ຫວຽດນາມ ຍາດໄດ້ 2 ຫລຽນຄຳ ໃນການແຂ່ງຂັນ ໂອລິມປິກ ວິຊາເຄມີສາດສາກົນ

14:41 | 30/07/2019

ຍສໝ - ນັກຮຽນຫວຽດນາມ 4 ຄົນ ລ້ວນແລ້ວແຕ່ໄດ້ຮັບລາງວັນ, ເຊິ່ງໃນນັ້ນປະກອບມີ 2 ຫຼຽນຄຳ ແລະ 2 ຫຼຽນເງິນ; ໃນນັ້ນ ມີ ທ້າວ ເຈິ່ນ ບ໋າ ເຕິນ ໄດ້ຮັບລາງວັນ ຜູ້ເຂົ້າແຂ່ງຂັນທີ່ມີຄະແນນເຕັມ ໃນການສອບເສັງປະເພດປະຕິບັດຕົວຈິງ.

ວັນທີ 30 ກໍລະກົດ, ກົມຄຸ້ມຄອງຄຸນນະພາບ (ກະຊວງສຶກສາ ແລະ ບຳລຸງສ້າງ) ໃຫ້ຮູ້ວ່າ ທ້າວ ເຈິ່ນ ບ໋າ ເຕິນ (ໂຮງຮຽນມັດທະຍົມພອນສະຫວັນ ຮ່າໂນ້ຍ - ອາສະເຕີດາມ) ແລະ ທ້າວ ຫງວ໋ຽນ ວັນ ຈີ ຫງວຽນ (ໂຮງຮຽນມັດທະຍົມພອນສະຫວັນ ລາມເຊີນ, ແຂວງແທັງຫວ໋າ) ໄດ້ຮັບລາງຫຼຽນຄຳ ໃນການແຂ່ງຂັນ Olympic ວິຊາເຄມີສາດ ສາກົນ ຈັດຂື້ນຢູ່ ປະເທດຝຣັ່ງ.

ຫວຽດນາມ ຍາດໄດ້ 2 ຫລຽນຄຳ ໃນການແຂ່ງຂັນ ໂອລິມປິກ ວິຊາເຄມີສາດສາກົນ

ນັກຮຽນຫວຽດນາມ ເຂົ້າຮ່ວມການແຂ່ງຂັນ ໂອລິມປິກ ວິຊາເຄມີສາດສາກົນ 2019.(ພາບ: ກົມຄຸ້ມຄອງຄຸນນະພາບ)

ທ້າວ ເຈິ່ນ ບ໋າ ເຕິນ ມີຄະແນນສູງສຸດ ອັນດັບ 4 ໃນການສອບເສັງ (95,47/100), ໄດ້ຮັບລາງວັນ ຜູ້ເຂົ້າແຂ່ງຂັນທີ່ມີຄະແນນ ພາກປະຕິບັດຕົວຈິງ ຫຼື ທົດລອງ ສູງສຸດ ດ້ວຍຄະແນນ 40/40. ນີ້ແມ່ນຄັ້ງທຳອິດ ທີ່ນັກຮຽນຫວຽດນາມ ໄດ້ຮັບຄະແນນເຕັມ ໃນພາກປະຕິບັດຕົວຈິງ ໃນການແຂ່ງຂັນ Olympic ວິຊາເຄມີສາດສາກົນ.

ນ້ອງນັກຮຽນອີກ 2 ຄົນ ໄດ້ຫລຽນເງິນ ຄື: ຫງວ໋ຽນ ດີງ ຮວ່າງ (ໂຮງຮຽນມັດທະຍົມພອນສະຫວັນ ຫງວ໋ຽນ ເຕິ໋ດ ແທ່ງ ແຂວງອຽນບ໋າຍ) ແລະ ທ້າວ ຟ້າມ ແທັງ ເລິມ (ໂຮງຮຽນມັດທະຍົມພອນສະຫວັນ ເລ ຮົ່ງ ຟອງ ແຂວງນາມດິ້ງ). ດ້ວຍຜົນການແຂ່ງຂັນດັ່ງກ່າວ, ຫວຽດນາມ ຢືນຢູ່ໃນອັນດັບທີ 5 ຫຼັງ, ປະເທດຈີນ, ເກົາຫຼີໃຕ້, ລັດເຊຍ ແລະ ອາເມລິກາ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.