂດ​ປະສົບ​ໄພ​ພະຍຸ, ​ໄພ​ນ້ຳ​ຖ້ວມ. ໂຮງຮຽນ​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ກໍ່ໄດ້​ປັບ​ແຜນການ​ຈັດ​ງານ​ບຸນ​ຕ້ອນຮັບວັນບຸນໄຫວ້ພະຈັນ.

ບັນດາການເຄື່ອນໄຫວບັນເທິງຂອງເດັກນ້ອຍໄດ້ຫຼຸດລົງ, ແທນທີ່ນັ້ນ ກໍ່ຈະເປັນຂອງຂວັນຂະຫນາດນ້ອຍແຕ່ເຕັມໄປດ້ວຍຄວາມຮັກແພງ ໄດ້ສົ່ງໄປຫາຫມູ່ເພື່ອນໃນເຂດທີ່ຖືກຜົນກະທົບ. ນີ້​ແມ່ນ​ວິ​ທີ​ຊ່ວຍເຫຼືອຢ່າງເເທດຈິງ, ເປັນບົດ​ຮຽນ​ທີ່​ເລິກເຊິ່ງກ່ຽວກັບຄວາມ​ເມດ​ຕາຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ​ການ​ແບ່ງ​ປັນ. ບັນດາຂອງຂວັນ​ນີ້​ແມ່ນສັນຍາ​ລັກຂອງຄວາມ​ຮັກ​ແພງ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ, ຈິດ​ໃຈ “ຮັກແພງຊ່ວຍເຫຼືອກັນ” ຂອງ​ຊາວ ຫວຽດນາມ ໃນ​ເວ​ລາ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​.

ວັນບຸນໄຫວ້ພະຈັນ 2024 - ລະດູດວງເດືອນແຫ່ງຄວາມເມດຕາ ແລະການແບ່ງປັນ

ເດັກ​ນ້ອຍ​ຢູ່​ເຂດ​ແຄມ​ແມ່​ນ້ຳ​ຂອງເມືອງ ອຽນຝູ້, ເມືອງ ໄຕ​ໂຮ່ ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ຕ້ອນ​ຮັບ​ວັນບຸນໄຫວ້ພະຈັນ. (ພາບ: Quoc Khanh/TTXVN)

ຕາມ​ກະຊວງ​ແຮງ​ງານ-ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແລ້ວ, ປີນີ້, ບັນດາລາຍການ, ເຫດການວັນບຸນໄຫວ້ພະຈັນ ຈະ​ໄດ້ຈັດແບບກະທັດຮັດ, ສຸມ​ໃສ່​ເຂົ້າໃນການມອບ​ຂອງຂວັນ​ໃຫ້​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ, ບັນດາເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ.

ໃນໂອກາດນີ້, ບັນດາການເຄື່ອນໄຫວ ຍັງໄດ້ຍູ້ແຮງເພື່ອປຸກລະດົມນ້ຳໃຈສາມັກຄີ, ຮັກແພງຊ່ວຍເຫຼືອກັນ, ພ້ອມກັນນັ້ນ ກໍ່ລະດົມຊຸມຊົນຮ່ວມມືຊ່ວຍເຫຼືອເດັກນ້ອຍທີ່ປະສົບໄພນ້ຳຖ້ວມ ​ໃຫ້ກັບ​ຄືນ​ສູ່​ສະພາບ​ປົກກະຕິ ແລະ ກັບຄືນສູ່ໂຮງຮຽນ​ໂດຍ​ໄວ.

