ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57

16:51 | 25/07/2024

ຍສໝ - ບັນດາປະເທດ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງສົນທິສັນຍາ SEANWFZ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ເຫັນດີເປັນເອກະພາບຕ້ອງມານະພະຍາຍາມຜັນຂະຫຍາຍແຜນດໍາເນີນງານຂອງສົນທິສັນຍາ ໄລຍະ 2023-2027 ຢ່າງຮອບດ້ານ.

ລາວ ກຽມພ້ອມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ລາວ ກຽມພ້ອມໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57
ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ ກອງປະຊຸມຄັ້ງທີ 8 ຂອງກຸ່ມປະຕິບັດງານອາຊຽນ ກ່ຽວກັບທາດເຄມີ ແລະ ສິ່ງເສດເຫຼືອ ຈະດຳເນີນແຕ່ວັນທີ 5-7 ກໍລະກົດ

ວັນທີ 24 ກໍລະກົດ, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ) ແລະເຈລະຈາກັບຄະນະກໍາມະການລະຫວ່າງລັດຖະບານອາຊຽນ ກ່ຽວກັບສິດທິມະນຸດ (AICHR) ຢູ່ນະຄອນຫຼວງວຽງຈັນ, ລາວ.

ນີ້ແມ່ນບັນດາການເຄື່ອນໄຫວທໍາອິດໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57 ແລະກອງປະຊຸມທີ່ປິ່ນອ້ອມ. ທ່ານ ໂດ໋ຮຸ່ງຫວຽດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ASEAN ຂອງຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມລັດຖະມົນການຕ່າງປະເທດອາຊຽນ ຄັ້ງທີ 57
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄະນະກໍາມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ). ພາບ: dangcongsan.vn

ໃນການເຄື່ອນໄຫວທໍາອິດຂອງກອງປະຊຸມ, ບັນດາປະເທດໄດ້ກົ້ມຫົວໄວ້ອາໄລດວງວິນຍານ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ແລະເລຂາທິການໃຫຍ່ອາຊຽນ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງລັດຖະບານ, ປະຊາຊົນຫວຽດນາມ ແລະຄອບຄົວທ່ານເລຂາທິການໃຫຍ່ ຕໍ່ການສູນເສຍອັນໃຫຍ່ຫຼວງນີ້, ສະແດງຄວາມນິຍົມນັບຖືຕໍ່ຊີວິດ, ພາລະກິດ ແລະບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຕໍ່ກັບພາລະກິດສ້າງສາ ແລະພັດທະນາປະເທດຊາດ, ປະກອບສ່ວນຊຸກຍູ້ມິດຕະພາບ, ການຮ່ວມມືຢູ່ພາກພື້ນ ແລະໃນໂລກ. ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ໄດ້ປະກາດວ່າ ລາວ ຈະຈັດຕັ້ງພິທີໄວ້ອາໄລລະດັບຊາດ ໃນວັນທີ 25 ແລະ 26 ກໍລະກົດ ເພື່ອສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ. ຕາງໜ້າຄະນະຜູ້ແທນຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມຕື້ນຕັນໃຈ ແລະຂອບໃຈບັນດາປະເທດ ທີ່ໄດ້ແບ່ງເບົາຄວາມເສົ້າສະຫຼົດໃຈ ແລະສະຫງວນອາລົມຈິດຢ່າງຈິງໃຈຕໍ່ກັບລັດຖະບານ ແລະປະຊາຊົນຫວຽດນາມ.

ທີ່ກອງປະຊຸມຄະນະກໍາມະການ SEANWFZ, ບັນດາປະເທດ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງສົນທິສັນຍາ SEANWFZ ຕໍ່ກັບສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ, ເຫັນດີເປັນເອກະພາບຕ້ອງມານະພະຍາຍາມຜັນຂະຫຍາຍແຜນດໍາເນີນງານຂອງສົນທິສັນຍາ ໄລຍະ 2023-2027 ຢ່າງຮອບດ້ານ. ທີ່ການເຈລະຈາກັບບັນດາຜູ້ຕາງໜ້າ AICHR, ບັນດາປະເທດ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ AICHR ເພື່ອຊຸກຍູ້ການຮ່ວມມືກ່ຽວກັບສິດທິມະນຸດ; ສະເໜີໃຫ້ AICHR ສົມທົບກັນຢ່າງແໜ້ນແຟ້ນກັບອົງການລົງເລິກຂະແໜງການ ໃນການສ້າງບັນດາຍຸດທະສາດ ຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2045, ສົມທົບເນື້ອໃນຊຸກຍູ້ ແລະຮັບປະກັນສິດທິມະນຸດໃນທັງ 3 ເສົາຄໍ້າປະຊາຄົມໃຫ້ມີປະສິດທິຜົນ.

ວັນທີ 25 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ສືບຕໍ່ເຮັດວຽກມື້ທີສອງ ດ້ວຍກອງປະຊຸມຄົບຄະນະ ແລະກອງປະຊຸມວົງແຄບຂອງກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 57.

ສົມເພັດ

ເຫດການ
302 Found

Found

The document has moved here.