ໄຂກອງປະຊຸມ ASEM ຄັ້ງທີ 13: ກົມໃຫຍ່ພາສີຫວຽດນາມກໍ່ຕັ້ງ ແລະ ຢັ້ງຢືນຖານະບົດບາດໃໝ່

09:20 | 11/10/2019

ຍສໝ - ໃນວັນທີ 9 ຕຸລາ, ຢູ່ນະຄອນຮ້າລອງ, ແຂວງກວ໋າງນີງ ໄດ້ດໍາເນີນກອງປະຊຸມຫົວໜ້າກົມໃຫຍ່ພາສີເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM) ຄັ້ງທີ 13.

ກອງປະຊຸມດັ່ງກ່າວມີຂອບຂະໜາດໃຫຍ່, ດ້ວຍ 53 ຄະນະຜູ້ແທນແມ່ນບັນດາຫົວໜ້າກົມໃຫຍ່ພາສີ ຫຼືຂ້າຫຼວງໃຫຍ່ບັນດາອົງການພາສີຂອງບັນດາປະເທດສະມາຊິກ ASEM, ເລຂາທິການໃຫຍ່ອົງການພາສີໂລກ, ສະຫະພາບເອີລົບ ແລະ ຜູ້ຕາງໜ້າສະຖານທູດບັນດາປະເທດສະມາຊິກ ASEM ປະຈຳ ຫວຽດນາມ. ເວທີປາໄສ ASEM ໄດ້ສົນທະນາ 3 ເສົາຄ້ຳ, ລວມມີ: ດ້ານການເມືອງ, ຄວາມໝັ້ນຄົງ-ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະການຮ່ວມມືດ້ານພາສີດ້ວຍບຸລິມະສິດຕົ້ນຕໍແມ່ນການເພີ່ມເຕີມ ແລະເພີ່ມທະວີການປະຕິບັດລະບົບການຄ້າຫຼາຍຝ່າຍໃນອົງການການຄ້າໂລກ (WTO).

ໄຂກອງປະຊຸມ ASEM ຄັ້ງທີ 13: ກົມໃຫຍ່ພາສີຫວຽດນາມກໍ່ຕັ້ງ ແລະ ຢັ້ງຢືນຖານະບົດບາດໃໝ່

ທ່ານ ໂດ໋ຫ່ວາງແອັງຕ໋ວນ ຮອງລັດຖະມົນຕີກະຊວງການເງິນ ກ່າວຄຳເຫັນເປີດກອງປະຊຸມ. (ພາບ: thoibaotaichinh.vn)

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ໂດ໋ຫ່ວາງແອັງຕ໋ວນ, ຮອງລັດຖະມົນຕີກະຊວງການເງິນ ຖືວ່າກອງປະຊຸມຫົວໜ້າກົມໃຫຍ່ພາສີເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM) ຄັ້ງທີ 13 ແມ່ນໂອກາດ ເພື່ອໃຫ້ບັນດາຝ່າຍສົມທົບກັນ ປະດິດສ້າງວິທີການຄຸ້ມຄອງພາສີຕາມຂໍ້ກຳນົດຂອງການປະຕິວັດອຸດສາຫະກຳ 4.0; ສົ່ງເສີມການຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ ພ້ອມທັງແລກປ່ຽນເພື່ອການພັດທະນາແບບຍືນຍົງ. ກອງປະຊຸມຫົວໜ້າກົມໃຫຍ່ພາສີເວທີປາໄສການຮ່ວມມືອາຊີ-ເອີລົບ (ASEM) ຄັ້ງທີ 13 ກໍ່ແມ່ນໂອກາດ ສຳລັບອົງການທີ່ພາສີຂອງບັນດາປະເທດອາຊີ - ເອີຣົບປຶກສາຫາລື, ແກ້ໄຂສິ່ງທ້າທາຍ ແລະ ຮ່ວມກັນຊຸກຍູ້ການຄ້າເສລີ ແລະ ແລກປ່ຽນກະແສທຶນ ແລະ ການບໍລິການ, ໂດຍສະເພາະໃນສະພາບເສດຖະກິດ ຈະເລີນຮຸ່ງເຮືອງ.

“ໃນຖານະເປັນປະເທດເຈົ້າພາບໃນໄລຍະ 2020 - 2021, ພາສີຫວຽດນາມຢັ້ງຢືນວ່າຈະປະຕິບັດບົດບາດສຳຄັນໃນການເຊື່ອມຕໍ່ລະຫວ່າງສອງພາກພື້ນ ເພື່ອປະຕິບັດບັນດາການເຄື່ອນໄຫວຮ່ວມມື ທີ່ພວກເຮົາຈະສ້າງ ໃນແຜນການຮ່ວມມື 2020 - 2021…” - ຫົວໜ້າກົມໃຫຍ່ພາສີຫວຽດນາມຢືນຢັນ.

ດ້ວຍເນື້ອໃນຈິດໃຈຍູ້ແຮງ ແລະຍົກສູງລະດັບການພົວພັນຕ່າງປະເທດຫຼາຍຝ່າຍ, ເລື່ອງອົງການພາສີຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມຫົວໜ້າກົມໃຫຍ່ພາສີ ASEM ໄດ້ຢັ້ງຢືນເຖິງຄວາມເປັນເຈົ້າການໃນການປະກອບສ່ວນເຂົ້າໃນກຳນົດທິດການເຄື່ອນໄຫວຮ່ວມມືດ້ານພາສີອາຊີ-ເອີລົບ.

ໄຂກອງປະຊຸມ ASEM ຄັ້ງທີ 13: ກົມໃຫຍ່ພາສີຫວຽດນາມກໍ່ຕັ້ງ ແລະ ຢັ້ງຢືນຖານະບົດບາດໃໝ່

ທັດສະນີຍະພາບກອງປະຊຸມ ASEM 13. (ພາບ: thoibaotaichinh.vn)

ຜ່ານນັ້ນ, ປະກອບສ່ວນສ້າງການເຊື່ອມຕໍ່ ແລະການຮ່ວມມືໃນພາກພື້ນກ່ຽວກັບຂົງເຂດພາສີໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ພວມໄດ້ຮັບການດຳເນີນຢ່າງແຮງ, ພ້ອມກັນນັ້ນແມ່ນເລື່ອງໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບການສໍ້ໂກງການຄ້າ, ຄວາມໝັ້ນຄົງ, ຕ້ານການກໍ່ການຮ້າຍ, ຜົນຮ້າຍເຖິງສິ່ງແວ້ດລ້ອມ, ສັງຄົມດ້ວຍລະດັບນັບມື້ນັບສັບສົນ ແລະແນບນຽນທີ່ສຸດ.

ໂດຍສະເພາະ, ASEM 13 ຈະສຸມໃສ່ຫົວຄິດປະດິດສ້າງ ຂອງຫວຽດນາມກ່ຽວກັບການຂົຍຸດທະນາການພາສີຂຽວ ເພື່ອສະກັດກັ້ນການຂົນສົ່ງວັດຖຸເສດເຫຼືອ ແລະ ຂີ້ເຫຍື້ອທີ່ຜິດກົດໝາຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.