ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ

10:24 | 26/02/2024

ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ

ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.

ລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ໂດຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະອົງການຈັດຕັ້ງສະມາຊິກ ໄດ້ເອົາໃຈໃສ່ຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງນໍ້າໃຈໄມຕີຈິດມິດຕະພາບລະຫວ່າງປະຊາຊົນຫວຽດນາມ-ລາວ-ກໍາປູເຈຍ.

ນັ້ນແມ່ນການຕີລາຄາທີ່ການສະຫຼຸບວຽກງານການທູດປະຊາຊົນ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະໝາກຜົນການຜັນຂະຫຍາຍລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ປີ 2023 ໂດຍຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ຈັດຕັ້ງໃນຕອນບ່າຍວັນທີ 23 ກຸມພາ.

ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ

ນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ ກັບຄອບຄົວພໍ່ແມ່ຊາວຫວຽດນາມ ທີ່ໃຫ້ການອຸປະຖໍາ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມທ່ານ ໂງແທັງເຊີນ ຮອງປະທານຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລ້ວ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ໄດ້ສົມທົບກັບບັນດາອົງການຈັດຕັ້ງສະມາຊິກຜັນຂະຫຍາຍລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ປີ 2023 ດ້ວຍ 67 ຄອບຄົວຫວຽດນາມ, ນັກສຶກສາລາວ 91 ຄົນ ແລະນັກສຶກສາກໍາປູເຈຍ 14 ຄົນເຂົ້າຮ່ວມ.

ການເຄື່ອນໄຫວຮ່ວມເດີນທາງຂອງລາຍການໂດຍບັນດາອົງການຈັດຕັ້ງສະມາຊິກຂອງແນວໂຮມຈັດຕັ້ງໄດ້ນຳມາໃຫ້ນັກສຶກສາລາວ, ກໍາປູເຈຍ ເຊິ່ງຄວາມຮູ້, ການຄົ້ນຫາວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ. ນີ້ແມ່ນໂອກາດອັນລໍ້າຄ່າເພື່ອໃຫ້ພວກເພື່ອນນັກສຶກສາໄດ້ຄົ້ນຫາວັດທະນະທຳພື້ນເມືອງຫວຽດນາມ, ຈາກນັ້ນ ກໍ່ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືນໍ້າໃຈໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.

ນະຄອນໂຮ່ຈີມິນ: 67 ຄອບຄົວຮັບອຸປະຖໍານັກສຶກສາລາວ, ກໍາປູເຈຍ

ມອບໃບຍ້ອງຍໍໃຫ້ໝູ່ຄະນະທີ່ມີຜົນງານດີເດັ່ນໃນການປະຕິບັດວຽກງານການທູດປະຊາຊົນ ປີ 2023. ພາບ: ສໍານັກຂ່າວສານຫວຽດນາມ

ເນື່ອງໃນໂອກາດນີ້, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ກໍ່ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະທີ່ມີຜົນງານດີເດັ່ນໃນວຽກງານການທູດປະຊາຊົນ - ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະໃນການຜັນຂະຫຍາຍປະຕິບັດລາຍການ “ຄອບຄົວຫວຽດນາມ ກັບນັກສຶກສາລາວ, ກໍາປູເຈຍ ພວມຮໍ່າຮຽນຢູ່ນະຄອນໂຮ່ຈີມິນ” ປີ 2023.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.