ສາມັກຄີກັນ ຕ້ານການປ່ຽນແປງ ດິນຟ້າອາກາດ

16:11 | 28/05/2019

ຍສໝ - ໃນວັນທີ 28 ພຶດສະພາ 2019, ກອງປະຊຸມສຸດຍອດໂລກ ກ່ຽວກັບບັນຫາຕ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດຂຶ້ນ ຢູ່ ນະຄອນຫຼວງວຽນ ປະເທດ ໂອຕລິດ.

ສາມັກຄີກັນ ຕ້ານການປ່ຽນແປງ ດິນຟ້າອາກາດ

ພ້ອມກັນສາມັກຄີຕ້ານການປ່ຽນແປງຂອງດິນຟ້າອາກາດ.(ພາບ:vietnamforestry.org.vn)

ນັບແຕ່ປິ 2011 ມາຮອດປະຈຸບັນ, ກອງປະຊຸມສຸດຍອດໂລກ ກ່ຽວກັບບັນຫາຕ້ານການປ່ຽນແປງດິນຟ້າອາກາດ (R20) ໄດ້ຈັດຂຶ້ນຢູ່ຫຼາຍພາກພື້ນໃນໂລກ. R20 ມີຜູ້ຕາງໜ້າມາຈາກຫຼາຍທະວີບຄື: ເອີລົບ, ອາຊີ, ທະວີບອາເມລິກາ, ອາຟຼິກກາ.

ຕາມລາຍງານຂອງອົງການອຸຕຸນິຍົມໂລກ ໃນເມື່ອວັນທີ 28 ມີນາ 2019 ໃຫ້ຮູ້ວ່າ: ລະດັບນ້ຳທະເລຂຶ້ນສູງ ແລະ ບັນດາສະພາບອາກາດປ່ຽນແປງຫຼາຍຢ່າງ; ຕົ້ນປີ 2019, ປະກົດການດິນຟ້າອາກາດປ່ຽນແປງຢ່າງຮ້າຍແຮງ ສືບຕໍ່ເກີດຂຶ້ນຫຼາຍຄັ້ງໃນທົ່ວໂລກ. ໃນເດືອນທັນວາ ປິ 2018, ທະນາຄານໂລກ ໄດ້ປະກາດບ້ວງເງິນອຸປະຖຳ ມີມູນຄ່າເຖິງ 200 ຕື້ໂດລາສະຫະລັດ ແຕ່ປີ 2021-2025 ໃຫ້ແກ່ບັນຫາການປ່ຽນແປງຂອງດິນຟ້າອາກາດ. ທະນາຄານໂລກ ໄດ້ແບ່ງບ້ວງເງິນດັ່ງກ່າວໃຫ້ແກ່ບັນດາໂຄງການຫລຸດຜ່ອນອາຍເສຍເຮືອນແກ້ວ ແລະ ປົກປ້ອງປະຊາຊົນ ຈາກໄພພິບັດ, ອົກທົກກະໄພ, ພະຍຸລົມແຮງ ແລະ ໄພແຫ້ງແລ້ງ…

ບັນດາກອງປະຊຸມ, ໂອ້ລົມສົນທະນາ ກ່ຽວກັບການຕ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດຂຶ້ນຢູ່ຫຼາຍແຫ່ງ ນັບແຕ່ຕົ້ນປີ 2019 ມາຮອດປະຈຸບັນ ເປັນຕົ້ນຄື: ເວທີປາໄສກຸ່ມຜູ້ຕາງໜ້າໝູ່ເກາະອາຊີປາຊີຟິກ ໄດ້ພົບປະກັບ ທ່ານເລຂາທິການໃຫ່ຍ ສປຊ António Guterres ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຕ້ານການປ່ຽນແປງດິນຟ້າອາກາດ, ການພັດທະນາ ແລະ ຄວາມໝັ້ນຄົງດິນຟ້າອາກາດໃນພາກພື້ນ; ກອງປະຊຸມສາກົນ ກ່ຽວກັບການກະທຳເພື່ຕ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດຂຶ້ນຢູ່ນະຄອນ Heidelberg ປະເທດເຢັຍລະມັນ; ກອງປະຊຸມສຸດຍອດໂລກ ກ່ຽວກັບບັນຫາຕ້ານການປ່ຽນແປງດິນຟ້າອາກາດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນ ປະເທດ ໂອຕລິດ ໂດຍມີການເຂົ້າຮ່ວມຂອງບັນດາການນຳ, ນັກການເມືອງ... ແມ່ນໂອກາດເພື່ອທຸກຄົນສາມາດພ້ອມກັນແບ່ງປັນ ແລະ ຊອກຫາບັນດາໂອກາດຮ່ວມມື, ຊອກເຫັນບັນດາມາດຕະການທີ່ດີທີ່ສຸດໃນການປົກປັກຮັກສາສິ່ງແວດລ້ອມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.