ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມບັນດາປະເທປະເທດອາຊີຕາເວັນອອກສ່ຽງໃຕ້ 2019

18:17 | 26/11/2019

ຕອນບ່າຍວັນທີ 25 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ.

ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ການພັດທະນາແບບຍືນຍົງ, ເຊື່ອມຕໍ່ຢ່າງຮອບດ້ານແມ່ນບຸລິມະສິດແຖວໜ້າຂອງ ອາຊຽນ, ໃນນັ້ນບັນດາວິສາຫະກິດຂະໜາດກາງທັງເປັນເຈົ້າກໍາທັງເປັນກໍາລັງຜັນຂະຫຍາຍຕົ້ນຕໍ. ລັດຖະບານບັນດາປະເທດ ສ້າງເງື່ອນໄຂທີ່ດີທີ່ສຸດ, ໜູນຊ່ວຍວິສາຫະກິດເຊື່ອມຕໍ່ກັນ, ເສີມຂະຫຍາຍຫົວຄິດປະດິດສ້າງ ດ້ວຍຫຼາຍແນວຄວາມຄິດທີ່ໃໝ່ອຽມ ເພື່ອປະຕິບັດແຜນການດໍາເນີນທຸລະກິດໃນຕະຫຼາດອາຊຽນ ໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມບັນດາປະເທປະເທດອາຊີຕາເວັນອອກສ່ຽງໃຕ້ 2019

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ CEO ອາຊຽນ - ສ.ເກົາຫຼີ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ, ນະໂຍບາຍ ມຸ່ງໄປສູ່ທາງທິດໃຕ້ໃໝ່ ໂດຍປະທານາທິບໍດີ ສ.ເກົາຫຼີ ລິເລີ່ມນັ້ນ ແມ່ນມີຄວາມປເປັນອັນໜຶ່ງອັນດຽວດ້ວຍແນວຄວາມຄິດກ່ຽວກັບ “ປະຊາຄົມອາຊຽນ - ສ.ເກົາຫຼີ: ເຊື່ອມຕໍ່ໃນອະນາຄົດ” ພ້ອມທັງຫວັງວ່າ ຈະປະກອບສ່ວນຍົກລະດັບການພົວພັນລະຫວ່າງສອງຝ່າຍໃຫ້ສູງຂຶ້ນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາການນໍາຂັ້ນສູງຂອງວິສາຫະກິດ ຈົ່ງເປັນເຈົ້າການປັບຕົວ, ມີໄຫວພິບ ແລະ ມີຫົວຄິດປະດິດສ້າງ. ອາຊຽນ ແລະ ສ.ເກົາຫຼີ ຄວນຢຶດໝັ້ນຊຸກຍູ້ການຄ້າຫຼາຍຝ່າຍ ຜ່ານການຍົກລະດັບຂອບເຂດຂອງສັນຍາການຄ້າເສລີ ອາຊຽນ - ສ.ເກົາຫຼີ ຂຶ້ນ.

ທ່ານກ່າວວ່າ: ໂດຍເປັນປະທານອາຊຽນໃນປີ 2020, ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ຍິນດີຕ້ອນຮັບບັນດາວິສາຫະກິດ ສ.ເກົາຫຼີ ທີ່ເດີນຕາມນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ ເພື່ອພ້ອມກັນຮ່ວມມື ແລະ ມຸ່ງໄປສູ່ຜົນສໍາເລັດພ້ອມກັບ ອາຊຽນ. ຫວຽດນາມ ໄດ້ຍົກລະດັບກ່ຽວກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ ແລະ ລະດັບການປ່ຽນແປງໃໝ່ປະດິດຄິດສ້າງຂຶ້ນຫຼາຍຂັ້ນ ແລະ ໄດ້ຮັບການຮັບຮອງຈາກບັນດາອົງການຈັດຕັ້ງສາກົນ. ຫວຽດນາມຈະສືບຕໍ່ປ່ຽນແປງໃໝ່ໃຫ້ຫຼາຍກວ່າອີກ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ສືບຕໍ່ດໍາເນີນທຸລະກິດຢ່າງສໍາເລັດຜົນຢູ່ຫວຽດນາມ”.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ໄປຢ້ຽມຊົມບັນດາຮ້ານວາງຂາຍສິນຄ້າຫວຽດນາມ ຢູ່ງານວາງສະແດງ ສ.ເກົາຫຼີ - ອາຊຽນ Invest.

(ແຫຼ່ງ​ຂໍ້​ມູນ​: http://vovworld.vn)

ເຫດການ
302 Found

Found

The document has moved here.