ສະເຫຼີມສະຫຼອງ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຢູ່ ລາວ ແລະ ລັດເຊຍ

06:02 | 21/10/2019

ຍສໝ - ວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 - 20 ຕຸລາ 2019), ຄະນະກຳມະການແມ່ຍິງສະມາຄົມຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງ ການເສັງຄັ້ງທຳອິດ "ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ".

ເນື່ອງໃນໂອກາດສະເຫຼີມສະຫຼອງ 89 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ (20 ຕຸລາ 1930 – 20 ຕຸລາ 2019), ຕອນຄ່ຳວັນທີ 19 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ຄະນະແມ່ຍິງສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດງານປະກວດ “ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ຢູ່ລາວ” ຄັ້ງທີ 1. ເຂົ້າຮ່ວມການແຂ່ງຂັນມີຜູ້ຕາງໜ້າ ສະຖານທູດຫວຽດນາມ ປະຈຳລາວ, ຜູ້ຕາງໜ້າ ສະມາຄົມຊາວຫວຽດນາມຢູ່ນະຄອນຫຼວງວຽງຈັນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດຈຳນວນຫຼາຍຮ້ອຍຄົນ.

ສະເຫຼີມສະຫຼອງ ແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງຫວຽດນາມ ຢູ່ ລາວ ແລະ ລັດເຊຍ

ຊຸດເສື້ອຍາວຫວຽດນາມ. (ພາບ: phunuvietnam)

ນີ້ແມ່ນການເຄື່ອນໄຫວທີ່ເປັນປະໂຫຍດສຳລັບປະຊາຄົມຊາວຫວຽດນາມ ເວົ້າສະເພາະ ແລະ ປະຊາຊົນທຸກຄົນທີ່ພວມເຮັດວຽກ, ດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ເວົ້າລວມ; ພ້ອມທັງຕັກເຕືອນໃຫ້ທຸກຄົນຄິດເຖິງຂີດໝາຍປະຫວັດສາດຂອງແມ່ຍິງຫວຽດນາມ ທີ່ຄວນໄດ້ຮັບການເຊີດຊູ. ຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມງານປະກວດ 55 ໃນຈຳນວນ 100 ຄົນໃນ 2 ເກນອາຍຸແມ່ນ 18 – 32 ປີ ແລະ ແຕ່ 33 – 52 ປີ ເຂົ້າຮ່ວມງານປະກວດໃນຄ່ຳຄືນວັນທີ 19 ຕຸລາ.

ທີ່ງານປະກວດຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 2 ເກນອາຍຸລວມມີ: ລາງວັນທີໜຶ່ງ 2 ລາງວັນ, ລາງວັນທີສອງ 2 ລາງວັນ, ລາງວັນທີສາມ 2 ລາງວັນ ແລະ ລາງວັນຊົມເຊີຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.