ມອບຄວາມຮັກແພງ, ຄວາມເອກອ້າງທະນົງໃຈພາສາຫວຽດ ແລະວັດທະນະທໍາເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດລຸ້ນຕ່າງໆ

22:43 | 09/09/2024

ຍສໝ - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ ວັນເຊີດຊູພາສາ ຫວຽດ ໄດ້ກາຍເປັນກິດຈະກຳຂອງປະຊາຄົມ, ໂດຍປະຊາຄົມ ແລະ ເພື່ອປະຊາຄົມຢ່າງແທ້ຈິງ.

ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ
ກວາງບິ່ງ ມອບ-ຮັບໂຮງຮຽນ 25 ຕື້ດົ່ງໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ (ລາວ) ກວາງບິ່ງ ມອບ-ຮັບໂຮງຮຽນ 25 ຕື້ດົ່ງໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ແຂວງຄໍາມ່ວນ (ລາວ)

ຕອນຄ່ຳວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດວັນເຊີດຊູພາສາຫວຽດ ໃນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ສົມທົບກັບສະຖານີໂທລະພາບ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງລາຍການສະແດງສິລະປະ “ພາສາ ຫວຽດ ທີ່ຮັກແພງ” ປີ 2024 ດ້ວຍຫົວຂໍ້ “ຄວາມຮັກບ້ານເກີດເມືອງນອນ, ຄວາມຮັກຈິດໜຶ່ງໃຈດຽວ”.

ມອບຄວາມຮັກແພງ, ຄວາມເອກອ້າງທະນົງໃຈພາສາຫວຽດ ແລະວັດທະນະທໍາເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດລຸ້ນຕ່າງໆ
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ກ່າວຄຳເຫັນໄຂລາຍການ. ພາບ: TTXVN

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ໋ຮຸ່ງຫວຽດ ເນັ້ນໜັກວ່າ ວັນເຊີດຊູພາສາ ຫວຽດ ໄດ້ກາຍເປັນກິດຈະກຳຂອງປະຊາຄົມ, ໂດຍປະຊາຄົມ ແລະ ເພື່ອປະຊາຄົມຢ່າງແທ້ຈິງ. ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດແມ່ນທູດຂອງວັດທະນະທຳ ແລະ ພາສາ ຫວຽດ. ບັນດາຄວາມມານະພະຍາຍາມຂອງພໍ່ແມ່ພີ່ນ້ອງພວມນັບມື້ນັບເພີ່ມພູນຄູນສ້າງ ແລະ ແຜ່ກະຈາຍນ້ຳໃຈຮັກພາສາ ຫວຽດ ບໍ່ພຽງແຕ່ໃນປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດເທົ່ານັ້ນ ຫາກຍັງແຜ່ກະຈາຍເຖິງປະຊາຊົນປະຈຳຖິ່ນ ແລະ ເພີື່ອນມິດໃນ 5 ທະວີບ, ປະກອບສ່ວນຢັ້ງຢືນຄຸນຄ່າວັດທະນະທຳ ຫວຽດນາມ ໃນເວທີສາກົນ.

ມອບຄວາມຮັກແພງ, ຄວາມເອກອ້າງທະນົງໃຈພາສາຫວຽດ ແລະວັດທະນະທໍາເຖິງຊາວຫວຽດນາມ ອາໄສຢູ່ຕ່າງປະເທດລຸ້ນຕ່າງໆ
ລາຍການສະແດງສິລະປະ,. ພາບ: TTXVN

ໃນລາຍການ, ທ່ານຮອງປະທານຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຫງວຽນແມ້ງດົງ ໄດ້ມອບຫຼຽນກາທີ່ລະນຶກໃຫ້ແກ່ຜູ້ເຂົ້າຮ່ວມການເສັງທີ່ສາມາດຄວ້າໄດ້ນາມມະຍົດທູດພາສາ ຫວຽດ ຢູ່ຕ່າງປະເທດໃນການເສັງ “ຊອກຫາທູດພາສາ ຫວຽດ ຢູ່ ຕ່າງປະເທດ ປີ 2024”.

ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5 ໃນເດືອນມິຖຸນາ, ຄະນະຜູ້ແທນທີ່ດີເດັ່ນຊາວ ຫວຽດນາມ ຢູ່ຕ່າງປະເທດ 40 ຄົນຈະໄປຢ້ຽມຢາມພະນັກງານ, ນັກຮົບກອງທັບເຮືອເຂດ 5

ຍສໝ - ແຕ່​ວັນ​ທີ 25 – 29 ມິຖຸນາ​, ຄະນະ​ກຳມະການ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄປ​ຢ້ຽມຢາມ​ພະນັກງານ ​ແລະ ນັກຮົບ​ກອງທັບ​ເຮືອ​ເຂດ 5.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ມອບ​ຫຼຽນກາລະນຶກ ເພື່ອພາລະກິດທາງ​ການ​ທູດ​ ຫວຽດນາມ ​ໃຫ້​ແກ່​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ Yamada Takio

Chiều 8/5, tại trụ sở Bộ, Bộ trưởng Ngoại giao Bùi Thanh Sơn đã tiếp Đại sứ đặc mệnh toàn quyền Nhật Bản tại Việt ...

ແສງເດືອນ

ເຫດການ
302 Found

Found

The document has moved here.