8 ເດືອນ ປີ 2019, ໄດ້ມີນັກທ່ອງທ່ຽວສາກົນກວ່າ 11 ລ້ານເທື່ອຄົນມາຫວຽດນາມ

17:31 | 31/08/2019

ຈໍານວນນັກທ່ອງທ່ຽວສາກົນ ມາຫວຽດນາມ ໃນເດືອນສິງຫາ ສືບຕໍ່ເພີ່ມຂຶ້ນສູງເມື່ອທຽບໃສ່ເດືອນກໍລະກົດ ແລະໄລຍະດຽວກັນຂອງປີກາຍ, ບັນລຸໄດ້ກວ່າ 1,51 ລ້ານເທື່ອຄົນ.

8 ເດືອນ ປີ 2019, ໄດ້ມີນັກທ່ອງທ່ຽວສາກົນກວ່າ 11 ລ້ານເທື່ອຄົນມາຫວຽດນາມ

ພາບປະກອບ

ໄລ່ລວມແລ້ວໃນ 8 ເດືອນປີ 2019, ນັກທ່ອງທ່ຽວສາກົມມາຫວຽດນາມ ບັນລຸ 11,3 ລ້ານເທື່ອຄົນ, ໃນນັ້ນຈໍານວນນັກທ່ອງທ່ຽວທີ່ມາຈາກບັນດາປະເທດອາຊີ ກວມອັດຕາສ່ວນໃຫຍ່ທີ່ສຸດ ແລະ ເພີ່ມຂຶ້ນໄວທີ່ສຸດ. ໃນ 8 ເດືອນຜ່ານມາ, ລາຍຮັບຈາກການບໍລິການພັກເຊົາຢູ່, ກິນດື່ມຄາດຄະເນບັນລຸໄດ້ເກືອບ 386.000 ຕື້ດົ່ງ; ລາຍຮັບຈາກການທ່ອງທ່ຽວຄາດຄະເນບັນລຸໄດ້ເກືອບ 30.000 ຕື້ດົ່ງ ແລະ ອື່ນໆ.

ຈໍານວນນັກທ່ອງທ່ຽວສາກົນມາຫວຽດນາມ ໃນເດືອນ ມັງກອນ ປີ 2019 ບັນລຸໄດ້ 1.501.766 ເທື່ອຄົນ, ເພີ່ມຂຶ້ນ 9,3% ເມື່ອທຽບໃສ່ ເດືອນ ທັນວາ ປີ 2018 ແລະເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນປີ 2018. ໃນນັ້ນ, ຈໍານວນນັກທ່ອງທ່ຽວເຂົ້າມາຫວຽດນາມ ດ້ວຍທາງອາກາດບັນລຸໄດ້ກວ່າ 1 ລ້ານເທື່ອຄົນ, ກວມເອົາ 77,7% (ເພີ່ມຂຶ້ນ 1,4% ເມື່ອທຽບໃສ່ເດືອນມັງກອນ ປີ 2018); ນັກທ່ອງທ່ຽວເຂົ້າມາດ້ວຍທາງທະເລບັນລຸໄດ້ກວ່າ 24.000 ເທື່ອຄົນ, ກວມເອົາ 1,6% (ຫຼຸດ 30,5% ເມື່ອທຽບໃສ່ເດືອນມັງກອນ ປີ 2018); ນັກທ່ອງທ່ຽວເຂົ້າມາດ້ວຍທາງບົກບັນລຸໄດ້ 310.000 ເທື່ອຄົນ, ກວມເອົາ 20,7% (ເພີ່ມຂຶ້ນ 26,9% ເມື່ອທຽບໃສ່ເດືອນມັງກອນ ປີ 2018).

(ໄຊພອນ)

ເຫດການ
302 Found

Found

The document has moved here.