ວັນບຸນໄຫວ້ພະຈັນ ງ່າຍດາຍແຕ່ເຕັມໄປດ້ວຍລັກສະນະມະນຸດສະທຳ

​ໃນ​ຈົດໝາຍ​ເຖິງ​ເຍົາວະຊົນ, ອານຸຊົນ, ເດັກນ້ອຍ ​ເນື່ອງ​ໃນ​ໂອກາດວັນບຸນໄຫວ້ພະຈັນ 2024, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ໂຕເລີມ ຂຽນ​ວ່າ: “ວັນບຸນໄຫວ້ພະຈັນ​ປີ​ນີ້​ຍັງ​ບໍ່​ທັນ​ຄົບ​ຖ້ວນ ​ເພາະວ່າ​ໄພ​ທຳ​ມະ​ຊາດ​ໄດ້​ສ້າງ​ຜົນ​ສະທ້ອນ​ຮ້າຍ​ແຮງ​ໃຫ້​ແກ່​ປະຊາຊົນ​ຫຼາຍ​ຄອບຄົວ, ໝູ່​ບ້ານ, ຕາແສງ. ແຕ່ຫນ້າເສຍດາຍ, ຫຼານນ້ອຍຫຼາຍຄົນໄດ້ຖືກເອົາຊີວິດຂອງພວກເຂົາໄປ, ຫຼານນ້ອຍຫຼາຍຄົນສູນເສຍຄົນໃນຄອບຄົວ, ສູນເສຍເຮືອນຊານ, ມີຊີວິດຢູ່ໃນສະພາບການທີ່ຫຍຸ້ງຍາກທີ່ສຸດ. ຂໍສົ່ງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງຍາດຕິພີ່ນ້ອງ ແລະ ຄອບຄົວຂອງເດັກນ້ອຍຜູ້ປະສົບເຄາະຮ້າຍຈາກພະຍຸ, ໄພນໍ້າຖ້ວມ ແລະ ຫວັງວ່າ ພວກເຮົາທຸກຄົນຈະເຂັ້ມແຂງເພື່ອຜ່ານຜ່າຄວາມເຈັບປວດ, ການສູນເສຍຄັ້ງນີ້. ສຳລັບ​ເດັກນ້ອຍ​ຢູ່​ເຂດ​ປະສົບ​ພາຍຸ, ໄພ​ນ້ຳ​ຖ້ວມ ເພິ່ນໄດ້​ບອກ​ໃຫ້​ເຂົາ​ເຈົ້າຍາມໃດກໍ່ຕ້ອງໃຫ້ຄວາມສົນ​ໃຈ​ເຖິງ​ຄວາມ​ປອດ​ໄພ​ໃນ​ການ​ຮ່ຳຮຽນ, ການລະຫຼິ້ນ. ຢູ່​​ຫ່າງ​ຈາກ​ບ່ອນ​ອັນຕະລາຍ, ຢ່າ​ໄປ​ຫຼິ້ນ​ໃກ້​ແມ່​ນ້ຳ, ຫ້ວຍ, ໜອງ​ນ້ຳ, ຈົ່ງ​ຈື່​ຈຳ​ຄຳ​ທີ່​ພໍ່​ແມ່​ ແລະ ​ຄູ​ອາ​ຈານ​ເວົ້າ​ໄວ້​ສະເໝີ ເພື່ອ​ປົກ​ປ້ອງ​ຕົນ​ເອງ ແລະ ໝູ່​ເພື່ອນ”.

ເພື່ອໃຫ້ເດັກນ້ອຍຢູ່ເຂດຖືກນໍ້າຖ້ວມບໍ່ດ້ອຍໂອກາດ, ໄດ້ຕ້ອນຮັບວັນບຸນໄຫວ້ພະຈັນທີ່ອົບອຸ່ນ, ເຕັມໄປດ້ວຍຄວາມຮັກແພງ, ກໍ່ມີຫຼາຍການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ເດັກນ້ອຍ ໄດ້ຮັບການຈັດຂຶ້ນເນື່ອງໃນໂອກາດນີ້.

​ໂດຍ​ແມ່ນ​ທ້ອງ​ຖິ່ນ​​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍຸ​ເລກທີ 3, ​ໃນ​ປີ​ນີ້ ຕາແສງເຊີນ​ໄຕ (ນະຄອນ​ຮ່າ​ໂນ້ຍ) ​ໄດ້​ຕັດສິນ​ໃຈ​ບໍ່​ຈັດ​ຕັ້ງ​ລາຍການ “ວັນບຸນໄຫວ້ພະຈັນ ເມືອງບູຮານ” ຕາມ​ຮີດຄອງ​ປະ​ເພນີ; ແທນ​ທີ່​​ນັ້ນ, ທ້ອງ​ຖິ່ນ​ໄດ້ມອບໃຫ້​ເດັກ​ນ້ອຍ​ລາຍການ “ມ່ວນຊື່ນວັນບຸນໄຫວ້ພະຈັນ” ​ມີ​ຄວາມ​ປອດ​ໄພ, ​ປະຢັດ ແລະ ມີ​ຄວາມ​ໝາຍຕາມ​ສະພາບ​ຕົວ​ຈິງ.

