ບັນດາອົງການສະມາຊິກປະກອບຄຳເຫັນເພື່ອສ້າງຍຸດທະສາດພັດທະນາ VUFO ຮອດປີ 2030

10:46 | 20/11/2023

ຍສໝ - ວັນທີ 16 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມ “ການຕ່າງປະເທດປະຊາຊົນໃນສະຖານະການໃໝ່ ແລະ ຍຸດທະສາດພັດທະນາ VUFO ຮອດປີ 2030”.

ຮອດປີ 2030, ມີເດັກນ້ອຍ 100% ຢູ່ບັນດາຮາກຖານສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບການລ້ຽງດູ, ເບິ່ງແຍງ ແລະ ສຶກສາ ຮອດປີ 2030, ມີເດັກນ້ອຍ 100% ຢູ່ບັນດາຮາກຖານສຶກສາຂັ້ນອະນຸບານເຂດປະສົບກັບຄວາມຫຍຸ້ງຍາກໄດ້ຮັບການລ້ຽງດູ, ເບິ່ງແຍງ ແລະ ສຶກສາ
ອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030 ອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030

ກ່າວຄຳປາໄສ​ເປີດກອງປະຊຸມສຳມະນາ, ທ່ານ​ປະທານ VUFO ຟ່ານເເອງເຊີ່ນ ​ໃຫ້​ຮູ້​ວ່າ: ການ​ສ້າງສັນ​ຍຸດ​ທະ​ສາດ​ພັດທະນາ VUFO ​ໄດ້ປະຕິບັດ​ໃນ​ສະຖານະການສາກົນ ດ້ວຍ​ບັນດາການ​​ປ່ຽນແປງທີ່​ມີ​ຜົນກະທົບ​ອັນ​ໃຫຍ່​ຫຼວງ​ໃນ​ການ​ປະຕິບັດ​ການກຳນົດທິດນະໂຍບາຍການ​ຕ່າງປະ​ເທດ​ຂອງ ຫວຽດນາມ; ບັນດາການຮຽກຮ້ອງໃໝ່ທີ່ບັນດາການນໍາພັກ ແລະ ລັດ ວາງອອກສໍາລັບວຽກງານການຕ່າງປະເທດ ເວົ້າລວມ ແລະ ການຕ່າງປະເທດປະຊາຊົນ ເວົ້າສະເພາະ ແລະ ພິເສດຮຽກຮ້ອງໃນຕົວຂອງ VUFO ໃນການປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວ.

ບັນດາອົງການສະມາຊິກປະກອບຄຳເຫັນເພື່ອສ້າງຍຸດທະສາດພັດທະນາ VUFO ຮອດປີ 2030
ກອງປະຊຸມສຳມະນາ “ການຕ່າງປະເທດປະຊາຊົນໃນສະຖານະການໃໝ່ ແລະ ຍຸດທະສາດພັດທະນາ VUFO ຮອດປີ 2030”.(ພາບ: ດິງຮວາ)

ຍຸດທະສາດການພັດທະນາ VUFO ຮອດປີ 2030 ໄດ້ກຳນົດທັດສະນະການພັດທະນາ, ພາລະກຳ, ວິໄສທັດ, ບັນດາເປົ້າໝາຍຍຸດທະສາດ, ຄຸນຄ່າຫຼັກແຫຼ່ງແກ່ນສານ ແລະ ບັນດາວິທີການແກ້ໄຂເພື່ອປະຕິບັດຍຸດທະສາດຮອດປີ 2030.

ກອງ​ປະ​ຊຸມ​ໄດ້ຮອງຮູ້ບັນດາຄຳເຫັນ​ປະ​ກອບ​ທີ່ສຸດຈິດສຸດໃຈ​, ມີຄວາມຮັບຜິດຊອບຈາກ​ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ. ຕາມ​ນັ້ນ​ແລ້ວ, ບັນດາ​ຜູ້​ແທນ​ໄດ້​ເປັນເອກະພາບໂດຍພື້ນຖານ ​ແລະ ຕີ​ລາຄາ​ສູງ​ເລື່ອງ VUFO ກໍ່ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຢ່າງ​ລະອຽດລະອໍ ​ແລະ ມີ​ແບບແຜນ. ບັນດາ​ຜູ້​ແທນ​ກໍ່​ໄດ້ຍົກອອກ​ຄຳ​ເຫັນ​ສະ​ເພາະ​ກ່ຽວ​ກັບ​ການເຮັດໃຫ້ທີ່ຕັ້ງ ​ແລະ ບົດບາດ​ຂອງ VUFO ພົ້ນເດັ່ນຂຶ້ນ; ຍົກສູງຄຸນນະພາບການຄົ້ນຄວ້າ, ປຶກສາຫາລື ແລະ ການຝຶກອົບຮົມພະນັກງານ; ລະບອບເກື້ອກູນຂອງພະນັກງານ - ລັດຖະກອນ; ບັນດາ​ມາດ​ຕະການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດທິ​ຜົນ...

ບັນດາ​ຜູ້​ແທນ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ​ຍຸດ​ທະ​ສາດ​ເມື່ອ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ແລ້ວ ຈະ​ຊຸກຍູ້​ການ​ເຄື່ອນ​ໄຫວ​ປະຕິບັດ​ຕົວ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ຕ່າງປະ​ເທດ​ຂອງ​ປະຊາຊົນ​ຢ່າງ​​ແຮງກວ່າອີກ.

ສິ້ນສຸດກອງປະຊຸມ, ທ່ານປະທານ VUFO ຟ່ານ​ແອງ​ເຊີ່ນ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງເລິກເຊິ່ງ, ຈິງໃຈຂອງບັນດາຜູ້ແທນ. ທ່ານ ຟ່ານ​ແອງ​ເຊີ່ນ ຢືນຢັນ​ຈະ​ມອບ​ໃຫ້​ຄະນະຮຽບຮຽງ ຈະ​ຮັບເອົາບັນດາຄຳເຫັນ​ປະກອບຢ່າງຄົບຖ້ວນ. ວິວັດ​ການ​​ຮັບເອົາຄຳເຫັນ ​ຈະ​ສືບ​ຕໍ່​ຕອບ​ສະ​ຫນອງ​ເຈດຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ອົງ​ການ​ຈັດ​ຕັ້ງ​ສະ​ມາ​ຊິກ​ໃນ​ລະ​ບົບ VUFO.

ດີງເລື້ອງ

302 Found

Found

The document has moved here.