ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

21:42 | 01/10/2019

ຍສໝ - ໃນຕົ້ນເດືອນກັນຍາ, ສະມາຄົມວັນນະຄະດີ ແລະ ສິລະປະ ແຂວງ ລອງອານ ໄດ້ຈັດພິທີສະຫຼຸບ, ມອບລາງວັນ ແລະ ເປີດງານວາງສະແດງຮູບພາບການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ” ຄັ້ງທີ 31, ປີ 2019. ເຂົ້າຮ່ວມ ມີທ່ານຮອງຫົວໜ້າຄະນະໂຄສະນາສຶກສາ, ຄະນະກຳມະການພັກແຂວງ - ທ່ານນາງ ເຈືອງທິແທງຖູຍ.

ພາຍຫຼັງກວ່າ 4 ເດືອນແຫ່ງການເປີດຕົວ, ຄະນະກຳມະການຈັດຕັ້ງງານແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ” ຄັ້ງທີ 31 ໄດ້ຮັບບົດນິພົນຈຳນວນ 298 ບົດ ໂດຍຜູ້ແຕ່ງ 29 ຄົນ ມາຈາກບັນດາເມືອງ, ນະຄອນໃນແຂວງເຂົ້າຮ່ວມໃນການປະກວດ. ບັນດາບົດນິພົນແມ່ນ ການດຳລົງຊີວິດຢ່າງທີ່ລຽບງ່າຍ ແລະ ມີຊີວິດແບບສາມັນຊົນ, ໄດ້ຖ່າຍໂດຍນັກຖ່າຍຮູບ ແຂວງ ລອງອານ ທີ່ຮັກສາໄວ້ດ້ວຍບັນດາຮູບພາບມີຄວາມຄິດສ້າງສັນດ້ານສິລະປະ. ແຕ່ລະທິວທັດນີ້ ແມ່ນພາບທີ່ສວຍງາມ, ສ່ອງແສງໃຫ້ເຫັນເຖິງຊີວິດຕົວຈິງຢ່າງກົງໄປກົງມາ, ການປ່ຽນແປງປະຈຳວັນຂອງບ້ານເກີດເມືອງນອນ. ນີ້ກໍ່ແມ່ນບັນດາຮູບພາບທີ່ປະກອບສ່ວນສ້າງສື່ມວນຊົນ ແລະ ເຊີດຊູເຖິງປະຊາຊົນ ແລະ ບ້ານເກີດເມືອງນອນ ແຂວງລອງອານ.

ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ບົດນິພົນ “ສະກັດກັ້ນກະແສນ້ຳແກ່ງ” ໄດ້ຮັບລາງວັນທີ ໜຶ່ງ ໃນການແຂ່ງຂັນ. (ພາບ: baolongan.vn)

ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ແຈໜຶ່ງ ຂອງເມືອງລອງອານ ເປັນບ້ານເກີດທີ່ສະຫງົບສຸກ, ອ່ອນໂຍນໃນ ແສງສາຍັນ. (ພາບ: baolongan.vn)

ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ບົດນິພົນ “ພັດທະນາເຄືອຂ່າຍໄຟຟ້າ 500kV” ໄດ້ຮັບລາງວັນທີສອງ. (ພາບ: baolongan.vn)


ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ພາບຢູ່ໃກ້ຂອງ ດອກບົວນ້ຳ. (ພາບ: baolongan.vn)


ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ລະດູດອກບົວນ້ຳໃນແຂວງລອງອານ. (ພາບ: baolongan.vn)

ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ພາບຝູງເປັດແລ່ນໃນໜອງ. (ພາບ: baolongan.vn)

ການແຂ່ງຂັນຮູບສິລະປະ “ແຂວງ ລອງອານ ບ້ານເກີດຂອງເຮົາ”: ຄວາມງາມຢ່າງທີ່ລຽບງ່າຍໃນຊີວິດປະຈຳວັນ

ໂສມໜ້າຊົນນະບົດນັບມື້ນັບມີການປ່ຽນໃໝ່ຫຼາຍຢ່າງເມື່ອກໍ່ສ້າງຊົນນະບົດ ໃໝ່.. (ພາບ: baolongan.vn)

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.