ອົງການ PALS ຊ່ວຍເຫຼືອໃນການປັບປຸງລະບົບໂພຊະນາການໃຫ້ແກ່ນັກຮຽນອະນຸບານແຂວງກວາງຈິ

22:25 | 15/09/2024

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ຈີ​ ໄດ້​ອອກ​ຂໍ້ຕົກລົງ​ສະບັບ​ເລກທີ 2200/QD-UBND ລົງ​ວັນ​ທີ 10 ກັນຍາ 2024 ຮັບຮອງ​ເອົາ​ເອກະສານ​ທີ່ບໍ່​ແມ່ນ​ໂຄງການ “ທຶນ​ການສຶກສາ ເບ້ຍລ້ຽງຄາບສວຍໃຫ້​ນັກຮຽນ​ທຸກ​ຍາກ​ຢູ່​ໂຮງຮຽນ​ອະນຸບານ 8 ​ແຫ່ງ​ແຂວງ​ກວາງ​ຈີ ​ໄລຍະ 2024-2025” ໂດຍການຊ່ວຍເຫຼືອຂອງ Pacific Links Foundation (PALS).

ຕາມ​ຂໍ້ຕົກລົງ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ແຂວງກວາງ​ຈີ, ​ໂຄງການ​ແມ່ນໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ ອົງການ PALS ມີ​ຈຳນວນ​ທຶນ​ຊ່ວຍ​ເຫຼືອລ້າ​ ​ເກືອບ 850 ລ້ານ​ດົ່ງ ​ເວລາການຈັດຕັ້ງປະຕິບັດໃນ​ສົກ​ຮຽນ 2024-2025 ຢູ່ໃນຂອບ​ເຂດສອງ​ເມືອງເຮື່ອງ​ຮວາ ​ແລະ ດາກ​ຣົ່ງ.

Học sinh mầm non tại huyện Đakrông và Hướng Hóa được hỗ trợ cải thiện bữa ăn - (Ảnh: Đăng Đức/giaoducthoidai.vn).  ນັກຮຽນອະນຸບານຢູ່ເມືອງ ດາກຣົ່ງ ແລະ ເມືອງເຮື່ອງ​ຮວາໄດ້ຮັບການປັບປຸງຄາບອາຫານ - (ພາບ: ດັ້ງດຶກ/Giaoducthoidai.vn).

ນັກຮຽນອະນຸບານຢູ່ເມືອງດາກຣົ່ງ ແລະ ເມືອງເຮື່ອງ​ຮວາ ໄດ້ຮັບການປັບປຸງຄາບອາຫານ - (ພາບ: ດັ້ງດຶກ/Giaoducthoidai.vn).

ໂຄງການ​ດັ່ງກ່າວ​ແມ່ນ​ຕິດ​ພັນ​ກັບ​ເປົ້າ​ໝາຍ​ປັບປຸງ​ໂພ​ຊະ​ນາ​ການ​ໂດຍຜ່ານ​ການ​ຊ່ວຍເຫຼືອ​ທຶນ​ການສຶກສາ ເບ້ຍລ້ຽງຄາບສວຍ ໃຫ້​ນັກຮຽນ​ທຸກ​ຍາກ 449 ຄົນ​ຢູ່​ໂຮງຮຽນ​ອະນຸບານໃນ 07 ​ແຫ່ງ​ຢູ່​ເມືອງ​ເຮື່ອງ​ຮວາ ​ແລະ​ໂຮງຮຽນ 01 ແຫ່ງ ​ຢູ່​ເມືອງ​ດາ​ກຣົ່ງ ​ໃນ​ສົກ​ຮຽນ 2024-2025 ດ້ວຍ​ທຶນ​ຊ່ວຍ​ເຫຼືອ 1.890.000 ດົ່ງ/​ຄົນ.

ໂຄງການ​ຍັງໄດ້​ແນ​ໃສ່ວຽກງານການ​ປ່ຽນແປງ​ວິຖີ​ການລ້ຽງດູ ​ແລະ ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ, ປັບປຸງ​ສະພາບໂພສະນາການຂອງ​ເດັກນ້ອຍ​ຢູ່ 8 ​ໂຮງຮຽນ​ຂອງ​ເມືອງດາກຣົ່ງ ​ແລະ ​ເມືອງເຮື່ອງຮວາ. ຈາກ​ນັ້ນ, ກໍ່ໄດ້​ປະກອບສ່ວນ​ຕ້ານສະພາບ​ການ​ຂາດ​ສານ​ອາຫານບໍາລຸງຂອງ​ເດັກ, ຫຼຸດຜ່ອນ​ອັດຕາ​ການ​ຂາດ​ສານ​ອາຫານ​ຂອງ​ເດັກ​ອາຍຸ​ຕ່ຳ​ກວ່າ 5 ປີ ​ໃນ 8 ໂຮງຮຽນ​ດັ່ງກ່າວ.

ໂດຍ​ໄດ້ຮູ້ວ່າ ນັບແຕ່ປີ 2005 ມາຮອດປັດຈຸບັນ, ອົງການ PALS ໄດ້ມີການເຄື່ອນໄຫວປະຕິບັດຫຼາຍດ້ານ ໃນການສະກັດກັ້ນການຄ້າແມ່ຍິງ ແລະ ເດັກນ້ອຍຂ້າມແດນ ເຊັ່ນ: ສະໜອງທຶນການສຶກສາ, ຝຶກອົບຮົມວິຊາຊີບ, ເຊື່ອມໂຍງເຂົ້າກັບຊຸມຊົນຄືນ; ສ້າງ​ກອງ​ທຶນ​ຍ້ອງຍໍ ​ເມື່ອຄົ້ນພົບ​ວົງ​ການ​ຄ້າ​ມະນຸດ ​ແລະ ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ການ​ສະກັດ​ກັ້ນ​ການ​ຄ້າ​ມະນຸດ​ໃນ​ການ​ຜະລິດ​ອຸດສາຫະກຳ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ​ແລະ ຝຶກອົບຮົມ​ກ່ຽວພັນ​ກັບ​ຂົງເຂດ​ແມ່ຍິງ ​ແລະ ​ເດັກນ້ອຍ.

ເກິນເທີ ຊຸກຍູ້​ການ​ເຊື່ອມ​ໂຍງ​​ສາກົນ ໃນ​ການ​ສຶກສາ
ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ອ.ສະຫວັດ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.