ພາຍຫຼັງສິ້ນສຸດລາຍການ, ການນຳຕາແສງ ພ້ອມກັນກັບນັກສິລະປະໄດ້ໄປເຖິງເຂດປະສົບໄພນ້ຳຖ້ວມຂອງຕາແສງ ຊວນເຊີນ, ເມືອງ ຈຸ່ງຮືງ ແລະ ເມືອງ ໂງ່ກວ່ຽນ ເພື່ອມອບຂອງຂວັນ, ລະດົມກຳລັງໃຈເດັກນ້ອຍ ແລະ ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມໂດຍກົງ.

ໂດຍແມ່ນ​ໃນ​ບັນດາ​ທ້ອງ​ຖິ່ນ​ທີ່​ຖືກເສຍ​ຫາຍຈາກ​ພາຍຸ​ເລກທີ 3 ແຕ່ແຂວງ ບັກ​ນິງ ຍັງ​ມານະ​ພະຍາຍາມ​ເພື່ອໃຫ້ບັນດາເດັກນ້ອຍໄດ້ຕ້ອນຮັບວັນບຸນໄຫວ້ພະຈັນ​ຢ່າງ​ມີ​ຄວາມ​ໝາຍ​ຜ່ານ​ລາຍການ​ ງານບຸນໄຫວ້ພະຈັນ ດ້ວຍ​ຫົວ​ຂໍ້​ວ່າ “ໂຄມໄຟຈຸດປະກາຍແຈ້ງຄວາມໄຝ່ຝັນ”.

​ທີ່​ລາຍການ, ​ເດັກນ້ອຍ​ກໍ່ໄດ້ເຊື່ອມຕົວເຂົ້າກັບ​ບັນຍາກາດ​ທີ່​ອົບ​ອຸ່ນ​ຂອງ​ບຸນ​ໄຫວ້​ພະຈັນ ດ້ວຍ​ການ​ສະ​ແດງ​ວັດທະນະທຳ, ສິລະ​ປະ ​ແລະ ​ການມອບ​ທຶນການ​ສຶກສາ.

ເຖິງວ່າພາຍຸ, ໄພນໍ້າຖ້ວມຈະເຮັດໃຫ້ເກີດການສູນເສຍທີ່ບໍ່ສາມາດແກ້ໄຂໄດ້ກໍ່ຕາມ, ແຕ່ດ້ວຍການຮ່ວມມືຂອງທົ່ວປວງຊົນ, ບາດແຜຈະຫາຍດີໃນໄວໆນີ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນເຂດນໍ້າຖ້ວມຈະກັບຄືນສູ່ສະພາຍເປັນປົກກະຕິໂດຍໄວ. ພາຍຸຜ່ານໄປ, ແຕ່ຄວາມຮັກຂອງມະນຸດຍັງຄົງຢູ່ຕະຫຼອດໄປ.

4 ໜ້າທີ່ສຳຄັນຂອງສະມາຄົມນັກຊ່ຽວຊານ ແລະ ຊົນຊັ້ນປັນຍາຊົນຫວຽດນາມ ຢູ່ ແດນມາກ ໃນປີ 2024

4 ໜ້າທີ່ສຳຄັນຂອງສະມາຄົມນັກຊ່ຽວຊານ ແລະ ຊົນຊັ້ນປັນຍາຊົນຫວຽດນາມ ຢູ່ ແດນມາກ ໃນປີ 2024

ຍສໝ - ສະມາຄົມ​ນັກ​ຊ່ຽວຊານ ​ແລະ ປັນຍາ​ຊົນ ຫວຽດນາມ ປະຈຳ ​ແດນ​ມາກ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ໃນ​ປີ 2023 ​ແລະ ປຶກສາ​ຫາລື​ແຜນການ​ເຄື່ອນ​ໄຫວ​ປີ 2024.

ເປີດກອງປະຊຸມລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ສະຫຼຸບວຽກງານໃນປີ 2023, ຜັນຂະຫຍາຍໜ້າທີ່ປີ 2024

ເປີດກອງປະຊຸມລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ສະຫຼຸບວຽກງານໃນປີ 2023, ຜັນຂະຫຍາຍໜ້າທີ່ປີ 2024

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້​ບັນ​ດາ​ຜູ້​ແທນໄຈ້ແຍກ, ຕີລາຄາສະຖານະການສະພາບການ​ໃນ​ປີ 2023 ແລະ ສົ່ງຜົນກະທົບ, ຜົນສະທ້ອນ​ຕໍ່​ປະ​ເທດ​ຫວຽດນາມ ຢ່າງເລິກເຊິ່ງກ່ວາ.

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.