ເກິນເທີ ຊຸກຍູ້​ການ​ເຊື່ອມ​ໂຍງ​​ສາກົນ ໃນ​ການ​ສຶກສາ

11:15 | 22/11/2023

ຍສໝ - ​ໃນ​ສົກ​ຮຽນ 2023-2024, ຂະ​ແໜງ​ການ​ສຶກສາ ​ແລະກໍ່​ສ້າງ ​ນະຄອນ ​ເກີນ​ເທີ ​ໄດ້ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​​ສາກົນ, ​ຮ່ວມ​ມື ​ແລະ ລົງທຶນ​ກັບ​ຕ່າງປະ​ເທດ, ສົ່ງເສີມການ​ຮ່ວມ​ມືກັບ​ບັນດາພື້ນຖານການ​ສຶກສາ ​ຈາກ​ປະ​ເທດ​ຕ່າງໆ. ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການ​ຢັ້ງຢືນ​ຄຸນ​ນະພາ​ບການ​ສຶກສາຢູ່​ພາຍ​ໃນ​ປະ​ເທດ ​ແລະ ສົ່ງເສີມການ​ຢັ້ງຢືນ​ຄຸນ​ນະພາ​ບຂອງ​ບັນດາ​ອົງການ​ຮັບຮອງ​ສາກົນ ​ທີ່​ມີ​ຄວາມເຊື່ອໝັ້ນ ​ໄດ້​ຮັບ​ຮອງ ​ດຳ​ເນີນ​ການເຄື່ອນໄຫວ​ຢູ່ ຫວຽດນາມ. ເຂົ້າຮ່ວມຢ່າງແຮງ ໃນໂຄງການປະເມີນຄຸນນະພາບການສຶກສາສາກົນ ກັບການສຶກສາທົ່ວໄປ (PISA).

OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ
ອາ​ຊຽນ: ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື, ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ

ເກິນເທີ ຊຸກຍູ້​ການ​ເຊື່ອມ​ໂຍງ​​ສາກົນ ​ໃນ​ການ​ສຶກສາ

Học sinh Trường Tiểu học Ngô Quyền (quận Ninh Kiều) tiếp cận máy tính do AIMF tại Việt Nam viện trợ. ນັກຮຽນຢູ່ໂຮງຮຽນປະຖົມ ໂງ່ກວຽນ (ເມືອງ ນິ່ງກຽວ) ເຂົ້າເຖິງຄອມພິວເຕີ ໂດຍ AIMF ທີ່ຫວຽດນາມ.
ນັກຮຽນຢູ່ໂຮງຮຽນປະຖົມ ໂງກວຽນ (ເມືອງ ນິ່ງກຽວ) ໄດ້ເຂົ້າເຖິງຄອມພິວເຕີ ໂດຍ AIMF ປະຈຳຫວຽດນາມ ອຸປະຖຳ.

- ​ໃນ​ສົກ​ຮຽນ 2023-2024, ຂະ​ແໜງ​ການ​ສຶກສາ ​ແລະກໍ່​ສ້າງ ​ນະຄອນ ​ເກີນ​ເທີ ​ໄດ້ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​​ສາກົນ, ​ຮ່ວມ​ມື ​ແລະ ລົງທຶນ​ກັບ​ຕ່າງປະ​ເທດ, ສົ່ງເສີມການ​ຮ່ວມ​ມືກັບ​ບັນດາພື້ນຖານການ​ສຶກສາ ​ຈາກ​ປະ​ເທດ​ຕ່າງໆ. ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້​ການ​ຢັ້ງຢືນ​ຄຸນ​ນະພາ​ບການ​ສຶກສາຢູ່​ພາຍ​ໃນ​ປະ​ເທດ ​ແລະ ສົ່ງເສີມການ​ຢັ້ງຢືນ​ຄຸນ​ນະພາ​ບຂອງ​ບັນດາ​ອົງການ​ຮັບຮອງ​ສາກົນ ​ທີ່​ມີ​ຄວາມເຊື່ອໝັ້ນ ​ໄດ້​ຮັບ​ຮອງ ​ດຳ​ເນີນ​ການເຄື່ອນໄຫວ​ຢູ່ ຫວຽດນາມ. ເຂົ້າຮ່ວມຢ່າງແຮງ ໃນໂຄງການປະເມີນຄຸນນະພາບການສຶກສາສາກົນ ກັບການສຶກສາທົ່ວໄປ (PISA).

ສົກຮຽນທີ່ຜ່ານມາ, ຂະແໜງການສຶກສາ ຂອງນະຄອນ ໄດ້ຮັບອາສາສະໝັກ ຈາກໂຄງການຜູ້ຊ່ວຍສອນພາສາອັງກິດ Fulbright ມາຊ່ວຍຄູສອນພາສາອັງກິດ ຢູ່ໂຮງຮຽນມັດທະຍົມ ເຈື່ອງລີ້ຕຶຈອງ (ໂຄງການແມ່ນດຳເນີນ ໂດຍພະແນກຖະແຫຼງຂ່າວວັດທະນະທຳ, ສະຖານທູດສະຫະລັດອາເມລິກາ ປະຈຳຮ່າໂນ້ຍ). ຂະ​ແໜງ​ການ​ໄດ້​ຮັບ​ຄອມ​ພິວ​ເຕີໂນດບຸກຈໍານວນ 60 ໜ່ວຍ ​ໂດຍ​ສະມາຄົມ​ນານາ​ຊາດ ​ບັນດາການຕະຫຼດທີ່ເວົ້າພາສາ​ຝະລັ່ງ (AIMF) ປະຈຳຫວຽດນາມ ມອບ​ໃຫ້ 3 ​ໂຮງຮຽນ (ຄອມ​ພິວ​ເຕີ 20 ​ເຄື່ອງ/​ໂຮງຮຽນ); ຕ້ອນຮັບ​ຄະນະ​ຜູ້​ແທນ Campus France ຫວຽດນາມ ​ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ນັກຮຽນ ​ແລະ ຄູ​ສອນ​ພາສາ​ຝຣັ່ງ ໃນບໍລິເວນນະຄອນ ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ​ເຈົາ​ວັນ​ລຽມ ​ແລະ ໂຮງຮຽນ​ມັດທະຍົມຕອນປາຍ ຈ່ຽນລີ້ຕຶຈອງ. ຄະນະຜູ້​ແທນມະຫາວິທະຍາ​ໄລ​ ພາສາ​ຕ່າງປະ​ເທດ Hankuk, ສ.​ເກົາຫຼີ ​ໄດ້ມາ​ປະຕິບັດວຽກງານ ​ໂຄງການ​ອາສາ​ສະໝັກ​ທົ່ວ​ໂລກ HUFS 2023 ຢູ່​ໂຮງຮຽນ​ມັດທະຍົມຕອນຕົ້ນ ເຕິ່ນເທີ້ຍ, ​ເມືອງ ຟ່ອງດຽນ..

ອານຸໄຊ ສະຫວັດ

ເຫດການ
302 Found

Found

The document has moved here.